ຈີນໃຊ້ທາງຣົດໄຟ ໜີບລາວເອົາຊັພ
2012.10.25

ຈີນ ຜີກໂຕຈາກ ການເປັນຄູ່ຮ່ວມ ລົງທຶນ ມາເປັນເຈົ້າໜີ້ ລາຍໃຫຍ່ ຂອງສປປ ລາວ ໂດຍບໍ່ຄໍານຶງ ເຖີງສີ່ງທີ່ຕ້ອງ ປະຕິບັດຕາມ ຂໍ້ຕົກລົງ ທີ່ໄດ້ເຊັນກັນ ໃນບົດບັນທຶກ ຄວາມເຂົ້າໃຈ ຫລື MOU ກ່ຽວກັບການ ຮ່ວມມື ໃນໂຄງການ ສ້າງທາງຣົດໄຟ ເມື່ອວັນທີ 7 ເມສາ 2010. ຕາມຄໍາເຫັນຂອງ ນັກສັງເກດການ.
ນັກສັງເກດການ ເວົ້າວ່າ ສາເຫດທີ່ພາໃຫ້ ຈີນ ປ່ຽນທິດທາງ ບໍ່ຮ່ວມລົງທຶນ ຫລື ເປັນຮຸ້ນສ່ວນກັບ ສປປລາວນັ້ນ ອັນສໍາຄັນທີ່ສຸດ ກໍແມ່ນຜົນທີ່ໄດ້ ຈາກການສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ທີ່ຈະເປັນໄປຕາມ ເຈຕນາ ທີ່ທາງການລາວ ຕ້ອງການນັ້ນ ມັນຈະບໍ່ເກີດ ປະໂຫຍດທີ່ຄູ້ມຄ່າ ແລະໄວວາໃຫ້ແກ່ຈີນ ໂດຍສະເພາະ ຢ່າງຍິ່ງ ກໍຄື "ຈີນ" ເຄີຍຄາດຫວັງວ່າ ຈະໄດ້ຄອບຄອງ ແລະ ສະແຫວງຫາ ຜົນປະໂຫຍດ ຈາກຜືນທີ່ດິນ ທີ່ຢູ່ພາຍໃຕ້ ໂຄງການ ທີ່ຈີນຄາດວ່າ ຕ້ອງມີເນື້ອທີ່ ທັງໝົດ ເຖິງ 840 ກິໂລແມັດ ມົນທົນ ແລະ ສັມປະທານ ເປັນເວລາ 90 ປີ ແຕ່ຕາມແຜນການ ຂອງສປປລາວ ແລ້ວນັ້ນ ໄດ້ຈັດສັນທີ່ດິນ ສໍາລັບໂຄງການນີ້ ໃນເນື້ອທີ່ພຽງ 30.5 ກິໂລແມັດ ມົນທົນ ເທົ່ານັ້ນ.
ເຖິງຢ່າງໃດກໍດີ ຝ່າຍລາວຕ້ອງການ ຢາກພັທນາປະເທດ ໃຫ້ເປັນປະເທດ ເຊື່ອມຕໍ່ທາງ ຄົມມະນາຄົມ ໃນພູມີພາຄ ຈຶ່ງໄດ້ຕັດສີນໃຈ ເລືອກເປັນຜູ້ ລົງທຶນ "ເອງ" ໂດຍຈີນ ສເນີໃຫ້ຢືມເງິນ ຈາກຈີນ.