ຈີນແລະວຽດນາມ ຈະຫາລືເຣື້ອງນໍ້າຂອງ
2010.03.30
ທ່ານ Nguyen Tan Dung ນາຍົກຣັຖມົນຕຣີ ວຽຕນາມ ກໍມີກຳໜົດ ທີ່ຈະພົບປະ ຫາຣືກັບ ຣັຖມົນຕຣີກະຊວງ ຊັພຍາກອນນ້ຳ ສປຈີນ ຢູ່ນອກກອງປະຊຸມ ເຊັ່ນກັນ ເປັນກາຣແລກປ່ຽນ ຂໍ້ມູລສຳຫລັບ ກາຣນຳໃຊ້ນ້ຳ ແລະບັນຫາກ່ຽວກັບ ນ້ຳໂດຽທົ່ວໄປ.
ກອງປະຊຸມສຸດຍອດ ຂອງຄະນະ ກັມມາທິກາຣ ແມ່ນ້ຳຂອງດັ່ງກ່າວ ຊຶ່ງນອກຈາກ ສະມາຊິກຖາວອນ ຂອງປະເທສ ເຂຕລຸ່ມແມ່ນ້ຳຂອງ ອັນປະກອບດ້ວຍ ລາວ ໄທຽ ກັມພູຊາແລະ ວຽຕນາມແລ້ວນັ້ນ ຍັງຈະມີຜູ້ຕາງໜ້າ ຈາກພະມ້າ ແລະ ສປຈີນ ເຂົ້າຮ່ວມໃນນາມ ເປັນຜູ້ສັງເກດກາຣ ພ້ອມກັບບັນດາ ອົງກາຣຈັດຕັ້ງ ສາກົລອື່ນໆ ນັ້ນນຳດ້ວຍ.
ກອງປະຊຸມສຸດຍອດ ຄັ້ງນີ້ ຖືເປັນກາຣປະຊຸມ ທີ່ສຳຄັນເປັນ ພິເສດ ໂດຽສະເພາະບັນຫາ ຣະດັບນ້ຳໃນ ແມ່ນ້ຳຂອງຫລຸດຕໍ່າ ຜິດປົກຕິ ເປັນປະວັຕກາຣ ຊຶ່ງປະຊາຊົນ ໃນຫລາຍປະເທສ ກໍໝັ້ນໃຈວ່າ ເປັນຜົລກະທົບ ຈາກກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຫລາຍແຫ່ງ ຢູ່ທາງໃຕ້ ໃນຊາຍແດນຂອງ ປະເທສຈີນ ນັ້ນເອງ ແຕ່ທາງກາຣຈີນ ກໍເຄີຽໄດ້ ປະຕິເສດວ່າ ບໍ່ແມ່ນຍ້ອນກາຣ ສ້າງເຂື່ອນ ໃນຈີນແຕ່ຢ່າງໃດ ພ້ອມກັບຢ້ຳວ່າ ທາງພາຄໃຕ້ຂອງຈີນ ກໍປະສົບກັບບັນຫາ ຣະດັບນ້ຳຕໍ່າ ແລະພັຍແຫ້ງແລ້ງ ດັ່ງກ່າວ ນີ້ນັ້ນເຊັ່ນກັນ.
ເຖິງຢ່າງໃດກໍຕາມ ເປັນທີ່ຄາດກັນວ່າ ກອງປະຊຸມ ຄະນະກັມມາທິກາຣ ແມ່ນ້ຳຂອງດັ່ງກ່າວ ນອກຈາກຜູ້ຕາງໜ້າ ປະຊາຊົນ ໃນທົ່ວປະເທສ ເຂຕລຸ່ມແມ່ນ້ຳຂອງ ແລ້ວນັ້ນ ຍັງຈະມີອົງກາຣ ຈັດຕັ້ງແລະຕາງໜ້າ ປະຊາກອນ ໃນທົ່ວໂລກ ທີ່ຈະຍົກເອົາບັນຫາ ກາຣຂາດແຄນນ້ຳ ເພື່ອໃຫ້ທາງ ກອງປະຊຸມນຳຂຶ້ນ ພິຈາຣະນາ ພ້ອມກັບກາຣຮຽກຮ້ອງ ໃຫ້ຍຸຕິໂຄງກາຣ ສ້າງເຂື່ອນໃສ່ ແມ່ນ້ຳຂອງຢ່າງ ຊິ້ນເຊີງ ເພື່ອບໍ່ໃຫ້ ປະຊາຊົນທີ່ ອາສັຍຕາມແຄມ ແມ່ນ້ຳຂອງ ໄດ້ຮັບຜົລກະທົບ ຕື່ມຕໍ່ໄປ ແຕ່ຢ່າງໃດ.