ກາຊີໂນແຂວງບໍ່ແກ້ວ ອາຈສ່ຽງຕໍ່ຢາເສບຕິດ
2010.05.18

ເຈົ້າຫນ້າທີ່ປາບປາມ ຢາເສບຕິດ ໃນບໍຣິເວນ ສາມຫລ່ຽມຄຳ ເປີດເຜີຍຢ່າງບໍ່ ເປັນທາງການວ່າ ກາຊີໂນຈີນ ໃນແຂວງບໍ່ແກ້ວ ຍັງຄົງເປັນບ່ອນ ທີ່ສ່ຽງຕໍ່ການ ແພ່ຈໍາໜ່າຍຂອງ ຢາເສບຕິດ ໃນສປປລາວ ເນື່ອງຈາກວ່າ ທາງການລາວ ບໍ່ມີສິດເຂົ້າໄປ ຄວບຄຸມກິຈກັມໃດໆ ພາຍໃນ ເຂດທ່ອງທ່ຽວ ກາຊີໂນ. ບໍຣິເວນດັ່ງກ່າວ ເປັນພື້ນທີ່ ຮັບຜິດຊອບຂອງ ນັກລົງທຶນຈີນ ທີ່ມາລົງທຶນ ໃນລາວ. ດັ່ງທ່ານກ່າວໃນ ຕອນນຶ່ງວ່າ:
"ທັ້ງນີ້ທັ້ງນັ້ນ ກໍ່ຖືກດູ ແນວໂນ້ມຕໍ່ໄປວ່າ ແຕ່ສຳລັບການ ປະເມີນ ສະຖານະການ ຄຣ່າວໆ ລັກສນະຂອງ ຢາເສບຕິດ ກໍ່ມີຄວາມເປັນ ໄປໄດ້ສູງ ທີ່ຈະເຂົ້າມາໃນ ສະຖານບັນເທີງ ບ່ອນທີ່ເປີດກາຊາໂນ ຕຣົງນັ້ນ".
ທ່ານກ່າວຕໍ່ໄປວ່າ ກາຊີໂນ ຂອງກຸ່ມນັກລົງທຶນ ດອກງິ້ວຄຳ ອາດເປັນນຶ່ງ ໃນສາເຫດທີ່ເຮັດໃຫ້ ມີຊ່ອງວ່າງການ ເຮັດຜິດກົດຫມາຍ ໂດຍສະເພາະເລື້ອງ ການໃຊ້ ຫລືຂາຍ ຢາເສບຕິດ ໃນພື້ນທີ່ດັ່ງກ່າວ ຊຶ່ງທາງການລາວ ເຂົ້າໄປເອົາຜິດ ໄດ້ຍາກເພາະ ກຸ່ມດອກງິ້ວຄຳ ເປັນຜູ້ເບີ່ງແຍງ ອອກກົດຣະບຽບ ຄວບຄຸມເອົາເອງ. ການກະທຳດັ່ງກ່າວ ສົ່ງຜົລກະທົບ ຕໍ່ໂດຍກົງຕໍ່ ສະຖານະການ ການແຜ່ຂຍາຍ ຂອງຢາເສບຕິດ ໃນເຂດສາມຫລ່ຽມຄຳ ດັ່ງຢາໄອ໊ຊ ຢາບ້າແລະຢາ ກະຕຸ້ນປະສາດ ປະເພດຕ່າງໆ.
ສຳລັບແຜນການ ແກ້ໄຂນັ້ນ ເຈົ້າຫນ້າທີ່ປາບປາມ ຢາເສບຕິດຮ່ວມ ຣະຫວ່າງລາວ-ໄທ ກໍ່ຍັງມີການ ປະສານງານກັນ ຢ່າງສມ່ຳສເມີ ພາຍໃຕ້ຄວາມຮ່ວມມື ຣະຫວ່າງ ສອງປະເທດ ແຕ່ກໍປະຕິບັດງານ ບໍ່ໄດ້ທົ່ວເຖິງ ຍ້ອນພູມີປະເທດ ອັນຍາວໄກ ທີ່ ເປັນຊ່ອງວ່າງເຮັດ ໃຫ້ກຸ່ມຄ້າຢາເສບຕິດ ຝ່າຜຝືກົດຫມາຍ ໄດ້ຢ່າງງ່າຍດາຍ.