ສ້າງທາງຣົດໄຟທີ່ ຂາດງົປຂາດຄວາມຮູ້

ການດໍາເນີນ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ຂອງ ຣັຖບານລາວ ແຕ່ພຽງຜູ້ດຽວ ຈະເກີດບັນຫາ ຫລາຍຢ່າງ ສໍາລັບ ສປປລາວ.
ມະນີຈັນ
2012.10.29
F-Lao-China-train ໂສມໜ້າໂຕຢ່າງ ຂອງ ຣົດໄຟຄວາມໄວສູງ ທີ່ຣັຖບານ ມີໂຄງການ ຈະສ້າງພຽງລໍາພັງ
jclao.com/archives/5852

ໂຄງການຣົດໄຟ ຄວາມໄວສູງ ທີ່ຣັຖບານລາວ ເຫັນວ່າຈະຊ່ວຍ ພັທນາ ເສຖກິດ ຂອງລາວ ໃຫ້ຈະເຣີນກ້າວໜ້າ ໂດຍຈະຊ່ວຍ ດຶງດູດ ນັກລົງທຶນ ເຂົ້າມາລົງທຶນ ໃນລາວ ຫລາຍຂຶ້ນ. ຕາມຄໍາເວົ້າຂອງ ທ່ານ ອະດິສອນ ເສັມແຍ້ມ ນັກຄົ້ນຄວ້າຊາວໄທ ປະຈໍາ ສະຖາບັນ ເອເຊັຽສຶກສາ ມະຫາວິທຍາລັຍ ຈຸລາລົງກອນ ໃນບາງກອກ.

ທ່ານກ່າວຕໍ່ RFA ໃນຕອນນຶ່ງວ່າ ການຕັດສິນໃຈ ສ້າງທາງຣົດໄຟ ຄວາມໄວສູງ ຂອງ ຣັຖບານລາວ ແຕ່ພຽງຜູ້ດຽວ ບໍ່ມີຈີນຮ່ວມຮຸ້ນ 70 ເປີເຊັນ ຕາມທີ່ຕົກລົງກັນ ໃນເບື້ອງຕົ້ນນັ້ນ ເປັນການຕັດສິນໃຈ ຫລືວ່າ ການບໍຣິຫານ ແບບນີ້ ມັນຈະເປັນ ເອກກະເທດ:

"ເປັນບຸຣິມະສິດ ຂອງ ຣັຖບານລາວ ແຕ່ພຽງຜູ້ດຽວ ບໍ່ມີທາງຈີນ ເຂົ້າມາກ່ຽວຂ້ອງ ຢ່າງໃດກໍຕາມ ເງິນທີ່ເພິ່ນ ຈະກູ້ຢືມທັງໝົດ 7 ພັນລ້ານ ໂດລາ ສະຫະຣັຖນັ້ນ ກໍຈະໄດ້ ຈາກຣັຖບານ ຈີນ 100 ເປີເຊັນ ເຕັມ".

ແຕ່ວ່າອັນທີ່ ຈະເປັນບັນຫານຶ່ງ ທີ່ສໍາຄັນ ທ່ານອະດີສອນ ບອກວ່າ ທາງຣົດໄຟ ຄວາມໄວສູງ ສາຍຂຸນຫມິງ ຊາຍແດນຈີນ ເຖິງນະຄອນຫລວງ ວຽງຈັນ ມັນເປັນເສັ້ນ ທາງສາຍ ຈີນ-ອາຊຽນ ເຊື່ຶອມຕໍ່ໄປເຖິງ ມາເລເຊັຽ ເຖິງ ສິງກະໂປ:

"ຊຶ່ງຫລັກໆແລ້ວ ທາງດ້ານໄທ ມັນຈະຍາວກວ່າ ໃນລາວ ແຕ່ປັດຈຸບັນ ກໍມີພຽງແຕ່ ຣັຖບານລາວ ຈະສ້າງ ຈາກຂຸນຫມິງ ມາເຖິງວຽງຈັນ ເທົ່ານັ້ນ ຂນະທີ່ ຣັຖບານໄທ ບໍ່ມີແຜນການ ທີ່ຈະສ້າງຕໍ່ ຈາກຊາຍແດນ ນະຄອນຫລວງ ວຽງຈັນ ຫລື ຈາກໜອງຄາຍໄປ ເຖິງຊາຍແດນ ມາເລເຊັຽເທື່ອ. ຣັຖບານໄທ ຈະສ້າງລາງຣົດໄຟ ຄວາມໄວສູງ ຈາກບາງກອກ ຫາຊຽງໃໝ່ ຈາກບາງກອກ ຫາຫົວຫີນ ຈາກບາງກອກ ຫາ ນະຄອນຣາຊສີມາ ຫາໂຄຣາສ".

ອີກບັນຫານຶ່ງ ທີ່ຣັຖບານລາວ ມີກໍຄື ການຄຸ້ມຄອງ ແລະ ບໍຣິຫານ ທາງຣົດໄຟ ຍ້ອນຣັຖບານລາວ ບໍ່ມີບົດຮຽນ ຫຼືປະສົພການ ເຣື່ອງທຸຣະກິດ ທາງຣົດໄຟ ຈັກເທື່ອ ຊຶ່ງຈະຕ້ອງໄດ້ ເພິ່ງມືອາຊີພ ມາບໍຣິຫານ ຊຶ່ງກໍອາດເປັນ ບໍຣິສັດຈາກຈີນ ອີກກໍເປັນໄປໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.