ເຂື່ອນໄຊຍະບູຣີ ມີຜົນຮ້າຍແນ່ນອນ
2012.11.09

ໃນຖແລງຂ່າວ ຄັດຄ້ານ ການສ້າງເຂື່ອນ ໄຊຍະບູຣີ ແລະ ຮຽກຮ້ອງ ໃຫ້ຣັຖບານ ໄທ ຍົກເລີກ ສັນຍາ ຊື້ໄຟຟ້າ ຈາກໂຄງການ ເຂື່ອນ ໄຊຍະບູຣີ ທ່ານ ສຸຣະຈິດ ຊີຣະເວດ ແລະ ທ່ານ ປະສານ ມະຣືຄະພິທັກ ທີ່ເປັນ ສະມາຊິກ ວຸດທິສະພາໄທ ຄະນະກັມມະການ ຊັພຍາກອນ ທັມມະຊາດ ກ່າວວ່າ ຈາກການ ສຶກສາ ຫລາຍ ສະບັບພົບວ່າ ເຂື່ອນ ດັ່ງກ່າວ ຈະສົ່ງຜົລ ກະທົບ ຕໍ່ພັນປາ ແລະ ການປະໂມງ ຕາມລຳ ແມ່ນ້ຳຂອງ ຢ່າງແນ່ນອນ. ດັ່ງທ່ານ ປະສານ ກ່າວ ໃນຕອນນື່ງວ່າ:
"ໃນຄຳໃຫ້ການ ຂອງ ຣັຖມົນຕຣີ ກະຊວງ ຕ່າງປະເທດ ຂອງໄທ ບອກວ່າ ຣັຖບານລາວ ທຳການ ສຶກສາແລ້ວ ຫລາຍສະບັບ ທີ່ສະແດງ ໃຫ້ເຫັນວ່າ ບໍ່ມີ ຜົລກະທົບ ຕໍ່ການປະມົງ ນັ້ນແມ່ນຜິດ ຢ່າງສິ້ນເຊີງ ນະ ຜົລກະທົບ ຕໍ່ການປະມົງ ນີ້ ມີຢ່າງ ມະຫາສານ ພັນປາ ຈະຫາຍໄປ ວິທີຖີວີດ ການຂື້ນລົງ ຂອງປາ ຕາມທັມມະຊາດ ກໍຈະຫາຍໄປ ນັ້ນກໍຄື ຜົລກະທົບ".
ຈາກຂໍ້ມູນ ຂອງອົງການ ຟື້ນຟູນິເວດ ໃນພູມີພາກ ແມ່ນ້ຳຂອງ ຫລື Terra ພົບວ່າ ການຂື້ນລົງ ຂອງຣະດັບນ້ຳ ປ່ຽນແປງ ຕໍ່ການຈະເຣີນ ເຕີບໂຕ ແລະ ການວາງໄຂ່ ຂອງພັນປາ ໂດຍສະເພາະ ໃນປະເທດ ກຳພູຊາ ທີ່ປະຊາຊົນ ສ່ວນໃຫຍ່ ມີອາຊີພ ການປະມົງ ທັງນັ້ນ ທ່່ານ ສຸຣະຈີິດ ກ່າວວ່າ ເຖິງວ່າ ກຸ່ມຜູ້ກໍ່ສ້າງ ເຂື່ອນ ໄຊຍະບູຣີ ຈະໃຫ້ການ ຢືນຢັນວ່າ ຈະສ້າງບັນໃດ ເພື່ອໃຫ້ປາ ສາມາດຂື້ນລົງ ໄປວາງໄຂ່ ໄດ້ນັ້ນ ແຕ່ຈາກຕົວຢ່າງ ເຂື່ອນ ປາກມູນ ທີ່ປະເທດໄທ ພົບວ່າ ບັນໃດ ສຳລັບປາ ຜ່ານນັ້ນ ບໍ່ໄດ້ຜົລ:
"ທາງປາຜ່ານ ບັນໃດປາໂຈນ ຫລືປາກມູນ ມັນຢືນຢັນ ແລ້ວວ່າ ມັນຫລົ້ມເຫລວ ເຂື່ອນ ໄຊຍະບູຣີ ເຂົາປັບຈາກ ເດີມທີ່ ເປັນບັນໃດປາໂຈນ ເປັນທາງ ປາຜ່ານ ແຕ່ທາງປາຜ່ານ ອັນນີ້ ມັນຄົດລ້ຽວ ຫລາຍ ຕາມຄວາມເປັນຈີງ ມັນຈະຕັດ ຊີວີດການ ໂຄຈອນ ຂອງປາໃນ ຫລາຍພັນ ພວກເຮົາ ຕ້ອງຄິດວ່າ ສອງຝັ່ງ ແມ່ນ້ຳຂອງ ປະຊາຊົນ ສອງຝັ່ງ ອາສັຍ ການປະມົງ ເປັນຊິວີິດ ຂອງເຂົາ ຖ້າເຮົາບໍ່ ສາມາດ ຮັບຜິດຊອບ ເຂົາໄດ້ ກໍຄືດັ່ງ ເຮົາຖີ້ມ ການປະມົງໄປ ເຮົາຈະ ເຮັດຢ່າງໃດ ຕາມກົດຫມາຍໄທ ການປ້ອງກັນ ມາກ່ອນ ການປິ່ນປົວ ຢຽວຢາ".
ທັງສອງທ່ານ ຢາກສເນີແນະ ໃຫ້ຜູ້ທີ່ມີ ສ່ວນກ່ຽວຂ້ອງ ກັບໂຄງການ ເຂື່ອນ ໄຊຍະບູຣີ ຄືຣັຖບານ ທັງສອງ ປະເທດ ແລະ ກຸ່ມນັກລົງທືນ ຜູ້ຮັບເຫມົາ ກໍ່ສ້າງ ຮ່ວມທັງ ທະນາຄານ ທີ່ໃຫ້ເງີນກູ້ ໃນໂຄງການ ຄວນທົບທວນ ຄືນອີກວ່າ ຜົລທີ່ໄດ້ ຈະຄຸ້ມຄ່າ ກັບຄວາມ ເສັຽຫາຍ ຫລືບໍ່?