ເຖິງແມ່ນວ່າ ປະຊາຊົນ ຈະບໍ່ມີສິດ ຄັດຄ້ານ ແຕ່ຢ່າງໜ້ອຍ ປະຊາຊົນ ຜູ້ທີ່ຈະໄດ້ຮັບ ຜົນກະທົບ ກໍຈະສາມາດ ຕຽມພ້ອມຮັບມື ກັບຜົນຮ້າຍຕ່າງໆ ທີ່ຈະເກີດຂື້ນ ຕໍ່ພວກ ເຂົາເຈົ້າໄດ້. ນັ້ນແມ່ນ ຄວາມຄິດຄວາມເຫັນ ຂອງເຈົ້າໜ້າທີ່ ອົງການ ທີ່ບໍ່ຂື້ນກັບ ຣັຖບານ ທ່ານນຶ່ງ ທີ່ເຮັດວຽກ ຢູ່ລາວ. ເຈົ້າໜ້າທີ່ NGO ຜູ້ນີ້ອະທິບາຍ ຕື່ມວ່າ:
“ຄືການສ້າງເຂື່ອນນໍ໋ ຄິດວ່າຂະເຈົ້າ ບໍ່ເວົ້າຊັດເຈນ ກັບປະຊາຊົນ ກ່ອນ ເພາະວ່າ ປະຊາຊົນ ຂະເຈົ້າ ຈະບໍ່ມີການສຶກສາ ແຕ່ຖ້າວ່າ ບໍຣິສັດຫລືວ່າ ຣັຖບານຈິງໃຈ ທີ່ຈະເປີດເຜີຍ ຄວາມຈິງ ໃຫ້ຂະເຈົ້າຮູ້ນະ ຂະເຈົ້າ ກໍອາດຈະເຂົ້າໃຈ ແຈ່ມແຈ້ງຊັດເຈນ ຫລາຍຂື້ນ ແຕ່ອັນນີ້ຂະເຈົ້າ ກໍຈະປິດຂໍ້ມູນແລ້ວ ປະຊາຊົນ ກໍຊີ່ບໍ່ຮູ້.”
ເຈົ້າໜ້າທີ່ອົງການ ທີ່ບໍ່ຂື້ນກັບຣັຖບານ ທ່ານນີ້ ເວົ້າອີກວ່າ ທາງທີ່ດີແລ້ວ ຣັຖບານລາວ ຄວນເປີດເຜີຍ ຈຸດດີຈຸດອ່ອນ ຫລືຜົນດີຜົນຮ້າຍ ຈາກການສ້າງເຂື່ອນ ໃຫ້ ປະຊາຊົນ ຮູ້ຢ່າງແຈ້ມແຈ້ງ. ຜ່ານມາ ປະຊາຊົນລາວ ໂດຍສະເພາະ ຊາວລາວ ໃນແຂວງ ໄຊຍະບຸຣີ ຮູ້ຣາຍຣະອຽດ ກ່ຽວກັບ ການສ້າງເຂື່ອນ ໄຊຍະບຸຣີ ແດ່ ກໍຍ້ອນໄດ້ ຍິນຂ່າວຈາກ ຕ່າງປະເທດ ເທົ່ານັ້ນ ເຊັ່ນຈາກໄທ ແລະ ຈາກອົງການ ຮັກສາ ສິ່ງແວດລ້ອມຕ່າງໆ.
ເຖິງຢ່າງໃດກໍດີ ເມື່ອສັປດາທີ່ແລ້ວ ທາງການລາວ ຫລື ບໍຣິສັດ ສ້າງເຂື່ອນ ໄຊຍະບຸຣີ ກໍໄດ້ອອກ ໂຄສະນາ ທາງໜັງສືພິມ ແລະ ສາຍວີດີໂອ ທີ່ແຈ້ງວ່າ ການສ້າງເຂື່ອນ ໄຊຍະບຸຣີ ໃນແບບແຜນໃໝ່ ຈະບໍ່ສົ່ງ ຜົນກະທົບ ຕໍ່ຄົນ ແລະ ສິ່ງແວດລ້ອມ ຫລາຍປານໃດ ແຕ່ການໂຄສະນາ ນັ້ນ ບໍ່ໄດ້ເວົ້າເຖິງ ຜົນຮ້າຍຈາກເຂື່ອນ ນັ້ນເລີຍ.