ສ້າງທາງຣົດໄຟໃນລາວ ຄົນງານລາວຄວນມີສ່ວນ

ຊາວລາວ ໃນແຂວງ ສວັນນະເຂດ ວ່າ ໂຄງການ ສ້າງທາງ ຣົດໄຟ ຄວນໃຊ້ ຄົນງານ ກັມມະກອນ ທີ່ເປັນຄົນລາວ.
ສົມເນ
2012.12.03

ຊາວລາວ ໃນແຂວງ ສວັນະເຂດ ທີ່ບໍ່ປະສົງ ອອກຊື່ ເວົ້າກັບ ເອເຊັຽເສຣີວ່າ ໂຄງການ ສ້າງທາງ ຣົດໄຟ ລາວ-ຈີນ ຫລື ລາວ-ວຽດນາມ ກໍດີ ຄວນໃຊ້ ຄົນງານລາວ ຫລາຍກວ່າ ຄົນງານ ຕ່າງຊາຕ ເພາະວ່າ ມີຫລາຍໜ້າວຽກ ທີ່ຄົນລາວ ສາມາດເຮັດໄດ້ ດັ່ງທ່ານໄດ້ກ່າວ:

"ຄົນລາວແຫລະ ຄັນແຮງງານ ຕົ້ນຕໍ ເຣື້ອງເຮັດທາງ ຣົດໄຟ ເຣື້ອງການຖາກ ການຖາງ ການຂຸດ ການຍ້າຍ ການເກັບຫີນ ຕອກລາງ ຕອກຫຍັງຊື່ໆ ມັນກະໄດ້ຕີ້ ເຂົາກໍສາມາດ ເຮັດໄດ້ ຫັ້ນແຫລະ ຄິດວ່າ ນ່າຊີ່ບໍ່ມີ ບັນຫາເຣື້ອງ ແຮງງານ ຄົນລາວ ເຣື້ອງກັມມະກອນ ຫັ້ນນະ".

ເລົາໃຫ້ເຫດ ຜົນວ່າ ການໃຊ້ ຄົນງານລາວ ມັນດີຫລາຍຢ່າງ ຍ້ອນວ່າ ເປັນຄົນທ້ອງຖິ່ນ ທາງໂຄງການ ຈະປະຫຍັດເງິນ ໄດ້ຫລາຍ ເພາະບໍ່ຈໍາເປັນ ຕ້ອງປຸກທີ່ ພັກອາສັຍ ຂນາດໃຫ່ຽ ຄືກັນກັບປຸກໃຫ້ ຄົນງານ ຕ່າງຊາຕ. ຊາວລາວໃນແຂວງ ສວັນນະເຂດ ອີກທ່ານນື່ງ ເວົ້າກ່ຽວກັບ ໂຄງການ ສ້າງທາງຣົດໄຟ ສວັນນະເຂດ ລາວບາວ ວ່າ ຄວນຈ້າງ ຄົນງານລາວ ເພື່ອໃຫ້ຄົນລາວ ມີວຽກເຮັດ ງານທໍາ:

"ເພາະເຂົາເຈົ້າ ມັນຄົນ ໃນພື້ນທີ່ເດ ກະເຮັດໃຫ້ ຂະເຈົ້າ ມາລາຍໄດ້ ທີ່ຈິງແຂວງ ສວັນນະເຂດ ກໍຍັງແບບ ແຫ້ງແລ້ງ ບໍ່ຄ່ອຍຈະມີ ຫຍັງເຮັດ ທີ່ຈິງແລ້ວ ສະໜອງຕໍ່ໄດ້".

ປັດຈຸບັນໂຄງການ ສ້າງທາງລົດໄຟ 2 ແຫ່ງນີ້ ບໍ່ທັນມີການ ຖະແຫລງ ຢ່າງເປັນທາງການ ເທື່ອວ່າ ຈະເອົາແຮງງານ ມາແຕ່ບ່ອນໃດແດ່ ພຽງແຕ່ເວົ້າ ລວມໆວ່າ ສ່ວນໄຫຍ່ຈະເອົາ ຄົນງານຈາກ ຕ່າງປະເທດ ທີ່ມາກັບ ບໍຣິສັດ ກໍ່ສ້າງເລີຽ ແລະສ່ວນນື່ງ ກໍຈະຝືກແອບເອົາ ຄົນງານລາວ ກັບທີ່ໂລດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.