ວຽງຈັນ ຕຣຽມປ້ອງກັນ ນ້ຳຂອງລົ້ນຝັ່ງ

ແຜນກຊົລ ປະທານນະຄອນ ຫລວງວຽງຈັນ ຕຣຽມແຜນເຮັດ ຄັນຄູກັນນ້ຳ.
ຫວາດ ສີມູນ
2009.06.22
ນໍ້າຂອງ →

ແຜນກຊົລປະທານ ນະຄອນຫລວງ ວຽງຈັນ ມີກາຣວາງແຜນ ເພື່ອເຮັດຄັນຄູ ກັນນ້ຳແ ຕ່ບໍຣິເວນ ຂົວມິຕພາບ ລົງໄປເຖີງເມືອງ ປາກງື່ມ ພາຍຫລັງທີ່ມີ ກາຣລົງ ສຳຣວຈພື້ນທີ່ ເປັນທີ່ຮຽບຮ້ອຍ ໄປແລ້ວນັ້ນ ແລະ ຄາດວ່າ ຖ້າມີໄພ ນ້ຳຖ້ວມໃນປີນີ້ ກໍອາຈບໍ່ມີ ຄວາມຮຸນແຮງດັ່ງ ທີ່ເກີດຂື້ນໃນ ປີທີ່ຜ່ານມາ ດັ່ງເຈົ້າໜ້າທີ່ ຈາກ ແຜນກຊົລປະທານ ໃຫ້ຣາຍລະອຽດ ກ່ຽວກັບເຣື່ອງ ນີ້ວ່າ:

“ດຽວນີ້ເຮົາກໍ ໄດ້ເຮັດແຜນເອົາ ໄວ້ຕຣຽມເປົາຊາຍ ເປົາຫຍັງ ແລ້ວກໍຕຣຽມ Stock ມ້ຽນ ເຂຕຂົວມິຕພາບ ລົງຫາເມືອງປາກງື່ມ ສ່ວນຫລາຍແມ໊ຕ ຫ້າສິບເຊັນຫາ ແມ໊ຕນີ້ແຫລະ ກໍຊິເຮັດພູ້ນແຫລະ ເດືອນແປດເດືອນເກົ້າ ພຸ້ນແຫລະ ຊິນ້ຳຂອງຂື້ນ”

ພ້ອມດຽວກັນນີ້ ທ່ານກໍວ່າ ບໍຣິເວນ ທີ່ຈະມີຄູ ກັນນ້ຳພິເສດ ນັ້ນກໍແມ່ນເຂຕ ເມືອງຫາດຊາຍຟອງ ເພາະຍັງບໍ່ທັນ ມີຄູກັນນ້ຳ ເທື່ອແລະຄາດວ່າ ອາຈເປັນບັນຫາ ເວລາທີ່ເກີດ ມີພັຍນ້ຳຖ້ວມ ເພາະສະນັ້ນຈື່ງ ມີກາຣກະຕຣຽມ ເພື່ອຂຽນແຜນງານ ຣາຍກາຣງົປມານ ເພື່ອສເນີຕໍ່ທາງ ກຳແພງນະຄອນ ຫລວງເສັຽກ່ອນ ແລະວ່າສະ ພາບນ້ຳຂອງ ປັຈຈຸບັນນີ້ ຍັງຢູ່ໃນຣະດັບ ທີ່ປົກຕິທີ່ ຕໍ່າກ່ວ່າຣະດັບ ນ້ຳຂອງປີທີ່ ຜ່ານມາ ຈື່ງຄາດໄດ້ວ່າ ຖ້າມີພັຍ ນ້ຳຖ້ວມເກີດຂື້ນ ກໍອາຈບໍ່ຮ້າຍແຮງ.

ພ້ອມດຽວກັນນີ້ ທາງເຈົ້າໜ້າທີ່ ກົມອະຕຸນິຍົມ  ວິທຍາ ກໍໃຫ້ກາຣຄາດ ຄະເນສະພາບ ອາກາດສຳຫລັບ ຣະຍະເດືອນ ກໍຣະກະດາ ແລະເດືອນສີງຫາ ວ່າປະຣິມານ ນ້ຳຝົນກໍອາຈ ບໍ່ມີຫລາຍພໍ ເທົ່າໃດ ແລະອາຈມີຝົນ ຕົກແຕ່ໃນບາງເຂຕ ແບບກະຈັກກະຈາຍ ເທົ່ານັ້ນ ດັ່ງທີ່ທ່ານໄດ້ ກ່າວວ່າ:

“ໃນຣະຍະເດືອນ ເຈັດເດືອນແປດມັນ ຈະເປັນຕົກກະຈາຍ ໃນຣະດັບຄ່ອຍ ຫລາຍກວ່າ ມັນຊິຕົກເປັນ ບາງບ່ອນ ແຕ່ວ່າເຮົາກໍຍັງ ຄາດຄະເນເອງ ບໍ່ໄດ້ເນາະເພາະ ວ່າພາຍຸຫາ ກໍຍັງເປັນຫົວ ທີ່3 ທີ່ວ່າຍັງກໍ່ ຕົວຢູ່ ຊ່ວງຣະຍະເດືອນ8 ເດືອນ9ອາຈມີ ພາຍຸທີ່ວ່າ ຊິກໍ່ຕົວຫລາຍ ຊໍ່າໃດເຮົາກໍຍັງ ບໍ່ຮູ້ປີນີ້”

ເຈົ້າໜ້າທີ່ກົມ ອຸຕຸນິຍົມ ທ່ານນີ້ຍັງໄດ້ ກ່າວອີກວ່າ ກາຣຄາດຄະເນ ສະພາບອາກາດ ໃນຣະຫວ່າງ 2-3ເດືອນ ຂ້າງໜ້ານີ້ນັ້ນ ອາຈໄດ້ຜົລປະມານ 80% ເທົ່ານັ້ນ ສະນັ້ນກາຣຕິດ ຕາມສະພາບ ອາກາດເປັນປະຈຳ ກໍຄົງຈະໄດ້ ຜົລແລະມີກາຣ ຄາດຄະເນ ທີ່ດີກວ່າ ຊື່ງຈະໄດ້ນຳ ເອົາປະກາດໃຫ້ ປະຊາຊົນໄດ້ ຮູ້ຈັກນຳແລະ ທ່ວງທັນກັບ ເຫຕກາຣ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.