ຄວາມຄືບໜ້າ ການກໍ່ສ້າງ “ກາຊີໂນ” ເມືອງຕົ້ນເຜິ້ງ
2008.09.16
ໂຄງກາຣ ສ້າງສະຖານທີ່ ສຳຫລັບຫລີ້ນ ກາຣພະນັນ ຫລື “ກາຊີໂນ” ໃນເຂຕເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຖືກດຳເນີນ ມາໄດ້ດີ ຕາມປົກຕິ ເຖີງແມ່ນ ຈະປະກົດ ມີບັນຫາ ບາງຢ່າງ ໃນຊ່ວງຣະຍະໜື່ງນັ້ນ ກໍຕາມ ແລະ ຄາດວ່າ ຈະໃຫ້ສາມາດ ຈັດສ້າງໃຫ້ແລ້ວ ສຳເຣັຈ ເພື່ອຈະໃຫ້ເປີດ ບໍຣິກາຣ ຕາມກຳໜົດໃຫ້ໄດ້ ໃນປີ 2014 ທີ່ຈະມາເຖີງນີ້ ດັ່ງນັກທຸຣະກິຈ ຊາວໄທຽ ຜູ້ໜື່ງ ໄດ້ກ່າວເຖີງ ຄວາມຄືບໜ້າ ກ່ຽວກັບ ເຣື່ອງນີ້ ວ່າ:
“ມີກາຣຂໍອະນຸຍາຕ ກໍ່ສ້າງ ໂຮງແຮມເຮັດເປັນ ກາຊີໂນ ທີ່ໄດ້ເຣີ່ມມາໄດ້ ປີກວ່າແລ້ວ ແລະ ກໍມີຄວາມຄືບໜ້າດີ ແຕ່ຫາກຍັງ ສ້າງບໍ່ທັນແລ້ວ ສຳເຣັຈ ຢ່າງສົມບູນເທື່ອ ໃນປັຈຈຸບັນນີ້”
ເຖີງຢ່າງໃດກໍຕາມ ໂຄງກາຣ ສ້າງກາຊີໂນ ແລະ ອຸຕສາຫະກັມ ຕ່າງໆ ເປັນແບບຄົບວົງຈອນ ຊື່ງຈະຮວມທັງ ດ້ານທຸຣະກິຈ ກາຣທ່ອງທ່ຽວ ນຳດ້ວຍ ຊື່ງທັ້ງໝົດ ແມ່ນຢູ່ໃນເຂຕບໍຣິເວນ ທີ່ມີພື້ນທີ່ ທັງໝົດກວ່າ 10,000 ໄຮ່ ໂດຽຜູ້ເຈົ້າຂອງ ກາຣລົງທຶນ ມາຈາກ ເກາະມາເກົ໊າ ທີ່ໃສ່ຊື່ ວ່າ “ດອກງີ້ວຄຳ” ຈຳກັດ ແລະ ກໍເປັນ ພາກສ່ວນໜື່ງ ຂອງບໍຣິສັທແມ່ ຈາກມົນທົນ ຢູນນານ ທີ່ມີກາຣລົງທຶນ ທັງໝົດປະມານ 3,000 ລ້ານ ດອລລາຣ໌ ສະຫະຣັຖ.
ໂຄງກາຣ ສ້າງໂຮງແຮມ ກາຊີໂນ ດັ່ງກ່າວ ເປັນໂຄງກາຣ ປະຕິບັຕ ຕາມແຜນ ພັທນາ ເສຖກິຈ ພິເສດເພື່ອໃຫ້ສາມາດ ຮອງຮັບ ເຂຕກາຣຄ້າເສຣີ ອາຊ໊ຽນ-ສປຈີນ ພາຍໃນ 7 ປີ ຂ້າງໜ້ານີ້.