ວຽດນາມບໍ່ຄັດຄ້ານ ເຂື່ອນລາວໃສ່ນ້ຳຂອງ
2012.11.09

ເຈົ້າຫນ້າທີ່ ລາວ ຖແລງ ໃນອາທີດ ນີ້ວ່າ ທາງການລາວ ໄດ້ອະນຸມັດ ໃຫ້ເດີນຫນ້າ ໃນໂຄງການ ເຂື່ອນ ໄຊຍະບູຣີ ໂດຍມີການ ນຳພາ ກຸ່ມນັກຂ່າວ ຕ່າງປະເທດ ແລະ ນັກການທູຕ ຈາກຫລາຍ ປະເທດ ເຂົ້າໄປ ທັສນະສຶກສາ ພື້ນທີ່ ກໍໍໍ່ສ້າງ ແລະ ວຽກງານ ປະເພດຕ່າງໆ ເຊັ່ນ ຖນົນເຂົ້າໄປ ຫາໂຕເຂື່ອນ ແລະ ອາຄານ ສຳລັບ ພະນັກງານ ທີ່ກໍສ້າງແລ້ວ.
ວຽດນາມ ແລະ ກຳພູຊາ ໃນປີທີ່ ຜ່ານມາ ໄດ້ສເນີໃຫ້ ຣັຖບານລາວ ໃຊ້ເວລາ 10 ປີ ສຶກສາ ເຖີງ ຜົລກະທົບ ຂ້າມແດນ ກ່ອນຈະສ້າງ ເຂື່ອນໃສ່ ແມ່ນ້ຳຂອງ ທັງສອງ ປະເທດ ໄດ້ສະແດງ ຄວາມເປັນຫ່ວງ ຢ້ານວ່າ ເຂື່ອນ ໄຊຍະບູຣີ ຈະສົ່ງ ຜົລກະທົບ ຕໍ່ຝຸງປາ ແລະ ຊິວີດ ການເປັນຢູ່ ຂອງ ປະຊາຊົນ ຫລາຍລ້ານຄົນ ຕາມລຳ ແມ່ນ້ຳຂອງ ແຕ່ເຫນືອ ຕລອດໃຕ້ ເລີ້ມຈາກ ຈີນ ແລະ ຕິເບດ ລົງໄປສູ ທະເລຈີນໃຕ້ ສາມຫລ່ຽມ ປາກ ແມ່ນ້ຳຂອງ ທີ່ ປະເທດ ວຽດນາມ.
ໂຄສົກ ກະຊວງ ຕ່າງປະເທດ ວຽດນາມ ທ່ານ ລອງທັນຍີ່ ກ່າວ ໃນວັນທີ 6 ພຶສຈິກາ ວ່າ ຣັຖບານລາວ ໄດ້ຕັດສີນໃຈ ສ້າງເຂື່ອນ ໄຊຍະບູຣີ ທີ່ມີມູນຄ່າ ປະມານ 3 ພັນ 5 ຮ້ອຍລ້ານ ໂດລາ ຫລັງຈາກ ໄດ້່ປ່ຽນການ ອອກແບບ ເພື່ອບໍ່ໃຫ້ ມີຜົລ ກະທົບ ຂ້າມພົມແດນ ທາງການ ວຽດນາມ ຈື່ງບໍ່ມີ ຂໍ້ຄັດຄ້ານ ໂຄງການ ດັ່ງກ່າວ.