ການສ້າງທາງຣົຖໄຟ ທີ່ວ່າແສນລໍາບາກ
2012.09.14
ວຽກງານສ້າງ ທາງຣົຖໄຟ ຄວາມໄວສູງ ຊາຍແດນ ລາວ-ຈີນ ບໍ່ເຕັນ ຫາ ບໍ່ຫານ ຫາ ວຽງຈັນ ຄາດວ່າຈະເລີ້ມ ລົງມື ໃນໄວໆນີ້ ຫລັງຈາກທີ່ທ່ານ ຫລີສາງຈິ້ນ ປະທານ ກຸ່ມບໍຣິສັດ ຣົຖໄຟຈີນ ໄດ້ມາຢ້ຽມຢາມ ນະຄອນຫລວງວຽງຈັນ ລະຫ່ວາງວັນທີ່ 10-11 ກັນຍາ ຜ່ານມາ. ຕາມລາຍງານ ໜັງສືພິມ ຜູ້ຈັດການ ທີ່ອ້າງຕາມແຫ່ລງຂ່າວ ໜັງສືພິມໃນລາວ.
ລາຍງານແຈ້ງວ່າ ຝ່າຍຈີນ ໄດ້ລົງທຶນດ້ານ ບຸຄລາກອນ ວັດຖຸ ແລະການເງິນ ຫລາຍພໍສົມຄວນແລ້ວ ໃນການສໍາຣວດ ເສັ້ນທາງ ຣົຖໄຟສາຍນີ້ ນັບແຕ່ການຖ່າຍພາບ ທາງອາກາດ ການສໍາຣວດ ທໍຣະນີ ສໍາຣວດເຈາະພູເຂົາ ການປະເມີນຄ່າ ທາງດ້ານເສຖກິດ ການສືກສາ ຄວາມເປັນໄປໄດ້ ການອອກແບບເບື້ອງຕົ້ນ ການຕຽມລົງມືກໍ່ສ້າງ ຊື່ງເຫັນວ່າ ຈະເປັນເສັ້ນທາງ ທີ່ຍາກທີ່ສຸດ ໃນການສ້າງ ເພາະວ່າຕ້ອງ ເຈາະອຸບໂມງ ລອດພູ ສ້າງຂົວຂ້າມນໍ້າຂອງ ຂ້າມນໍ້າຫ້ວຍ ນໍ້າເຊຫລາຍແຫ່ງ ເປັນລະຍະທາງ 2 ສ່ວນສາມ ຂອງ ເສັ້ນທາງປະມານ ເກືອບເຖີງ 450 ກິໂລແມັດ ແລະ ຕ້ອງຜ່ານ ສນາມລະເບີດ ທີ່ຫລົງເຫລືອຢູ່ ໃນປາງສົງຄາມ.
ໂຄງການສ້າງທາງ ຣົຖໄຟ ບໍ່ເຕັນ ບໍ່ຫານ ວຽງຈັນນີ້ ມີມູນຄ່າປະມານ 7,000 ລ້ານ ໂດລາ ສະຫະຣັຖ ໂດຍຝ່າຍລາວ ຖືຫຸ້ນ 30% ແລະ ຝ່າຍຈີນຖືຫຸ້ນ 70%. ທໍາອິດວ່າ ຈະເລີ້ມສ້າງໃນ ເດືອນ ເມສາ ປີ 2011 ແຕ່ກັບມີບັນຫາ ພາຍໃນ ກະຊວງຣົຖໄຟ ຂອງຈີນເອງ ແລະ ອີກຢ່າງນື່ງ ຕາມທີ່ເຈົ້າໜ້າທີ່ ຂັ້ນສູງຂອງລາວ ເຄີຽໄດ້ໃຫ້ສັມພາດ ໜັງສືພິມ ຕ່າງປະເທດ ເມື່ອປີກາຍນີ້ວ່າ ສັນຍາທີ່ລາວກັບຈີນ ໄດ້ລົງນາມກັນ ໃນປີ 2009 ນັ້ນບໍ່ແຈ່ມແຈ້ງ ທາງດ້ານເທັກນິກ ເພາະມັນ ເປັນໂຄງການ ໃຫ່ຽທີ່ສຸດທີ່ລາວ ບໍ່ມີປະສົພການ ທາງການລາວ ຈື່ງໄດ້ໃຊ້ເວລາ ທົບທວນສັນຍາ ນັ້ນຄືນໃໝ່. ທາງການລາວໄດ້ ປະຕິເສດຂ່າວ ທີ່ຮົ່ວໄຫລ ຕາມໜັງສືພິມ ປະເທດໄທ ທີ່ເວົ້າວ່າ ຈີນຂໍ ສັມປະທານ ທີ່ດິນ ຕາມເສັ້ນທາງຣົຖໄຟ ເບື້ອງລະ 10 km ນັ້ນ ບໍ່ເປັນຄວາມຈິງ.
ເຖິງຢ່າງໃດກໍດີ ສັນຍາ ທີ່ທົບທວນໃໝ່ນີ້ ທາງການລາວ ບໍ່ໄດ້ເປີດເຜີຽ ລາຍລະອຽດ ໃຫ້ປະຊາຊົນຮູ້ ຊາວລາວຫລາຍຄົນວ່າ ຄວນຕັ້ງສູນ ປະຊາສັມພັນ ກ່ຽວກັບໂຄງການ ນີ້ເພື່ອໃຫ້ມີຄວາມ ໂປ່ງໃສ.