ສ້າງທາງຣົຖໄຟຈະມີຈີນ ຫຼາຍກວ່າຄົນລາວ
2012.11.29

ໂຄງການ ເສັ້ນທາງຣົຖໄຟ ຄວາມໄວສູງ ລາວ-ຈີນ ທີ່ຈະສ້າງໃນປີ 2013 ນີ້ ມີຄວາມເປັນໄປໄດ້ ວ່າ ໂຄງການ ດັ່ງກ່າວ ຈະໃຊ້ແຮງງານຈີນ ຫລາກ່ວາ ແຮງງານລາວ ເນື່ອງຈາກຕ້ອງຮັບສະພາບ ວ່າ ແຮງງານລາວ ອາດຕອບສນອງ ບໍ່ພຽງພໍ ແລະ ສ່ວນຫລາຍ ຍັງບໍ່ມີປະສົບການ ໃນການສ້າງທາງຣົຖໄຟ ທໍ່ກັບຈີນ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ແຮງງານ ແລະ ສວັດດີການ ສັງຄົມ:
”ຄຶດວ່າ ຈະເປັນໄປ ໃນທາງຫັ໋ນແຫລະ ເພາະວ່າ ແຮງງານລາວ ເຮົາ ກະອາດຈະຕອບສນອງ ບໍ່ພຽງພຽງພໍ ກໍຈະໃຊ້ນໍາກັນ ຫັ໋ນແຫລະ, ແຕ່ວ່າ ໃນຣາຍລະອຽດ ຍັງໄດ້ລົມກັນຕື່ມຢູ່.”
ທ່ານ ກ່າວຕໍ່ໄປ ວ່າ ສໍາລັບ ເຣື້ອງຂອງຈໍານວນແຮງງານ ທີ່ຈະໃຊ້ ໃນການກໍ່ສ້າງນັ້ນ ກໍຍັງ ໃຫ້ຄໍາຕອ ບໍ່ໄດ້ວ່າ ຈະໃຊ້ຄົນງານຈີນ ຈັກຄົນ ແລະ ຄົນງານລາວ ຈັກຄົນ ເນື່ອງຈາກວ່າ ໃນຂະນະນີ້ ໂຄງການ ຍັງບໍ່ໄດ້ຜູ້ຮັບເໝົາ ແບບເປັນທາງການເທື່ອ ຈຶ່ງຍັງບໍ່ຮູ້ວ່າ ຈະຕ້ອງໃຊ້ຄົນງານ ຈໍານວນຫລາຍ ເທົ່າໃດ.
ເຖິງຢ່າງໃດ ກໍຕາມ, ກ່ອນທີ່ໂຄງການດັ່ງກ່າວ ຈະເຣີ້ມ ທາງຣັຖບານລາວ ມີແຜນການ ທີ່ຈະຕ້ອງ ອົບຮົມ ແລະ ສ້າງຝີມື ກໍ່ສ້າງ ໃຫ້ແກ່ ຄົນງານລາວ ເພື່ອໃຫ້ມີຄວາມສາມາດ ເຮັດວຽກຮ່ວມກັບ ຄົນງານຈີນ ແບບບໍ່ມີບັນຫາດໄດ້:
”ດຽວນີ້ ເຮົາມີແຜນແລ້ວ ຈະໄດ້ຮັບແຮງງານ ແລ້ວກໍວິຊາການຫຍັງຕ່າງໆ ໄປຝຶກອົບຮົມາ ຫຍັງຕ່າງໆ ຝຶກອົບຮົາມ ຢູ່ປະເທດລາວ.”
ປັຈຈຸບັນ ທາງການລາວ ແລະ ຈີນ ຍັງປຶກສາຫາລືກັນ ກ່ຽວກັບ ການທີ່ລາວ ກຽມກູ້ຢືມເງິນ ຈາກທະນາຄານ ເພື່ອການສົ່ງອອກ-ນໍາເຂົ້າ ຂອງຈີນ, ຊຶ່ງຄິດໄລ່ ເປັນມູນຄ່າ ຮ່ວມປະມານ 7,000 ລ້ານດອນລາ ເພື່ອນໍາໄປລົງທຶນ ສ້າງທາງຣົຖໄຟ ໃນລາວ ແລະ ທາງເຈົ້າໜ້າທີ່ ໄດ້ໃຫ້ ຂໍ້ມູນວ່າ ຍັງມີອີກຫລາຍໆເຣື້ອງ ທີ່ທັງ 2 ປະເທດ ຍັງຕ້ອງສືບຕໍ່ ໂອ້ລົມກັນ.