ສຽງຮຽກຮ້ອງໃຫ້ທົບທວນ ສ້າງເຂື່ອນໄຊຍະບຸຣີ

ມີສຽງ ຮຽກຮ້ອງ ໃຫ້ ບໍຣິສັດ ຊ ການຊ່າງ ທົບທວນ ໂຄງການ ກໍ່ສ້າງ ເຂື່ອນ ໄຊຍະບຸຣີ.

ນາຍ ອິດທິພົລ ຄຳສຸຂ ເລຂາເຄືອຂ່າຍ ພາກປະຊາຊົນ 8 ແຂວງ ລຸ່ມ ແມ່ນໍ້າຂອງ ໃນຂນະທີ່ ຍື່ນໜັງສື ຕໍ່ຕ້ານການ ສ້າງເຂື່ອນ ໄຊຍະບູຣີ ໃຫ້ ນາຍົກຍິ່ງລັກ ຮັບໄປ ພິຈາຣະນາ.
ນາຍ ອິດທິພົລ ຄຳສຸຂ ເລຂາເຄືອຂ່າຍ ພາກປະຊາຊົນ 8 ແຂວງ ລຸ່ມ ແມ່ນໍ້າຂອງ ໃນຂນະທີ່ ຍື່ນໜັງສື ຕໍ່ຕ້ານການ ສ້າງເຂື່ອນ ໄຊຍະບູຣີ ໃຫ້ ນາຍົກຍິ່ງລັກ ຮັບໄປ ພິຈາຣະນາ. (Thairat)

0:00 / 0:00

ກົດຟັງສຽງ

ນາຍ ອິດທິພົລ ຄຳສຸຂ ແກ່ນນຳ ຊາວບ້ານ ແລະ ເລຂານຸການ ເຄືອຂ່າຍ ສະພາອົງການ ຊຸມຊົນ ເຂດຫົວເມືອງ ຕາມ ລຳແມ່ນ້ຳຂອງ ຂອງໄທ ໃນບັນດາ 7 ແຂວງ ພາກອີສານ ເປີດເຜີຍຕໍ່ ວິທຍຸ ເອເຊັຽເສຣີ ວ່າ ໃນວັນທີ 24 ເມສາ ທ່ານຈະເປັນ ຜູ້ນຳພາ ກຸ່ມຊາວບ້ານ ຜູ້ທີ່ອາສັຍ ຢູ່ຕາມແຄມ ແມ່ນ້ຳຂອງ ຈຳນວນນື່ງ ໄປຊຸມນຸມ ຢູ່ຕໍ່ຫນ້າ ຫ້ອງການ ຊ. ການຊ່າງ ເພື່ອຮຽກຮ້ອງ ໃຫ້ທົບທວນ ໂຄງການ ເຂື່ອນ ໄຊຍະບູຣີ ອີກເທື່ອນື່ງ. ດັ່ງທ່ານ ກ່າວໄດ້ວ່າ:

"ເຂົ້າໄປ ຣົນນະຣົງ ໃຫ້ບໍຣິສັດ ຊ. ການຊ່າງ ທົບທວນ ມະຕິ ຂອງ ບໍຣິສັດ ເຣື່ອງຈະໄປ ກໍ່ສ້າງເຂື່ອນ ໄຊຍະບູຣີ ທີ່ ປະເທດລາວ ແລະ ກໍຈະໄປທີ່ ທະນາຄານ ພານີດ ນຳອີກ ໄປຍື່ນ ຫນັງສື ເຣື່ອງຮັບ ຜິດຊອບຕໍ່ ສັງຄົມ ຂອງ ທະນາຄານວ່າ ເປັນຢ່າງໃດ ກັນແທ້".

ທ່ານກ່າວ ຕໍ່ໄປວ່າ ສີ່ງທີ່ຊາວບ້ານ ຕາມລຳ ແມ່ນ້ຳຂອງ ຕ້ອງການ ໃນເວລານີ້ ກໍແມ່ນ ຢາກກົດດັນ ໃຫ້ບໍຣິສັດ ຊ. ການຊ່າງ ນຳຂໍ້ຮຽກຮ້ອງ ຂອງຊາວບ້ານ ເຂົ້າໃນ ວາຣະການ ປະຊຸມ ເພື່ອທົບທວນ ພ້ອມທັງ ຢາກໃຫ້ ທະນາຄານ ພານິດ ຜູ້ທີ່ໃຫ້ ເງີນກູ້ ໃນໂຄງການ ດັ່ງກ່າວ ນຳຂໍ້ ຮຽກຮ້ອງ ມາພິຈາຣະນາ ອີກໃຫມ່.

ທ່ານວ່າ ຫລັງຈາກນັ້ນ ໃນວັນທີ 25 ເມສາ ກຸ່ມດ່ັງກ່າວ ກໍຈະຈັດ ເວທີ ການແລກປ່ຽນ ຄວາມຄິດຄວາມເຫັນ ກັບມູລນິທິ ຟື້ນຟູຊີວິດ ແລະ ຊັພຍາກອນ ທັມມະຊາດ ຕາມລຳ ແມ່ນ້ຳຂອງ ທີ່ແຂວງ ນະຄອນພະນົມ ກ່ຽວກັບ ຜົລກະທົບຕໍ່ ສີ່ງແວດລ້ອມ ແລະ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖີ່ນ ຖ້າມີການ ສ້າງເຂື່ອນ ໄຊຍະບຸຣີ.