ພິທີເປີດການກໍ່ສ້າງ ເຂື່ອນເລີ້ມແລ້ວ
2012.11.08

ໃນວັນທີ 7 ພຶສຈິກາ 2012 ສປປລາວ ໄດ້ຈັດພິທີ ວາງຫີນ ສີລາລຶກ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ແຫ່ງທຳອິດ ໃນແຂວງ ໄຊຍະບູຣີ ທີ່ມີມູນຄ່າ ປະມານ 3 ພັນ 5 ຮ້ອຍລ້ານ ໂດລ້າ ສະຫະຣັດ ຢ່າງເປັນທາງການ ທັ້ງໆທີ່ມີການ ຄັດຄ້ານ ຈາກກຸ່ມປົກປ້ອງ ສີ່ງແວດລ້ອມ ແລະ ບັນດາປະເທດລຸ່ມ ແມ່ນ້ຳຂອງ ເພາະເຂື່ອນດັ່ງກ່າວ ອາດຈະສົ່ງຜົລ ກະທົບ ຕໍ່ວິຖີຊີວິດ ແລະການເປັນຢູ່ ຂອງປະຊາຊົນ ການຂື້ນລົງຂອງປາ ແລະ ການກະເສດ.
ທ່ານ ສົມສະວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີລາວ ທີ່ເປັນປະທານ ໄດ້ກ່າວໃນພີທີວ່າ: ພວກເຮົາມີໂອກາດ ໄດ້ຮັບຟັງ ຄວາມຄິດຄວາມເຫັນ ແລະ ຄຳແນະນຳ ຈາກ ຫລາຍປະເທດ ລຸ່ມ ແມ່ນ້ຳຂອງ ໃນທີ່ສຸດພວກເຮົາ ໄດ້ຕົກລົງກັນ ເລືອກເອົາມື້ນີ້ ເປັນມື້ເລີ້ມຕົ້ນ ໂຄງການ.
ເຈົ້າຫນ້າທີ່ ຈາກປະເທດ ກຳພູຊາ ແລະ ວຽດນາມ ທີ່ຕ້ານການສ້າງເຂື່ອນ ປະຕິເສດ ທີ່ຈະໃຫ້ຄວາມເຫັນ ເມື່ອຖືກຖາມ ຈາກກຸ່ມນັກຂ່າວ. ພິທີວາງຫີນ ສີິລາລຶກ ຊື່ງຕາມ ທັມມະດາແລ້ວ ແມ່ນການເລີ້ມຕົ້ນ ໂຄງການ ໄດ້ຈັດຂຶ້ນ ໃນຊ່ວງທີ່ຜູ້ນຳ ຈາກຫລາຍປະເທດ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ເອເຊັຽ-ຢູ່ໂຣບ ໃນລາວ ຊື່ງໃນນັ້ນ ມີຫລາຍ ປະເທດປະນາມ ການສ້າງເຂື່ອນ ດັ່ງກ່່າວ.
ບໍຣິສັດ ຊ ການຊ່າງ ໄດ້ທຳການສຳຣວດ ແລະ ເລີ້ມວຽກງານ ຂັ້ນຕົ້ນ ມາເກືອບຮອດ ສອງປີແລ້ວ ຊື່ງຣັຖບານລາວ ກໍປະຕິເສດ ກ່ຽວກັບ ເຣື່ອງນີ້ ຢູ່ຕຣອດມາ ຊື່ງເຂື່ອນ ໄຊຍະບູຣີ ມີກຳນົດ ສ້າງສຳເຣັດ ໃນປີ 2019.