ທາງຣົດໄຟເງິນກູ້ ຈະມີແຕ່ເສັຍ

ສະມາຊິກ ສະພາ ແຫ່ງຊາດລາວ 9 ທ່ານ ອອກສຽງ ບໍ່ເຫັນພ້ອມ ໃນໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ເພາະເຫັນວ່າ ສປປ ລາວ ຈະເສັຽປຽບ ໃນທຸກດ້ານ ໃຫ້ແກ່ຈີນ.
ສິດນີ
2012.10.25
F-lao-china-train ໂຄງການ ສ້າງທາງຣົດໄຟ ທີ່ຈີນ ບິດເບືອນ ປ່ຽນແປງ ສແວງຫາ ແຕ່ຜົນໄດ້ ຈາກສປປລາວ ມາໂດຍຕລອດ
RFA

ເຖິງແມ່ນວ່າ ໃນກອງປະຊຸມ ສະພາ ແຫ່ງຊາດ ສປປ ລາວ ສມັຍວິສາມັນ ທີ່ໄດ້ຕົກລົງ ຮອງຮັບເອົາ ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ໃນວັນທີ່ 18 ຕຸລາ 2012  ດ້ວຍຄະແນນສຽງ ທີ່ຖ້ວມລົ້ນ ກໍ່ຕາມ ແຕ່ກໍຍັງມີສຽງ ຄັດຄ້ານ ຈາກສະມາຊິກ ສະພາ 9 ທ່ານ ຍ້ອນເຫັນວ່າ ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ຈະເຮັດໃຫ້ລາວ ເສັຽປຽບ ໃຫ້ຈີນ ໃນທຸກດ້ານ ດ້ວຍເຫດຜົລ ທີ່ວ່າ:

1- ນອກຈາກຈີນ ຈະຍົກເລີກ ການລົງທຶນ ຮ່ວມແລ້ວ ຈີນຍັງຈະເປັນ ເຈົ້າຫນີ້ລາຍໃຫຍ່ ຂອງສປປ ລາວ ຊື່ງຈະກົດດັນ ໃຫ້ລາວ ປະຕິບັດຕາມ ເງື່ອນໄຂທີ່ຈີນ ຕ້ອງການ. ຈີນ ຈະໄດ້ທາງຣົຖໄຟ ລ້າໆ ເພື່ອຂົນສົ່ງສິນຄ້າ ຈາກຈີນ ໂດຍບໍ່ຕ້ອງລົງທຶນ ຊ້ຳຍັງໄດ້ດອກເບັ້ຽ ຈາກເງິນກູ້ນຳອີກ ສ່ວນສປປ ລາວ ກໍຕ້ອງ ການເກັບພາສີ ຈາກການສົ່ງ ສີນຄ້າຈາກຈີນ ຜ່ານລາວ ເພາະຈີນ ເປັນຜູ້ຜລິດ ລາຍໃຫຍ່ ໃນຂົງເຂດ ຫາກປາສຈາກ ການເກັບພາສີ ຜ່ານທາງຣົຖໄຟ ສາຍນີ້ແລ້ວ ສປປ ລາວ ກໍຂາດຣາຍໄດ້ ໄປອີກ.

2- ຣັຖບານລາວ ຕ້ອງໄດ້ຄ້ຳປະກັນ ເງີນກູ້ຈາກຈີນ 100% ດ້ວຍຊັພຍາກອນ ທັມມະຊາດ ຢູ່ໃນດິນລາວ ໃນອັດຕຣາດອກເບັ້ຽ 2% ຕໍ່ປີ ໃນຣະຍະ 30 ປີ ເຖິີງແມ່ນວ່າ ຈະມີການໃຫ້ ເວລາປອດການ ຊຳຣະຫນີ້ ໃນຊ່ວງ 10 ປີ ທຳອິດ ຂອງການກູ້ເງີນ ກໍຕາມ ແຕ່ຍັງຈະຄິດໄລ່ ຕັ້ງແຕ່ປີທຳອິດ ຂອງການກູ້ຢືມ ໃຫ້ເປັນເງີນຕົ້ນ ນຳອີກ.

3- ການຄ້ຳປະກັນ ເງິນກູ້ດ່ັງກ່າວ ຂອງຣັຖບານລາວ ກໍຈະແມ່ນມາຈາກ ຣາຍຮັບສ່ວນແບ່ງ ຈາກບໍ່ແຮ່ 2 ແຫ່ງ ທີ່ຈີນລົງທຶນ ໃນລາວ ໃນນັ້ນ ກໍຫມາຍເຖິງ ບໍ່ຄຳ ແລະ ທອງແດງເຊໂປນ ຢູ່ເມືອງ ວິຣະບູຣີ ແຂວງ ສວັນນະເຂດ ແລະ ອີກແຫ່ງນື່ງ ກໍແມ່ນບໍ່ບອກໄຊ ຢູ່ແຂວງ ຈຳປາສັກ ທີ່ດົງບໍຣະເວນ ຊື່ງກໍຖືວ່າ ເປັນບໍ່ບອກໄຊ ທີ່ໃຫຍ່ ທີ່ສຸດ ໃນຂົງເຂດ ເອເຊັຽ.

ຖ້າຫາກ ຣັຖບານລາວ ຍອມຮັບເອົາເຂື່ອນໄຂ ຂອງຈີນ ກໍຫມາຍຄວາມວ່າ ຣົຖໄຟ ຄວາມໄວສູງ ໃນລາວ ຈະຕ້ອງຕົກຢູ່ ພາຍໃຕ້ ການຄວບຄຸມ ຂອງຈີນ ໂດຍຈີນບໍ່ຕ້ອງ ລົງທຶນ ດ້ວຍໂຕເອງ. ເຖິງແມ່ນວ່າ ທາງການລາວ ຈະໃຫ້ການ ຢືນຢັນວ່າ ໂຄງການຣົຖໄຟ ຄວາມໄວສູງ ຈະສ້າງປະໂຫຍດ ໃຫ້ແກ່ ສປປລາວ ໃນຣະຍະຍາວ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.