ຄວາມຄືບໜ້າ ການກໍ່ສ້າງ “ກາຊີໂນ” ເມືອງຕົ້ນເຜິ້ງ

ໂຄງກາຣ ສ້າງສະຖານທີ່ ຫລີ້ນກາຣພະນັນ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ມີຄວາມຄືບໜ້າ ເປັນຢ່າງດີ ແລະ ພ້ອມທີ່ຈະເປີດ ບໍຣິກາຣ ໃຫ້ໄດ້ ຕາມກຳໜົດ.

ໂຄງກາຣ ສ້າງ​ສະຖານ​ທີ່ ​ສຳ​ຫລັບ​ຫລີ້ນ ກາຣພະນັນ ​ຫລື​ "ກາ​ຊີ​ໂນ" ​ໃນ​ເຂ​ຕ​ເມືອງ​ຕົ້ນ​ເຜີ້ງ ​ແຂວງ​ບໍ່​ແກ້ວ ຖືກ​ດຳ​ເນີນ​ ມາ​ໄດ້​ດີ ​ຕາມ​ປົກ​ຕິ ​ເຖີງ​ແມ່ນ​ ຈະ​ປະກົດ ​ມີ​ບັນຫາ ​ບາງ​ຢ່າງ ​ໃນ​ຊ່ວງຣະຍະ​ໜື່ງນັ້ນ ກໍ​ຕາມ ​ແລະ ​ຄາດ​ວ່າ ​ຈະ​ໃຫ້​ສາມາດ ​ຈັດ​ສ້າງ​ໃຫ້​ແລ້ວ​ ສຳ​ເຣັຈ ​ເພື່ອ​ຈະ​ໃຫ້​ເປີດ ​ບໍຣິກາຣ ຕາມ​ກຳໜົດ​ໃຫ້​ໄດ້ ​ໃນ​ປີ 2014 ທີ່​ຈະ​ມາ​ເຖີງນີ້ ດັ່ງ​ນັກທຸຣະກິ​ຈ ຊາວ​ໄທຽ ຜູ້​ໜື່ງ ​ໄດ້​ກ່າວ​ເຖີງ ຄວາມ​ຄືບ​ໜ້າ ​ກ່ຽວ​ກັບ​ ເຣື່ອງນີ້​ ວ່າ:

"ມີ​ກາຣຂໍອະນຸ​ຍາຕ ກໍ່ສ້າງ ​ໂຮງ​ແຮມ​ເຮັດ​ເປັນ ກາ​ຊີ​ໂນ ​ທີ່​ໄດ້​ເຣີ່ມມາ​ໄດ້ ​ປີກ​ວ່າ​ແລ້ວ ​ແລະ ​ກໍ​ມີ​ຄວາມ​ຄືບ​ໜ້າ​ດີ ແຕ່​ຫາກ​ຍັງ ​ສ້າງ​ບໍ່​ທັນ​ແລ້ວ​ ສຳ​ເຣັຈ ຢ່າງ​ສົມ​ບູນ​ເທື່ອ ​ໃນ​ປັຈຈຸ​ບັນ​ນີ້"

ເຖີງຢ່າງ​ໃດ​ກໍ​ຕາມ​ ໂຄງກາຣ ສ້າງ​ກາ​ຊີ​ໂນ ​ແລະ ​ອຸຕສາ​ຫະກັມ ​ຕ່າງໆ ​ເປັນ​ແບບຄົບ​ວົງ​ຈອນ ​ຊື່​ງຈະ​ຮວມທັງ ​ດ້ານ​ທຸຣະກິ​ຈ ກາຣທ່ອງ​ທ່ຽວ ​ນຳດ້ວຍ ຊື່​ງທັ້ງໝົດ​ ແມ່ນ​ຢູ່​ໃນ​ເຂ​ຕ​ບໍຣິ​ເວນ ​ທີ່ມີ​ພື້ນ​ທີ່ ​ທັງ​ໝົດ​ກວ່າ 10,000 ​ໄຮ່ ​​ໂດຽຜູ້​ເຈົ້າຂອງ ​ກາຣລົງທຶນ ​ມາ​ຈາກ​ ເກາະ​ມາ​ເກົ໊າ ທີ່​ໃສ່​ຊື່ ວ່າ "ດອກ​ງີ້ວ​ຄຳ" ຈຳກັດ ​ແລະ ​ກໍ​ເປັນ​ ພາກສ່ວນ​ໜື່ງ ຂອງ​ບໍຣິສັທ​ແມ່ ​ຈາກ​ມົນທົນ ​ຢູນນານ ທີ່​ມີ​ກາຣລົງທຶນ ​ທັງ​ໝົດ​ປະມານ 3,000 ລ້ານ​ ດອລລາຣ໌ ສະຫະຣັຖ.

ໂຄງກາຣ ສ້າງ​ໂຮງ​ແຮມ ​ກາ​ຊີ​ໂນ ​ດັ່ງກ່າວ ​ເປັນ​ໂຄງກາຣ ປະຕິບັຕ ​ຕາມ​ແຜນ​ ພັທນາ ​ເສ​ຖກິ​ຈ ພິ​ເສດ​​ເພື່ອ​ໃຫ້​ສາມາດ ​ຮອງ​ຮັບ ​ເຂ​ຕກາຣຄ້າ​ເສຣີ ອາຊ໊ຽນ-ສປຈີນ​ ພາຍ​ໃນ 7 ປີ ​ຂ້າງ​ໜ້າ​ນີ້.