ງານມະໂຫລານຮູບເງົາ ຫຼວງພຣະບາງ
2010.07.26
ໃນທ້າຍປີນີ້ ງານມະໂຫລານ ຮູບເງົາ ຫຼວງພຣະບາງ ຄັ້ງທຳອິດ ຈະຈັດຂື້ນ ເປັນງານ ປະຈຳປີ ຂອງແຂວງ ຫຼວງພຣະບາງ ເພື່ອຊຸກຍູ້ ທຸຣະກິດ ການສ້າງຮູບເງົາ ໃນຂົງເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຮ່ວມດ້ວຍ ບໍຣິສັດ ຮູບເງົາ ທ້ອງຖີ່ນ ໃຫ້ໄດ້ ມາຕຖານ ສາກົນ ນອກຈາກນັ້ນ ຍັງເປັນການ ສົ່ງເສີມ ການທ່ອງທ່ຽວ ນຳອີກ.
ທ່ານ ບຸນເຈົ້າ ພິຈິດ ຫົວຫນ້າຮູບເງົາ ໄດ້ເປີດເຜີຍ ຕໍ່ສື່ມວນຊົນ ທ້ອງຖີ່ນວ່າ ໂຄງການງານ ມະໂຫລານ ຮູບເງົາ ຫຼວງພຣະບາງ ໄດ້ຮັບຄວາມ ຮ່ວມມື ຈາກກົມຮູບເງົາ ກະຊວງ ຖແລງຂ່າວ ແລະ ວັທນະທັມ ສປປລາວ ກັບ ບໍຣິສັດ Society ທີ່ໄດ້ກຳນົດ ໃຫ້ຈັດງານ ດັ່ງກ່າວຂື້ນ ໃຫ້ເປັນງານ ປະຈຳເດືອນ ທັນວາ ຂອງທຸກໆປີ ທີ່ນະຄອນ ຫຼວງພຣະບາງ ນັບແຕ່ປີນີ້ ເປັນຕົ້ນໄປ.
ການກະທຳ ດັ່ງກ່າວ ກໍ່ເພື່ອສົ່ງເສີມ ອຸດສາຫະກັມ ຮູບເງົາ ໃນລາວ ແລະ ໃນຂົງເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຮ່ວມດ້ວຍການ ໂຄສະນາ ເຮັດໃຫ້ຄົນ ຮູ້ຈັກ ສປປລາວ ແລະເມືອງ ມໍຣະດົກໂລກ ຫຼວງພຣະບາງ ຫລາຍຂື້ນ. ງານມະຫາກັມ ຫຼວງພຣະບາງ ປີນີ້ ຈະຈັດຂື້ນ ເປັນເທື່ອທຳອິດ ທີ່ຈະມີ ການສະແດງ ຮູບເງົາເກົ່າ ແກ່ ທີ່ຫາຍາກ ກວ່າ 30 ເຣື້ອງ ຈາກ 10 ປະເທດອາຊີ ໃນວັນທີ 11-14 ທັນວາ ຊື່ງວັນເວລາ ດັ່ງກ່າວແມ່ນ ຖືກຄັດເລືອກ ໃຫ້ສອດຄ່ອງ ກັບການ ສເລີມສລອງ ວັນຊາດ 35 ປີ ແລະ ວັນຄອບຮອບ 15 ປີທີ່ເມືອງ ຫຼວງພຣະບາງ ໄດ້ຖືກ ຮັບຮອງ ໃຫ້ເປັນເມືອງ ມໍຣະດົກໂລກ ຄັ້ງທຳອິດ.
ງານຈະຈັດຂື້ນ ທີ່ເດີ່ນ ທາດຫຼວງ ແລະຕລາດ ຊົນເຜົ່າ ທີ່ຫຼວງພຣະບາງ ເພາະເປັນບອ່ນ ດືງດູດ ມວນຊົນ ມາຮ່ວມລາຍການ ໂດຍບໍ່ຕ້ອງ ເສັຽຄ່າ ໃຊ້ຈ່າຍໃດໆ ທັງສີ້ນ. ງານດັ່ງກ່າວ ຈະເຮັດໃຫ້ ນັກທ່ອງທ່ຽວ ຮູ້ເມືອງ ມໍຣະດົກໂລກ ຫຼວງພຣະບາງ ຫລາຍຂື້ນ ໃນ ອະນາຄົດ.