ທາງຣົດໄຟວຽດນາມ-ລາວ ເລີ້ມສ້າງປີໜ້າ

ໂຄງການ ສ້າງ ທາງຣົດໄຟ ຕາມຖນົນ ໝາຍເລກ 9 ແຂວງ ສວັນນະເຂດ ໄປຫາ ວຽດນາມ ຈະເລິ້ມ ໃນປີ 2013.
ອະວາຣີ
2012.11.09
F-lao-vietnam-railroad ທ່ານທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ສປປລາວ (ທີ່ສີ່ຈາກຂວາມື) ລົງນາມ ເຊັນສັນຍາ ກັບ ບໍຣິສັດ ມະເລເຊັຽ ໃນໂຄງການ ສ້າງທາງຣົດໄຟ ຈາກ ສວັນນະເຂດ ຫາ ຊາຍແດນ ວຽດນາມ. ວັນທີ 5 ພຶສຈິກາ 2012
courtesy:Lao News Agency

ນາຍົກ ຣັຖມົນຕຣີ ທອງສິງ ທັມມະວົງ ແລະ ນາຍົກ ຣັຖມົນຕຣີ ຣາຈິບ ຣາສັກ ຂອງ ມາເລເຊັຍ ລົງນາມ ໃນຂໍ້ຕົກລົງ ອະນຸຍາດ ໃຫ້ບໍຣິສັດ ມາເລເຊັຍ ເປັນຜູ້ລົງທຶນ ສ້າງທາງຣົດໄຟ ຄວາມໄວສູງ ຈາກເມືອງ ໄກສອນ ພົມວິຫານ ແຂວງ ສວັນນະເຂດ ໄປຫາຊາຍແດນ ວຽດນາມ ເມື່ອຕົ້ນສັປດານີ້ ທີ່ນະຄອນຫລວງ ວຽງຈັນ.

ໃນເວັບໄຊຕ໌ ຂອງ ບໍຣິສັດ Giant Consolidated ຂອງ ມາເລເຊັຍ ທີ່ໄດ້ຮັບ ສັມປະທານ ສ້າງທາງຣົດໄຟ ເສັ້ນນັ້ນ ກໍແຈ້ງວ່າ ທາງບໍຣິສັດ ຈະເລິ້ມສ້າງ ໃນປີໜ້າ ແລະ ຈະສ້າງໃຫ້ ສຳເຣັດພາຍໃນ 5 ປີ. ທາງເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະຂົນສົ່ງ ຂອງສປປລາວ ກໍເວົ້າວ່າ:

“ຊີ່ເລິ້ມໃນປີໜ້າ ນີ້ແຫລະຕາມເວົ້າ ແມ່ນສວັນນນະເຂດ ໄປແຂວງ ກວາງຈີ ວຽດນາມ ມັນຂນານ ກັບທາງເລກ 9 ຖືວ່າຂະເຈົ້າ ສຳປະທານ ນີ້ແຫລະ ພາຍໃນ 50 ປີ ຂະເຈົ້າ ຈະລົງທຶນ ກ່ອນໝົດ ມາເລເຊັຍ ຫັ່ນນະ ຈະເປັນຣົດໄຟ ໂດຍສານ ແລ້ວກໍຣົດໄຟ ຂົນສົ່ງ ທົ່ວໄປນີ້ແຫລະ”.

ແນ່ນອນວ່າ ການສ້າງທາງຣົດໄຟ ເສັ້ນດັ່ງກ່າວນີ້ ຈະໄປກວມເອົາ ທົ່ງນາ ຂອງປະຊາຊົນ ຫຼາຍພໍສົມຄວນ ເພາະຕາມແຄມຖນົນ ໝາຍເລກ 9 ລ້ວນແຕ່ ແມ່ນທົ່ງນາ ແລະ ບ້ານເຮືອນ. ດັ່ງເຈົ້າໜ້າທີ່ລາວ ທ່ານດຽວກັນນັ້ນ ເວົ້າວ່າ:

“ກະຖືກເລັກໜ້ອຍ ເພາະວ່າ ເຂົາໄດ້ສຳຣວດ ໄວ້ແລ້ວ ຢູ່ສວັນນະເຂດ ກະແມ່ນທົ່ງນາ ຫັ່ນແຫລະ ສ່ວນຫລາຍ”.

ທາງຣົດໄຟ ຄວາມໄວສູງ ເສັ້ນນີ້ ຈະໄປຕໍ່ໃສ່ ທາງການຣົດໄຟ ໃນວຽດນາມ ແຕ່ມີຄໍາຖາມ ຢູ່ວ່າ ຈະຕໍ່ໃສ່ກັບ ທາງຣົດໄຟ ເສັ້ນອື່ນໆບໍ່? ເຊັ່ນ ທາງຣົດໄຟ ລາວ-ຈີນ ແລະ ປະເທດໄທເອງ ກໍຈະສ້າງ ທາງຣົດໄຟ ຄວາມໄວສູງ ຕໍ່ຈາກເມືອງ ມຸກດາຫານ ລົງໄປຫາ ບາງກອກ.

ປັດຈຸບັນ ຍັງບໍ່ມີໃຜ ຮູ້ຄຳຕອບ ຢ່າງຄັກ ແນ່ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.