ແຂວງຄໍາມ່ວນຂຍາຍ ການທ່ອງທ່ຽວ

ການທ່ອງທ່ຽວ ແຂວງຄໍາມ່ວນ ຂຍາຍການພັທນາ ເມືອງທ່າແຂກ ເພື່ອຮອງຮັບ ການເປີດ ຂົວມິຕພາບ ລາວ-ໄທ ຂ້າມແມ່ນໍ້າຂອງ ແຫ່ງທີ 3
ມະນີຈັນ
2010.04.29

ການທ່ອງທ່ຽວ ແຂວງຄໍາມ່ວນ ວາງແຜນພັທນາ ຕົວເມືອງທ່າແຂກ ຊຶ່ງເປັນເມືອງເອກ ຂອງແຂວງ ໃຫ້ເປັນເມືອງ ທ່ອງທ່ຽວ. ໃນນັ້ນຈະມີ ການພັທນາ ບ່ອນທີ່ສໍາຄັນ ທາງສາສນາ ການທ່ຽວປ່າ ການທ່ອງທ່ຽວແບບ ພັກນໍາບ້ານ ປະຊາຊົນ-ຊົນເຜົ່າ ຮ້ານຂາຍເຄື່ອງ ປອດພາສີ ແລະຕລາດການຄ້າ ເພື່ອດຶງດູດ ນັກທ່ອງທ່ຽວ ຈາກ ກຸ່ມປະເທດອາຊຽນ ແລະ ພາກພື້ນອື່ນໆ. ໃນນັ້ນ ກໍຈະດໍາເນີນ ຄຽງຄູ່ໄປກັບ ການສ້າງຂົວມິຕພາບ ຂ້າມແມ່ນໍ້າຂອງ ລາວ-ໄທ ແຫ່ງທີ 3 ຄໍາມ່ວນ-ນະຄອນພະນົມ ທີ່ຈະສໍາເຣັດ ແລະເປີດໃຊ້ໃນປີ 2012. ຕາມຄໍາເວົ້າຂອງ ທ່ານປັນຍາ ສີສົມບັດ ຮອງຫົວໜ້າ ຫ້ອງການທ່ອງທ່ຽວ  ແຂວງຄໍາມ່ວນ:

"ຂົວມິຕພາບ ແຫ່ງທີສາມ ກໍາລັງສ້າງຢູ່ ຕົວນີ້ກໍຄິດວ່າ ໄດ້ປະມານ 30 ປາຍ 40% ເຮົາກໍມີແຜນ ພັທນາເມືອງທ່າແຂກ ໃຫ້ເປັນເມືອງທ່ອງທ່ຽວ ໃນການຮອງຮັບ ພາຍຫລັງກໍສ້າງ ຂົວແລ້ວນີ້ ເຮົາກໍມີແຜນພັທນາ ແຫລ່ງທ່ອງທ່ຽວ ຢູ່ໃນເທສບານ ແລະນອກເທສບານ ເມືອງທ່າແຂກ ເພື່ອວ່າຈະສ້າງ ຂະບວນການ ປະກາດ ເມືອງທ່າແຂກ ເປັນເມືອງທ່ອງທ່ຽວ ໃນຕໍ່ໜ້ານີ້".

ທ່ານ ປັນຍາ ກ່າວຕໍ່ໄປວ່າ ເມື່ອຂົວມິຕພາບ ລາວ-ໄທ ແຫ່ງທີ 3 ເປີດໃຊ້ຢ່າງເປັນ ທາງການ ກໍຈະເຮັດໃຫ້ ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ໃນແຂວງຄໍາມ່ວນ ຫລືເລີຍໄປ ຮອດແຂວງກວາງບິນ ຂອງວຽດນາມນັ້ນ ມີຈໍານວນເພີ່ມຂຶ້ນ ຢ່າງແນ່ນອນ.

ສໍາລັບຖນົນ ທີ່ຈະເຊື່ອມຕໍ່ ຣະຫວ່າງຂົວມິຕພາບ ນັ້ນກໍຄື ຖນົນສາຍເລກທີ 12 ໄປສູ່ດ່ານຊາຍແດນ ສາກົລ ນາເພົ້າ ຄໍາມ່ວນ-ຈໍຫລໍ ກວາງບິງ  ຊຶ່ງຖືເປັນອີກ ເສັ້ນທາງໃໝ່ເສັ້ນນຶ່ງ ທີ່ນັກທ່ອງທ່ຽວ ຈະໃຊ້ຜ່ານແຂວງ ຄໍາມ່ວນ ເພື່ອໄປປະເທດ ວຽດນາມ.

ຂົວມິຕພາບ ຄໍາມ່ວນ-ນະຄອນພະນົມ ເປັນຂົວແຫ່ງທີ 3 ຣະຫວ່າງລາວ-ໄທ ຊຶ່ງທັງສອງ ປະເທດ ລາວ-ໄທ ຮ່ວມມືກັນສ້າງ ເພື່ອເຊື່ອມສັມພັນ ແລະເປີດເສັ້ນທາງ ການຄ້າແລະການ ທ່ອງທ່ຽວ ໂດຍກໍານົດສ້າງ ແລ້ວ ໃນປີ 2012 ດ້ວຍງົບປະມານ 32 ລ້ານໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.