ທ່າດ່ານຂົວມິຕພາບລາວ-ໄທ ຍືດເວລາປິດຕອນຊີເກມສ໌

ໃນຣະຫວ່າງການແຂ່ງຂັນ ກິລາຊີເກມສ໌ ຂົວມິຕພາບລາວ-ໄທ ຈະຍືດເວລາປິດດ່ານ ໄປອີກ2ຊົ່ວໂມງ.
ໂພໄຊສວັດ
2009.12.08

ໃນຣະຫວ່າງການແຂ່ງຂັນ ກິລາຊີເກມສ໌ ຄັ້ງທີ 25 ຕັ້ງແຕ່ວັນທີ 9 ຫາ 18 ທັນວາ 2009 ດ່ານສາກົນຂົວມິຕພາບລາວ-ໄທ ວຽງຈັນ-ໜອງຄາຍ ຈະຂຍາຍເວລາຜ່ານດ່ານ ອອກອີກ2ຊົ່ວໂມງ ຈາກ6ໂມງເຊົ້າຫາ 10ໂມງກາງຄືນ ເປັນ6ໂມງເຊົ້າຫາ 12ໂມງທ່ຽງຄືນ ໂດຍສະເພາະຂາອອກ. ດັ່ງທ່ານສົມບູນ ສຸວັນນະຈູມຄຳ ຫົວໜ້າດ່ານສາກົນ ຂົວມິຕພາບລາວ-ໄທ ວຽງຈັນ-ໜອງຄາຍ ອະທິບາຍວ່າ:

"ສະເພາະໃນງານ ມະຫະກັມກິລາຊີເກມສ໌ ນີ້ເຮົາເປີດ6ໂມງເຊົ້າ ແລະປິດ23ໂມງ ແຕ່ວ່າມື້ໃດມີການແຂ່ງຂັນ ຂອງທີມເຕະບານທີມຊາດໄທ ກໍຂຍາຍຕື່ມຈົນຮອດ 24ໂມງເພື່ອອຳນວຍ ຄວາມສະດວກ ສະເພາະຂາອອກ ຂາເຂົ້າມັນກໍ 10ໂມງກໍແມ່ນປິດ ຄືເກົ່າຕາມເດີມ".

ນອກຈາກການຂຍາຍເວລາ ເພື່ອອຳນວຍຄວາມສະດວກ ສຳລັບການແຂ່ງຂັນ ກິລາຊີເກມສ໌ ນີ້ແລ້ວທາງດ່ານສາກົນ ຂົວມິຕພາບລາວ-ໄທ ວຽງຈັນ-ໜອງຄາຍ ຍັງໄດ້ມີການຂຍາຍ ສາຍທາງເດີນຣົດ ແລະ ປັບປຸງສິ່ງຕ່າງໆ ເພື່ອຈະສາມາດ ອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນ ທີ່ຈະຜ່ານດ່ານ. ດັ່ງທ່ານສົມບູນ ໄດ້ເວົ້າອີກວ່າ:

"ລະຍະຜ່ານມາ ເຮົາກໍໄດ້ມີການ ປັບປຸງຫລາຍດ້ານ ໂດຍສະເພາະອັນນຶ່ງ ເຮົາໄດ້ຂຍາຍຊ່ອງທາງ ອັນສອງໄດ້ມີການຂຍາຍ ຫລືປັບປຸງອຸປກອນ ໂດຍສະເພາະທາງ ຕ.ມ.ນີ້ ກໍໄດ້ມີການປັບປຸງ ຄວາມຮັບຜິດຊອບ ໃນການອຳນວຍຄວາມສະດວກ ແລະ ອັນສາມເຮົາມີການຕັ້ງໂຕະ ນອກຈາກຕູ້ທີ່ມີແລ້ວ ກໍຂຍາຍໂຕະມາອີກ ເພື່ອບໍຣິການຮັບໃຊ້ ມວນຊົນໃຫ້ວ່ອງໄວ".

ທ່ານສົມບູນເວົ້າ ໃນຕອນທ້າຍວ່າ ໃນຣະຫວ່າງການແຂ່ງຂັນ ກິລາຊີເກມສ໌ ຈະມີປະຊາຊົນ ທັງໃນແລະຕ່າງປະເທດ ອອກແລະເຂົ້າຜ່ານດ່ານ ເພີ້ມຂື້ນຢ່າງ ຫລວງຫລາຍ ທາງດ່ານສາກົນຈຶ່ງຕ້ອງ ຄວບຄຸມກວດກາ ການເດີນທາງເຂົ້າອອກ ຢ່າງເຂັ້ມງວດ ເປັນພິເສດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.