ການດື່ມເຫຼົ້າ ແລ້ວຂັບຣົຖ

ອຸບັຕຕິເຫຕ ຕາມທ້ອງຖນົນ ໃນນະຄອນຫລວງ ວຽງຈັນ ສ່ວນຫລາຍເກີດ ຈາກກາຣເມົາ ແລ້ວຂັບ.
ຫວາດ ສີມູນ
2010.07.01

ອຸບັຕຕິເຫຕ ຕາມທ້ອງຖນົນ ໃນນະຄອນຫລວງ ວຽງຈັນ ມີຫລາຍເພີ່ມຂຶ້ນ ເລື້ອຍໆ ດັ່ງຈະເຫັນໄດ້ ໃນເດືອນ ມີຖຸນາ ຜ່ານມາ ທີ່ມີທັງໝົດ ບໍ່ຕໍ່າກວ່າ 155 ຄັ້ງ ແລະມີຜູ້ເສັຽ ຊີວີຕໄປຍ້ອນ ເຖິງ 16 ຄົນ ຊຶ່ງສ່ວນຫລາຍເກີດ ຈາກກາຣມຶນເມົາ ທີ່ດື່ມເຫລົ້າແລ້ວ ຂັບຣົຖ ຊຶ່ງຍັງເປັນບັນຫາ ທີ່ແກ້ໄຂໄດ້ຍາກ ດັ່ງເຈົ້າໜ້າທີ່ ຈາກຫ້ອງກາຣ ຈະຣາຈອນ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:

“ຖ້າວ່າເບິ່ງສະຖີຕິ ອຸບັຕຕິເຫຕ ແມ່ນຈຳນວນຜູ້ທີ່ ເກີດອຸບັຕຕິເຫຕ ທັ້ງໝົດ 116 ຄົນ (ຄັ້ງ) ຢູ່ໃນເດືອນນີ້ (ມີຖຸນາ) ແລ້ວມີຜູ້ດື່ມ ສິ່ງມຶນເມົາເຖິງ 122 ຄົນ ພາຍຫລັງທີ່ ເລີກງານ ກໍມີກາຣ ພົບປະສັງສັນ ໝູ່ຄູ່ແຫລະເນາະ ຢາກບໍ່ຢາກ ກໍມີກາຣດື່ມເຫລົ້າ ດື່ມເບັຽຣ໌ ດື່ມສິ່ງມັນເມົາ ຂ້ອນຂ້າງສູງ”.

ເຈົ້າໜ້າທີ່ທ່ານນີ້ ໃຫ້ກາຣຊີ້ແຈງ ເພີ່ມວ່າ ຣະຍະເວລາ ທີ່ມັກຈະເກີດ ອຸບັຕຕິເຫຕນັ້ນ ແມ່ນແຕ່ 7:00 ໂມງແລງ ໄປຫາທ່ຽງຄືນ ຍ້ອນກາຣເມົາເຫລົ້າ ແລ້ວຂັບຣົຖ ແລະກໍບໍ່ ປະຕິບັຕຕາມ ກົດຈະຣາຈອນ ໂດຽແມ່ນເມືອງ ໄຊເສດຖາ ເປັນເມືອງທີ່ມັກ ຈະມີອຸບັຕຕິເຫຕ ຣົຖຕຳກັນຫລາຍ ກວ່າໝູ່ ຮອງລົງມາກໍແມ່ນ ເມືອງໄຊທານີ ຈັນທະບູຣີ ສີໂຄຕຕະບອງ ຫາດຊາຍຟອງ ແລະ ສີສັຕຕະນາຄ ຕາມລະດັບ ສ່ວນເມືອງທີ່ເກີດ ອຸບັຕຕິເຫຕຫນ້ອຍ ທີ່ສຸດນັ້ນ ກໍຄືເມືອງສັງທອງ ແລະເມືອງປາກງື່ມ.

ຢ່າງໃດກໍຕາມ ສາເຫຕຫລັກທີ່ເຮັດໃຫ້ເກີດ ອຸບັຕຕິເຫຕ ໃນທົ່ວປະເທສລາວ ປັຈຈຸບັນ ນີ້ນັ້ນກໍຍ້ອນ ປະຊາຊົນ ຝ່າຝືນ ກົດຈະຣາຈອນ ຂັບຣົຖໄວເກີນ ກຳໜົດ ແລະເມົາແລ້ວຂັບ ສະເລັ່ຽແລ້ວ ປະມານ 1,000 ກໍຣະນີ ຕໍ່ເດືອນ ໃນທົ່ວປະເທສ ຮວມທັງຣົຖຈັກ ແລະຣົຖໃຫຍ່ ຊຶ່ງສ່ວນຫລາຍກໍແມ່ນ ນະຄອນຫລວງ ວຽງຈັນ ສວັນນະເຂຕ ຈຳປາສັກ ແລະ ຫລວງພຣະບາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.