ຣົດໄຟສວັນນະເຂດ ຕ່າງຈາກຣົດໄຟລາວຈີນ

ໂຄງການ ທາງຣົຖໄຟ ສວັນນະເຂດ ລາວບາວ ຈະບໍ່ຕໍ່ ກັບ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ.
ສິດນີ
2012.11.12

ຕົ້ນເດືອນ ພຶສຈິກາ 2012 ທາງການລາວ ໄດ້ລົງນາມ ກັບບໍຣິສັດ ມາເລເຊັຽ ເພື່ອສ້າງ ທາງຣົຖໄຟ ຈາກເມືອງ ໄກສອນ ພົມວິຫານ ແຂວງ ສວັນນະເຂດ  ໄປຫາ ຊາຍແດນ ວຽດນາມ ທີ່ດ່ານລາວບາວ ທາງຍາວ ປະມານ 220 ກິໂລແມັດ ຈະເລີ້ມສ້າງ ໃນປີ 2013 ແລະ ຄາດວ່າຈະ ສ້າງສຳເຣັດໃນ 5 ປີ.

ປະຊາຊົນລາວ ມີຄວາມສົນໃຈ ວ່າໂຄງການ ທາງຣົດໄຟ ສາຍນີ້ ຈະຕໍ່ກັບ ໂຄງການ ຣົຖໄຟ ລາວ-ຈີນ ຫລືບໍ? ເພື່ອຄວາມ ແຈ່ມແຈ້ງ ຜູ້ສື່ຂ່າວ ເອເຊັຽເສຣີ ຈື່ງໄດ້ສອບຖາມ ໄປຍັງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສປປລາວ ຈື່ງໄດ້ ຄຳຕອບວ່າ ໂຄງການ ດັ່ງກ່າວ ບໍ່ຕໍ່ໃສ່ກັນ ບໍ່ແມ່ນໂຄງການ ດຽວກັນ. ທ່ານເວົ້າວ່າ:

"ບໍ່ ບໍ່ແມ່ນ ຄົນລະ ໂຄງການກັນ ລົດໄຟ ທັມມະດາ ອັນນີ້ ຈະບໍ່ແມ່ນ ຣົຖໄຟ ຄວາມໄວສູງ ດອກ ສວັນນະເຂດ ລາວບາວ ນີ້".

ເຈົ້າຫນ້າທີ່ ກ່າວຕໍ່ໄປວ່າ ໂຄງການຣົຖໄຟ ສວັນ-ລາວບາວ ຈະບໍ່ເຊື່ອມຕໍ່ ກັບໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ເປັນເສັ້ນທາງ ຣົຖໄຟ ເຊື່ອມຕໍ່ ແຣວ ເສຖກິດ ຕາເວັນອອກ ຕາເວັນຕົກ ຣະຫວ່າງ ວຽດນາມ ລາວ ແລະໄທ. ສຳລັບ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ນັ້ນ ເປັນເສັ້ນທາງ ຣົຖໄຟ ເຊື່ອມຕໍ່ ຂົງເຂດ ຈາກ ແຂວງຢູນານ ຜ່ານລາວ ໄປໄທ ຜ່ານ ມາເລເຊັຽ ໄປເຖິງ ສິງກະໂປ ຕາມທີ່ ຄາດກັນ.

ທ່ານວ່າ ຄວາມຄືບຫນ້າ ຂອງໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ເວລານີ້ ກໍຍັງຢູ່ ໃນຂັ້ນຕອນ ເຈຣະຈາ ເງິນກູ້ກັບ ຣັຖບານ ຈີນ ຍັງບໍ່ທັນ ແລ້ວເທື່ອ ເພາະຍັງມີ ຫລາຍບັນຫາ ຕ້ອງໄດ້ ຕົກແຕກກັນ ຈື່ງບໍ່ຮູ້ວ່າ ຈະເລີ້ມສ້າງ ໄດ້ເມື່ອໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.