ກົດຟັງສຽງ
ເຈົ້າໜ້າທີ່ ທາງການ ລາວ ໄດ້ສັ່ງໃຫ້ ຣາສດອນ ໃນ 13 ໝູ່ບ້ານ ຍ້າຍອອກ ຈາກພື້ນທີ່ ບໍຣິເວນ ທີ່ຈະໄດ້ ມີການ ກໍ່ສ້າງເຂື່ອນ ໄຟຟ້າ ນໍ້າຄານ 2 ໃນເຂດ ເມືອງຊຽງເງິນ ແຂວງ ຫລວງພຣະບາງ ຊຶ່ງໄດ້ເລີ້ມ ກໍ່ສ້າງ ມາຕັ້ງແຕ່ ເດືອນ ມີນາ ປີນີ້. ອີງຕາມ ລາຍງານ ຂ່າວທ້ອງຖິ່ນ ອ້າງການ ເປີດເຜີຍ ຂອງເຈົ້າ ໜ້າທີ່ ຮັບຜິດຊອບ ກ່ຽວກັບ ໂຄງການ ສ້າງເຂື່ອນ ດັ່ງກ່າວ.
ເຂື່ອນໄຟຟ້າ ນໍ້າຄານ 2 ແມ່ນການ ລົງທຶນ ຂອງ ຣັຖບານລາວ, ຈະຜລິດ ກະແສ ໄຟຟ້າ ໄດ້ 130 ເມັກກະວັດ, ໂດຍໃຊ້ເງິນ ຈາກ ທະນາຄານ ສົ່ງອອກ ແລະ ນໍາເຂົ້າ ຂອງຈີນ ແລະ ບໍຣິສັດ Sino-hydro Corporation ຮັບເໝົາ ກໍ່ສ້າງ ໂດຍມີ ກໍານົດ ເປີດໃຊ້ ບໍຣິການ ໃນປີ 2014.
ກະແສ ໄຟຟ້າ ທີ່ຜລິດໄດ້ ທັງໝົດ ຈະນໍາເຂົ້າ ລະບົບ ຂອງ ຣັຖວິສາຫະກິດ ໄຟຟ້າ ລາວ ເພື່ອໃຊ້ ໃນຫລາຍໆແຂວງ ທາງພາກເໜືອ ຂອງ ປະເທດ. ທ່ານ ທອງພັນ ທອງສາ ຮອງຫົວໜ້າ ໂຄງການ ສ້າງເຂື່ອນ ດັ່ງກ່າວ ບອກກັບ ອົງການ ຂ່າວສານ ປະເທດລາວ.
ຣາສດອນ ທີ່ໄດ້ຮັບ ຜົນກະທົບ ຈາກ 9 ໝູ່ບ້ານ ຢູ່ໃນເຂດ ເມືອງ ຊຽງເງິນ ແລະ ອີກ 4 ໝູ່ບ້ານ ຢູ່ໃນເຂດ ເມືອງ ປາກຄູນ ແຂວງ ຫລວງພຣະບາງ. ຊາວບ້ານ ໄດ້ຮັບເງິນ ທົດແທນ ຮ່ວມກັນ ທັງໝົດ 70,000 ຕື້ກີບ. ແຕ່ທ່ານ ທອງພັນ ກໍບໍ່ໄດ້ ເວົ້າເຖິງ ຈໍານວນ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ໃນພື້ນທີ່ ທັງໝົດ.
ທ່ານ ທອງພັນ ເວົ້າອີກວ່າ ການສ້າງເຂື່ອນ ດັ່ງກ່າວ ໄດ້ຈ້າງ ຄົນງານລາວ ລະຫວ່າງ 4,000 ຫາ 5,000 ຄົນ ແລະ ຍັງໄດ້ມີ ການຕັດທາງ ຍາວ 37 ກິໂລແມັດ ເຂົ້າສູ່ ສະຖານທີ່ ກໍ່ສ້າງ ອີກດ້ວຍ.