ຕົ້ນໜີ້ສົມດອກເບັ້ຽ ເປັນສິບກວ່າຕື້

ສປປລາວ ຕ້ອງໄດ້ ໃຊ້ໜີ້ຄືນ ໃຫ້ຈີນ ໃນໂຄງການ ທາງຣົຖໄຟ ຄວາມໄວສູງ ເປັນເງິນ 10 ຕື້ ກວ່າ ໂດລາ ສະຫະຣັດ.
ສິດນີ
2012.11.29
F-Lao-kip ທະນາບັດ ເງິນກີບ ສປປ ລາວ
emergingfrontiersblog

ເຈົ້າຫນ້າທີ່ ກະຊວງການເງິນ ຜູ້ທີ່ ບໍ່ປະສົງ ອອກຊື່ ທ່ານນື່ງກ່າວວ່າ ການກູ້ເງິນ ຈາກ ທະນາຄານ ການຄ້າ ຂາອອກ-ຂາເຂົ້າ ຂອງຈີນ ໃນມູນຄ່າ ປະມານ 7 ຕື້ ໂດລາ ເພ່ືອມາສ້າງ ທາງຣົຖໄຟ ຄວາມໄວສູງ ລາວ-ຈີນ ຈາກຊາຍແດນ ດ່ານບໍ່ຫານ ແຂວງ ຫລວງນ້ຳທາ ຫາ ນະຄອນຫລວງ ວຽງຈັນ ນັ້ນຈະເຮັດໃຫ້ ສປປລາວ ຕ້ອງຊຳຣະ ໜີ້ ພ້ອມດ້ວຍດອກເບັ້ຽ 2% ຕໍ່ປີ ໃນຣະຍະ 30 ປີ ຕົກເປັນມູນຄ່າ ທັງຫມົດ ປະມານ 10 ຕື້ 330 ລ້ານ ໂດລາ ສະຫະຣັຖ ຊຶ່ງຫມາຍຄວາມວ່າ ນອກຈາກ ສປປລາວ ຈະຈ່າຍ ເງິນຕົ້ນ 7 ຕື້ ໂດລາ ຄືນໃນຣະຍະ 30 ປີແລ້ວ ຍັງຈະຈ່າຍຄ່າ ດອກເບັ້ຽ ປະມານ 3 ຕື້ 330 ລ້ານ ໂດລາ ນຳອີກ. ເຖີິງແມ່ນວ່າ ສປປລາວ ຈະຖືກຜ່ອນຜັນ ໃນການ ສຳຣະໜີ້ສິນ ພາຍໃນ 10 ປີ ທຳອິດ ແຕ່ທະນາຄານ ຈີນ ຍັງຕ້ອງໄດ້ ຄິດໄລ່ດອກເບັ້ຽ 2% ໃນແຕ່ລະປີ ໂດຍບໍ່ມີການ ຍົກເວັ້ນ ແຕ່ຢ່າງໃດ.

ຍິ່ງໄປກວ່່ານັ້ນ ການຄິດໄລ່ ດອກເບັ້ຽ ໃນອັດຕຣາ 2% ຕໍ່ປີ ໃນຣະຍະ 10 ປີ ທຳອິດນັ້ນ ຍັງຈະນຳໄປ ຮວມກັບເງິນ ຕົົ້ນທືນອີກ ເຮັດໃຫ້ຈຳນວນເດີມ ເພີ້ມຂື້ນຈາກ 7 ຕື້ໂດລາ ມາເປັນ 8 ຕື້ 795 ລ້ານໂດລາ ເມື່ອຄິດໄລ່ຮວມ ກັບດອກເບັ້ຽ ໃນຣະຍະ 20 ປີ ທີ່ຈະຕ້ອງ ຜ່ອນໜີ້ເງີນກູ້ ພ້ອມດອກເບັ້ຽ 2% ຕໍ່ປີແລ້ວ ເຮັດໃຫ້ມີມູນຄ່າ ເຖິງ 10 ຕື້ 330 ລ້ານໂດລາ ຫລືປະມານ 516 ລ້ານໂດລາ ຕໍ່ປີ ທີ່ລາວຈະຕ້ອງ ໄດ້ຈ່າຍຫນີ້ຄືນ ໃຫ້ແກ່ຈີນ ໃນຣະຍະ 20 ປີ ຕິດຕໍ່ກັນ.

ເມື່ອປະກອບກັບ ຜົລການສຶກສາ ຂອງ ທາງການຈີນ ທີ່ວ່າ ການກໍ່ສ້າງ ທາງຣົຖໄຟ ຄວາມໄວສູງ ລາວ-ຈີນ ຈະໄດ້ທຶນຄືນ ຢ່າງໄວທີ່ສຸດ ຫລັງຈາກປີ 38 ເປັນຕົ້ນໄປ ແຕ່ວ່າ ສປລາວ ຕ້ອງໄດ້ຊຳຣະ ໜີ້ສິນໃຫ້ຈີນ ໃຫ້ຄົບຖ້ວນ ພາຍໃນ 30 ປີ.

ສະນັ້ນ ຈື່ງມີຄວາມ ເປັນໄປໄດ້ສູງ ທີ່ ສປປລາວ ຈໍາຕ້ອງ ຊຳຣະໜີ້ ດ້ວຍຣາຍໄດ້ ຈາກບໍ່ແຮ່ 2 ແຫ່ງ ທີ່ເປັນການ ລົງທືນ ຂອງຈີນ ໃນລາວ ເຊັ່ນບໍ່ຄຳ ແລະ ທອງແດງ ຢູ່ເຊໂປນ ແລະ ບໍ່ບອກໄຊຕ໌ ທີ່ແຂວງ ຈຳປາສັກ ຊື່ງເປັນບໍ່ ທີ່ໃຫຍ່ທີ່ສຸດ ໃນເອເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.