ປະຊາຊົນໃນເຂດເກົ້າລ້ຽວ ຍັງບໍ່ມີຄວາມໝັ້ນໃຈ ບັນຫາຕາຝັ່ງເຈື່ອນ

ປະຊາຊົນໃນເຂດເກົ້າລ້ຽວ ຍັງບໍ່ມີຄວາມໝັ້ນໃຈ ວ່າທາງການ ຈະມາແກ້ໄຂ ບັນຫາ ຕາຝັ່ງເຈື່ອນ ຢ່າງຈິງຈັງ
ໂພໃຊສະວັດ
2009.01.16

ປະຊາຊົນໃນເຂດເກົ້າລ້ຽວ ຍັງບໍ່ມີຄວາມໝັ້ນໃຈ ວ່າທາງການ ຈະມາແກ້ໄຂ ບັນຫາ ຕາຝັ່ງເຈື່ອນ ຢ່າງຈິງຈັງ ຫລັງຈາກເຫດການ ນໍ້າຖ້ວມໃຫຍ່ ຕາມແຄມຝັ່ງ ນະຄອນຫລວງວຽງຈັນ ເມື່ອປີກາຍນີ້ ປະຊາຊົນໃນເຂດ ບ້ານເກົ້າລ້ຽວ ທີ່ໄດ້ຮັບຜົນກະທົບ ກໍພາກັນປ້ອງກັນ ດິນຕາຝັ່ງເຈື່ອນກັນເອງ ໂດຍບໍ່ມີໂຄງການ ໃດເຂົ້າມາຊ່ອຍເຫລືອ ຈຶ່ງເຮັດໃຫ້ ປະຊາຊົນ ບໍລິເວນບ້ານເກົ້າລ້ຽວ ນະຄອນຫລວງວຽງຈັນ ຍັງບໍ່ມີຄວາມໝັ້ນໃຈ ວ່າຣັຖບານ ຈະມີແຜນການສ້າງ ຄູກັ້ນຕາຝັ່ງເຈື່ອນ ຢ່າງຈິງຈັງ ເຖິງແມ່ນວ່າຈະເຫັນ ເຈົ້າໜ້າທີ່ຣັຖ ລົງມາສໍາຣວດກວດກາ ແລ້ວກໍຕາມ ດັ່ງ ທ້າວ ບຸນແສງ ໄຊພູນທອງ ປະຊາຊົນ ທີ່ອາສັຍຢູ່ບໍລິເວນ ບ້ານເກົ້າລ້ຽວ ເວົ້າວ່າເປັນໂຄງການແທ້ ຍັງບໍ່ທັນເຮັດເທື່ອ ເພິ່ນວ່າບໍ່ມີໂຄງການກັນເຈື່ອນ ບໍ່ມີທຶນມາຊ່ອຍເຫລືອ ເພາະວ່າມັນຕົວ ເກົ້າລ້ຽວ ບ້ານຄໍາ ຂື້ນໄປຮອດແຖວ ກອງບ້ານໃໝ່ ແຖວບ້ານ ບ້ານໃໝ່ ເພິ່ນວ່າຈະມາເຮັດກັນເຈື່ອນ ຕົວນີ້ ເພີ່ນກໍເຮັດແບບ ເທົ້າທີ່ ເພິ່ນເຮັດກັນເຈື່ອນທັມມະດາ ເຈົ້າຂອງບ້ານແຖວນີ້ກໍ ເຮັດອ້ອມແອ້ມຊື່ໆ ເຮັດທັມມະດາ ເຖິງຢ່າງໃດກໍຕາມ ທາງການລາວ ກໍໄດ້ມີແຜນການທີ່ ແນ່ນອນແລ້ວ ວ່າຈະເລີ້ມລົງມື ແກ້ໄຂບັນຫາ ຕາຝັ່ງເຈື່ອນ ໃນເດືອນ ກຸມພາ 2009 ນີ້ ໂດຍຈະເລີ້ມຈາກບໍລິເວນ ດອນຈັນ ພາເລດສ  ເປັນບ່ອນທໍາອິດ ແລະແກ້ໄຂໄປໃນເຂດອື່ນຕໍ່ໄປ ໃຫ້ແລ້ວພາຍໃນ ປີ 2010 ທາງການລາວ ໄດ້ລົງໄປສໍາຣວດ ບໍລິເວນທີ່ໄດ້ຣັບການກະທົບ ແຕ່ປະຊາຊົນ ໃນບໍລິເວນດັ່ງກ່າວ ກໍຍັງບໍ່ແນ່ໃຈ ວ່າຈະເລີ້ມຕົ້ນສ້າງເມື່ອໃດ໋ ແລະຕ້ອງໂຍກຍ້າຍ ອອກຈາກພື້ນທີ່ເມື່ອໃດ໋ ຊຶ່ງມີຫລາຍສຽງ ທີ່ຄິດເຫັນວ່າ ບໍ່ຢາກຍ້າຍອອກຈາກ ພື້ນທີ່ເດີມ ເຖິງຢ່າງໃດກໍດີທາງ ການຮັບຜິດຊອບ ກໍໄດ້ຈັດກຽມສະຖານ ທີ່ບ່ອນໃໝ່ໄວ້ໃຫ້ ປະຊາຊົນທີ່ຕ້ອງ ໂຍກຍ້າຍຢູ່ແລ້ວ ດັ່ງທ່ານ ຈັນສະໝອນ ພະສວັດ ຮອງຫົວໜ້າໂຄງການ ພັດທະນາຕາຝັ່ງເຈື່ອນ ນະຄອນຫລວງວຽງຈັນ ເວົ້າວ່າ ຍ້າຍປະຊາຊົນ ທາງ13ເໜືອ ແຕ່ວ່າຢູ່ເມືອງສີໂຄດຕະບອງ ຄືກັນໃກ້ໆນະ ອອກຈາກຫັ້ນມາປະມານ 4 ກິໂລແມດກໍບໍ່ໄດ້ໄກຈາກ ແຖວນັ້ນດອກ ເຂົາເຈົ້າກໍຮູ້ແລ້ວ ເພາະວ່າຂັ້ນເທິງກໍລົງ ມາຫລາຍ ເທື່ອແລ້ວ ເຂົາເຈົ້າກໍມີຂໍ້ມູນໝົດແລ້ວເດ ເຂົາເຈົ້າກໍຖາມປະຊາຊົນ ແຕ່ລະຄອບຄົວແລ້ວເນາະພາກສ່ວນກ່ຽວຂ້ອງ ໝັ້ນໃຈວ່າ ປະຊາຊົນ ໄດ້ຮັບຄວາມເຂົ້າໃຈທີ່ຖືກຕ້ອງ ຈາກການຊີ້ແຈງ ຂອງ ເຈົ້າໜ້າທີ່ຣັຖ ແລະ ສ່ວນໃຫຍ່ເຕັມໃຈ ຈະຍ້າຍອອກ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.