ຊາວໄທຍື່ນຟ້ອງຣັຖບານ
2012.06.01
ເຄືອຂ່າຍ ປະຊາຊົນ ຈາກ 7 ແຂວງລຸ່ມ ແມ່ນໍ້າຂອງ ໃນພາຄອີສານ ຂອງໄທຽ ພາກັນ ຮວບຮວມ ຣາຍຊື່ ຂອງພວກ ທີ່ຄາດວ່າ ຈະໄດ້ຮັບ ຜົລກະທົບ ຈາກໂຄງກາຣ ກໍ່ສ້າງເຂື່ອນ ໄຊຍະບູຣີ ເພື່ອປະກອບ ເຂົ້າໃນສຳເນົາ ເພື່ອຟ້ອງຮ້ອງ ຕໍ່ສາລປົກຄອງ ຂອງໄທ ພາຍໃນ ເດືອນ ມີຖຸນາ 2012 ນີ້. ດັ່ງຜູ້ຕາງໜ້າ ຂອງເຄືອຂ່າຍ ໄດ້ກ່າວວ່າ:
ຍານາງວ່າ "ປັຈຈຸບັນນີ້ ຮວບຮວມ ຣາຍຊື່ ປະຊາຊົນ ໄດ້ແລ້ວເກືອບ ຮອດ 300 ຄົນ ຈາກ 7 ແຂວງ ແລະໃນເມື່ອເຖີງ ກຳໜົດ ເວລາແລ້ວ ກໍຈະພາກັນ ໄປເປັນຂບວນ ໂຮມກັນຢູ່ ຕໍ່ໜ້າສາລ ປົກຄອງ ເພື່ອຍື່ນກ້ານຟ້ອງ ແລະ ນອກຈາກນັ້ນ ກໍຈະມີ ກາຣຍື່ນໜັງສື ໄປຍັງຫ້ອງກາຣ ຄນະກັມມາທິກາຣ ແມ່ນໍ້າຂອງ MRC ເພື່ອສອບຖາມ ຣາຍລະອຽດ ວ່າມີກາຣ ຕົກລົງ ກັນແບບໃດ ແດ່ແລ້ວ".
ພ້ອມດຽວກັນນີ້ ຍານາງ ກໍວ່າ ສຳຫລັບກາຣ ເຕົ້າໂຮມກັນ ຄັ້ງໃໝ່ ຢູ່ສາລປົກຄອງ ຄາດວ່າ ຈະຈັດຂຶ້ນ ພາຍໃນວັນທີ່ 15 ມີຖຸນາ ນີ້ ເພື່ອຟ້ອງຮ້ອງ ທາງກົດໝາຍ ກັບ ຣັຖບາລໄທຽ ທີ່ໄດ້ເຊັນ ສັນຍາ ຊື້-ຂາຍ ໄຟຟ້າ ຈາກໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ໂດຽທີ່ບໍ່ມີ ກາຣເປີດເຜີຽ ຣາຍລະອຽດ ຫລືອອກແຖລງ ຂ່າວຢ່າງໂປ່ງໃສ ຕາມທີ່ ກົດໝາຍໄທຽ ໄດ້ກຳໜົດໄວ້.
ຢ່າງໃດກໍຕາມ ທາງເຄືອຂ່າຍ ປະຊາຊົນ ລຸ່ມແມ່ນໍ້າຂອງ ດັ່ງກ່າວ ໃຫ້ກາຣ ຢືນຢັນວ່າ ຈະ ດໍາເນີນກາຣ ຄັດຄ້ານ ໂຄງກາຣສ້າງ ເຂື່ອນ ໄຊຍະບູຣີ ດັ່ງກ່າວນີ້ ຕໍ່ໄປ ເພື່ອປົກປ້ອງ ແມ່ນໍ້າຂອງ ແລະ ກໍເພື່ອເປັນກາຣ ຮຽກຮ້ອງແທນ ປະຊາຊົນ ໃນປະເທສລຸ່ມ ແມ່ນໍ້າຂອງ ອື່ນໆ ທີ່ບໍ່ມີສິທ ຕໍ່ວ່າຕໍ່ຂານ ແຕ່ຢ່າງໃດນັ້ນ.