ນໍ້າຂອງບົກຊຸມຊົນ ມີບັນຫາ
2012.02.28

ກົດຟັງສຽງ
ນ້ຳຂອງ ໃນບາງເຂດ ບົກລົງ ຢ່າງຜິດ ປົກກະຕິ ໃນປີນີ້ ແລະ ຫລາຍແຫ່ງ ຣະດັບນ້ຳ ໃນແມ່ນ້ຳຂອງ ກໍລົດລົງ ຢ່າງຫນ້າວິຕົກ ສົ່ງຜົລ ກະທົບຕໍ່ ການບໍຣິການ ນ້ຳປະປາ ໃນຫລາຍ ຫົວເມືອງ ທີ່ແຂວງ ນະຄອນພນົມ ຂອງໄທ ຕົງກັນຂ້າມ ກັບ ແຂວງຄຳມ່ວນ.
ເຖິງແມ່ນວ່າ ຣະດູແລ້ງ ຫາກໍເລີ້ມ ແຕ່ຣະດັບນ້່ຳ ໃນແມ່ນ້ຳຂອງ ໃນເຂດແຂວງ ພາກອີ່ສານ ຂອງໄທ ໄດ້ຫລຸດລົງ ຢ່າງຫນ້າ ເປັນຫວ່ງ ບາງຈຸດສາມາດ ເບີ່ງເຫັນພື້ນ ນ້ຳຂອງ ເຊັ່ນທີ່ເມືອງທ່າ ອຸເທນ ເມືອງພນົມ ແລະ ເມືອງ ນະຄອນພະນົມ ໃນ ເຂດນີ້ ນ້ຳໃນ ແມ່ນ້ຳຂອງ ແຫ້ງຫມົດ.
ຣະດັບນ້ຳ ລົດລົງ ສ້າງບັນຫາ ໃຫ້ແກ່ການ ເດີນເຮືອສີນຄ້າ ຫລືການ ຂົນສົ່ງ ທາງເຮືອ ຕາມລຳ ແມ່ນ້ຳຂອງ ປະເພດຕ່່າງໆ ທີ່ຈະໄປເຖິງ ຈຸດຫມາຍ ປາຍທາງໄດ້. ຫົວຫນ້າ ຫ້ອງການ ນ້ຳປະປາ ປະຈຳແຂວງ ທ່ານ ປາຣົງ ສີປາຣາຢາ ກ່າວໃນ ມື້ວັນຈັນວ່າ ການຜລິິດ ນ້ຳປະປາ ໃນເຂດ ສາມຫົວເມືອງ ໄດ້ຫລຸດລົງ ປະມານ 30%. ແມ່ນ້ຳຂອງ ຊື່ງເປັນ ແມ່ນ້ຳສາກົນ ເປັນແຫລ່ງ ນ້ຳປະປາ ລາຍໃຫຍ່ ຂອງແຂວງ ນະຄອນພນົມ.
ທ່ານວ່າ ເຂດເມືອງ ທາດພະນົມ ຊື່ງເປັນພື້ນທີ່ ທີ່ໄດ້ຮັບ ຜົລກະທົບ ຫລາຍກວ່າຫມູ່ ໄດ້ຢືມປ້ຳນ້ຳ ຈາກກົມ ຊົລປະທານ ມາປ້ຳນ້ຳ ຈາກບ່ອນນໍ້າເລິກ ໃນແມ່ນໍ້າຂອງ ເຂົ້າໄປໃຊ້ ໃນພື້ນທີ່ ທີ່ຕ້ອງການ ຫລາຍທີ່ສຸດ.