ທາງຣົຖໄຟລາວຈີນ ຈະສ້າງກາງປີ 2013

ໂຄງການ ຣົຖໄຟ ລາວ-ຈີນ ຈະກັບຄືນມາ ເຣີ້ມສ້າງ ຢ່າງເປັນທາງການ ໃນປີ 2013.
ຈະເຣີນສຸກ
2012.11.19

ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ທີ່ມີມູນຄ່າ 7,000 ລ້ານ ດອນລາສະຫະຣັຖ ທີ່ຖືກໂຈະ ມາຕັ້ງແຕ່ ເດືອນເມສາ ປີ 2011 ເນື່ອງຈາກວ່າ ມີບັນຫາ ຫລາຍຢ່າງ ທີ່ບໍ່ສາມາດ ຕົກລົງກັນໄດ້. ມາເຖິງປັຈຈຸບັນນີ້ ມີຣາຍງານ ວ່າ ໂຄງການ ຣົຖໄຟ ດັ່ງກ່າວ ຈະກັບມາ ເຣີ້ມຕົ້ນກໍ່ສ້າງ ຢ່າງເປັນທາງການ ໃນກາງປີ 2013 ຈະມາເຖິງນີ້. ເຈົ້າໜ້າທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານນຶ່ງ ເວົ້າວ່າ:

”ເປັນທາງການ ປະມານ ກາງໆເດືອນ ນັ້ນແຫລະ ຄຶດວ່າ ຈະໄດ້ລົງມື ຈະຢືນຢັນ ສືບຕໍ່ ໂຄງການ ປຶກສາຫາລື ເປັນຣາຍລະອຽດ ນໍາກັນຕໍ່ໄປ ຍັງຢູ່ໃນຂັ້ນຕອນ ດໍາເນີນການຢູ່”

ທ່ານ ກ່າວຕໍ່ໄປວ່າ ທາງດ້ານຄວາມຄືບໜ້າ ຂອງງົປມານນັ້ນ, ຫລ້າສຸດ ເມື່ອບໍ່ນານມານີ້ ທະນາຄານ ເພື່ອການສົ່ງອອກ-ນໍາເຂົ້າ ຂອງຈີນ ໄດ້ສເນີ ໃຫ້ທາງການລາວ ຢືມເງິນ ເພື່ອມາກໍ່ສ້າງ ທາງຣົຖໄຟແລ້ວ. ປັຈຈຸບັນ ທາງການລາວ ແລະ ຈີນ ຍັງຈະຕ້ອງ ໂອ້ລົມ ແລະ ປຶກສາຫາລື ກ່ຽວກັບ ເຣື້ອງລາຍຣະອຽດ ການກູ້ຢືມເງິນຢູ່ ຍັງບໍ່ສາມາດ ຕອບໄດ້ວ່າ ລາວ ຈະກູ້ເງິນ ຈໍານວນເທົ່າໃດ.

ໂຄງການ ຣົຖໄຟ ດັ່ງກ່າວ ຈະເຣີ້ມກໍ່ສ້າງ ໂດຍມີ ຕົ້ນທາງ ຈາກແຂວງຫລວງນໍ້າທາ ຜ່ານແຂວງອຸດົມໄຊ, ຫລວງພຣະບາງ, ແຂວງວຽງຈັນ ແລະ ນະຄອນຫລວງ ວຽງຈັນ, ຊຶ່ງມີລະຍະທາງ ທັງໝົດ 420 ກິໂລແມັດ. ການກໍ່ສ້າງດັ່ງກ່າວ ຈະເຮັດໃຫ້ ຊາວບ້ານ ຈໍານວນນຶ່ງ ເສັຍດິນ ແລະ ເຮືອນ ໃຫ້ແກ່ ໂຄງການນີ້, ຊຶ່ງປັຈຈຸບັນ ຍັງບໍ່ທັນໄດ້ຣະບຸ ເຖິງຈໍານວນ ຄອບຄົວ ທີ່ຈະໄດ້ຮັບຜົລກະທົບ ຍ້ອນການສໍາຣວດ ເສັ້ນທາງ ແລະ ເກັບກູ້ ລະເບີດ ຝັງດິນ ຍັງບໍ່ທັນແລ້ວ.

ເຖິງຢ່າງໃດ ກໍຕາມ, ກ່ອນໜ້ານີ້ ສະມາຊິກ ແຫ່ງຊາຕ 9 ທ່ານ ກໍໄດ້ສະແດງ ການຄັດຄ້ານ ໂຄງການນີ້, ຮວມທັງ ປະຊາຊົນ ຈໍານວນນຶ່ງ ມີຄວາມເຫັນ ນໍາກັນວ່າ ການສ້າງ ຣົຖໄຟ ລາວ-ຈີນນັ້ນ ຈະສ້າງຜົລກະທົບ ແກ່ຊັພຍາກອນ ທັມມະຊາດ ແລະ ແຮ່ທາດ ຕ່າງໆ ໃນລາວ ຢ່າງຫລວງຫລາຍ ເນື່ອງຈາກວ່າ ຈະຕ້ອງ ມີການຂຸດເຈາະ ອູບໂມງ ຜ່ານພູເຂົາ ຫລາຍໜ່ວຍ, ແລະ ການສ້າງທາງຣົຖໄຟ ດັ່ງກ່າວ ກໍຍັງບໍ່ທັນເປັນ ສິ່ງຈໍາເປັນ ສໍາລັບ ສປປລາວ ເທື່ອ. ແຕ່ໃນທີ່ສຸດ ກໍບໍ່ສາມາດ  ຄັດຄ້ານ ຄວາມເຫັນ ຂອງຣັຖບານໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.