ຣົຖໄຟລາວຈີນສ້າງ ເສຖກິຈລາວຈະດີ

ນັກຊ່ຽວຊານໄທ ເວົ້າວ່າ ໂຄງການ ຣົຖໄຟ ຄວາມໄວ ສູງ ລາວ-ຈີນ ຈະຍົກ ຣະດັບ ການເຕີບໂຕ ຂອງ ເສຖກິດ ໃນລາວ.
ສິດນີ
2012.11.20
F-lao-train (ຮູປຈໍາລອງ) ມີພູຫຼາຍໜ່ວຍ ທີ່ຕ້ອງເຈາະ ອຸມົງຜ່ານ ເພື່ອສ້າງ ທາງຣົດໄຟ ຈາກ ຫຼວງນໍ້າທາ ຫາ ນະຄອນຫຼວງ ວຽງຈັນ
Screen captured: Lao-China rapid train project presentation video

ນັກຊ່ຽວຊານ ເສຖກິດ ຫໍການຄ້າໄທ ໃຫ້ທັສນະວ່າ ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ທີ່ຈະສ້າງ ໃນປີ 2013 ນີ້ ຈະເປັນກະແຈ ສົ່ງເສີມ ເສຖກິດ ໃນສປປລາວ ຈະເຮັດໃຫ້ ຄົນລາວ ມີວຽກເຮັດ ງານທຳ ຫລາຍຂຶ້ນ. ນັກຊ່ຽວຊານ ກ່າວວ່າ:

"ຂ້ອຍເບີ່ງວ່າ ຖ້າລາວ ເຮັດໄດ້ ຢ່າງແທ້ຈິງ ມັນຈະປ່ຽນ ໂສມຫນ້າ ການພັທນາ ຂອງລາວ ແບບກ້າວກະໂດດ ຄວາມຈະເຣີນ ເຂົ້າມາ ຈະເຮັດໃຫ້ເກີດ ມີການປັບໂຕ ຄົນລາວເອງ ຈະຖືກ ຍົກຣະດັບຖານະ ຂຶ້ນມາ ຢ່າງນ້ອຍໆ ການຈ້າງວຽກ ເພີ້ມຂື້ນແນ່ນອນ ການປັບໂຕ ສູ່ສັງຄົມ ແຫ່ງການຮຽນຮູ້ ເພີ້ມຂຶ້ນ".

ທ່ານກ່າວ ຕໍ່ໄປວ່າ ໂຄງການ ຣົຖໄຟ ຄວາມໄວສູງ ອາດຈະເຮັດ ໃຫ້ລາວ ເສັຽຜົລປະໂຫຍດ ທາງດ້ານ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແດ່ເລັກນ້ອຍ ຍ້ອນ ຕ້ອງມີການ ເຈາະອຸໂມງ ຫລາຍແຫ່ງ ແຕ່ເມື່ອສ້າງ ສຳເຣັດ ມີການເຊື່ອມຕໍ່ ກັບໄທ ແລະ ປະເທດອຶ່ນໆ ມັນຈະເຮັດໃຫ້ ນັກລົງທຶນ ເຂົ້າມາລາວ ຫລາຍຂຶ້ນ ຊື່ງເປັນຜົລດີ ແກ່ ສປປລາວ ໃນຣະຍະຍາວ.

ສຳລັບ ຄວາມຄິດເຫັນ ຂອງ ປະຊາຊົນ ແລະ ນັກວິຊາການ ຈາກ ຫລາຍພາກສ່ວນ ນັ້ນຄິດວ່າ ໂຄງຣົຖໄຟ ຄວາມໄວສູງ ລາວ-ຈີນ ຈະບໍ່ມີ ປະໂຫຍດ ແກ່ ປະຊາຊົນລາວ ແລະ ປະເທດຊາດ ຫລາຍປານໃດ ເພາະ ສປປລາວ ບໍ່ແມ່ນປະເທດ ຜລິດສິນຄ້າ ລາຍໃຫຍ່. ສ່ວນຈີນແລະໄທ ຈະເປັນປະເທດ ທີ່ໄດ້ຮັບ ປະໂຫຍດ ຫຼາຍກວ່າ ແລະ ທີ່ຜ່ານມາ ໂຄງການໃຫຍ່ໆ ຂອງຣັຖບານ ພວກນັກລົງທຶນ ຕ່າງຊາດ ສ່ວນໃຫຍ່ ກໍເອົາຄົນງານ ເຂົາເອງ ຫລາຍກວ່າ ເອົາຄົນງານລາວ ເພາະເຫັນວ່າ ບໍ່ມີ ຄຸນນະພາບ  ແລະ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ກໍອາດເປັນ ແບບດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.