ຄວນມີໂຄງການ ພະລັງງານສະອາດ ແທນກາຣສ້າງເຂື່ອນ

ນັກສຶກສາໄທຽ ສເນີແນວທາງກາຣ ໃຊ້ພະລັງງານສະອາດ ແທນກາຣສ້າງເຂື່ອນ ຈຳນວນຫລວງຫລາຍ ໃນລາວ.
ຫວາດ ສີມູນ
2009.11.11

ນັກສຶກສາໄທຽຈາກໂຄງກາຣ “ແມ່ຂອງສຶກສາ” ສເນີແນວທາງກາຣ ໃຊ້ພະລັງງານສະອາດ ແທນກາຣສ້າງເຂື່ອນ ຈຳນວນຫລວງຫລາຍ ໃນເມືອງລາວ ເພື່ອຮັກສາສະພາບແວດລ້ອມ ແລະອີກຢ່າງໜຶ່ງ ໂຄງກາຣສ້າງເຂື່ອນ ຫລາຍແຫ່ງໃນລາວນັ້ນ ສ່ວນໃຫຍ່ຈະເປັນກາຣຂາຍ ກະແສໄຟຟ້າ ໃຫ້ຕ່າງປະເທສ ຊຶ່ງເກີນຈາກຄວາມຈຳເປັນ ຂອງກາຣໃຊ້ພະລັງງານ ສຳລັບພາຍໃນປະເທສ ນາງວ່າ:

“ຄິດວ່າບໍ່ຕ້ອງສ້າງເຂື່ອນ ແຕ່ເຮົາກໍຍັງມີທາງເລືອກ ໃນກາຣນຳເອົາ ພະລັງງານຈາກ ແນວອື່ນມາໃຊ້ ເປັນພະລັງງານໝຸນວຽນ ທີ່ບໍ່ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ຫລາຍເກີນໄປ ເປັນເທຄໂນໂລຈີ ທີ່ສະອາດ ຫລືຂ້ອນຂ້າງສະອາດ ທີ່ບໍ່ສ້າງຜົລກະທົບ ຕໍ່ສິ່ງແວດລ້ອມເຊັ່ນ: ພະລັງງານລົມ ຫລືວ່າພະລັງງານ ແສງອາທິຕ ໂຊລາຣ໌ເຊລລ໌ ເປັນຕົ້ນ.”

ນາງໃຫ້ກາຣ ອະທິບາຍຕື່ມວ່າ ມີນັກວິຊາກາຣ ຫລາຍທ່ານ ໄດ້ສເນີໃຫ້ມີກາຣພັທນາ ແລະ ລົງທຶນໃນດ້ານນີ້ ຫລາຍຂຶ້ນ ເນື່ອງຈາກຄິດວ່າ ຈະກໍ່ໃຫ້ເກີດປະໂຫຍຊ ຕໍ່ຊີວີຕຂອງມະນຸສຊົນ ພ້ອມກັບເຮັດໃຫ້ ເກີດຄວາມຍືນຍົງ ຕໍ່ສິ່ງແວດລ້ອມ ໃນຣະຍະຍາວ ນຳດ້ວຍ.

ສະນັ້ນຈຶ່ງຢາກໃຫ້ ທາງເຈົ້າໜ້າທີ່ ດ້ານເຂື່ອນໄຟຟ້າ ຈາກປະເທສໄທຽທີ່ມີ ກາຣລົງທຶນ ໃນເມືອງລາວ ໄດ້ພິຈາຣະນາ ຫາວິທີທາງ ໃຊ້ພະລັງງານ ອື່ນເພື່ອທົດແທນ ເພາະກາຣສ້າງເຂື່ອນ ໃນເມືອງລາວ ປັຈຈຸບັນນີ້ນັ້ນ ມີຫລາຍເກີນຄວາມ ຈຳເປັນແລ້ວ ດັ່ງທີ່ນາງໄດ້ກ່າວ ຢ້ຳວ່າ:

“ບໍ່ຈຳເປັນຕ້ອງສ້າງເຂື່ອນ ເຮົາກໍມີພະລັງງານໄຟຟ້າ ໃຊ້ໃນຣະດັບ ຊຸມຊົນ ໃນຣະດັບປະເທສ ທີ່ພໍພຽງໄດ້ ແລ້ວເປັນຫຍັງເຮົາ ບໍ່ໃຊ້ເທົ່າທີ່ມີຢູ່ ຫລືພັທນາໃຫ້ມີ ໃຊ້ຢ່າງຍືນຍົງ ບໍ່ແມ່ນແບບຍິ່ງໃຊ້ ຍິ່ງໝົດໄປເລື້ອຽໆ ແລ້ວກໍຍິ່ງ ທຳລາຍໄປເລື້ອຽໆ.”

 ຢ່າງໃດກໍຕາມ ບັນດານັກສຶກສາໄທຽ ໃຫ້ຄວາມເຫັນວ່າ ໂຄງກາຣສ້າງເຂື່ອນ ຫລາຍໆແຫ່ງໃນເມືອງລາວ ດັ່ງປັຈຈຸບັນນີ້ນັ້ນ ຈະສົ່ງຜົລກະທົບ ຕໍ່ຊຸມຊົນທັ້ງທາງ ດ້ານສິ່ງແວດລ້ອມ ແລະສັງຄົມ ຊຶ່ງປະຊາຊົນ ຈະຕ້ອງໄດ້ອາສັຍ ຊັພຍາກອນຕາມ ບໍຣິເວນນັ້ນໆ ໃນກາຣດຳຣົງ ຊີວີຕ ທັ້ງທາງດ້ານອາຫາຣ ແລະ ອາຊີພຫລັກ ຕ່າງໆ ຂອງເຂົາເຈົ້າດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 06, 2010 12:20 PM

who is this that thai student who dosn't understant that hydraulic dams produce the cleanest energie and it is safer than nuclear energy.