ເຊກອງຂາດງົບປະມານ ຮັກສາສິ່ງແວດລ້ອມ

ແຂວງເຊກອງ ຍັງຂາດງົບປະມານ ເພື່ອປົກປັກຮັກສາ ແຫລ່ງນໍ້າ ແລະສິ່ງແວດລ້ອມ.
ຫວາດ ສີມູນ
2010.04.19

ໃນປັຈຈຸບັນນີ້ ແຂວງເຊກອງ ຍັງບໍ່ທັນມີ ກາຣຈັດຕັ້ງ ງົບປະມານ ສຳຫລັບກາຣ ປົກປັກຮັກສາ ຊັພຍາກອນນ້ຳ ແລະສິ່ງແວດລ້ອມ ເທື່ອ ທັ້ງໆທີ່ຮູ້ວ່າ ມີບັນຫາ ແລະ ເປັນພັຍຂົ່ມຂູ່ ຕໍ່ກາຣ ດຳຣົງຊີວີຕ ຂອງປະຊາຊົນ ຫລາຍທີ່ສຸດ ດັ່ງເຈົ້າໜ້າທີ່ ແຜນກແຜນກາຣ ແລະກາຣລົງທຶນ ປະຈຳແຂວງເຊກອງ ໄດ້ກ່າວວ່າ:

“ຢູ່ແຂວງເຊກອງ ຂອງຂ້າພຣະເຈົ້ານີ້ ໂຄງກາຣທີ່ວ່າ ປົກປັກຮັກສາ ແຫລ່ງນ້ຳ ສິ່ງແວດລ້ອມ ເປັນໂຄງກາຣ ໃດໜຶ່ງທີ່ອອກ ຢູ່ໃນແຜນ ງົບປະມານ ຂອງຣັຖປະຈຳ ສົກປີ ຍັງບໍ່ທັນມີ ຊຶ່ງວ່າພວກ ຂ້າພຣະເຈົ້າ ກໍບໍ່ໄດ້ເອົາ ເຂົ້າແຜນຈັກເທື່ອ ກ່ຽວກັບແຂນງ ກາຣນີ້ຫັ້ນນ໋າ”.

ພ້ອມດຽວກັນນີ້ ທ່ານກໍວ່າ ແຕ່ລະປີທາງ ແຜນກແຜນກາຣ ແລະກາຣລົງທຶນ ກໍມີກາຣເຮັດ ແຜນງົບປະມານ ເພື່ອໃຊ້ໃນກາຣ ຈັດຕັ້ງໂຄງກາຣ ພັທນາ ແລະກາຣກໍ່ສ້າງ ພື້ນຖານຕ່າງໆ ໃນທົ່ວແຂວງ ແຕ່ສະເພາະປີນີ້ ຍັງບໍ່ທັນມີ ໂຄງກາຣດ້ານ ປົກປັກຮັກສາ ສິ່ງແວດລ້ອມ ນີ້ເທື່ອ.

ຕາມສະພາບຄວາມ ເປັນຈິງແລ້ວ ບັນຫາທີ່ສ້າງ ຜົລກະທົບຕໍ່ ຊັພຍາກອນນ້ຳ ແລະສິ່ງແວດລ້ອມ ຫລາຍທີ່ສຸດ ໂດຽສະເພາະ ບັນຫາປົນເປື້ອນ ຂອງສາຣເຄມີ ໃນດິນ ແລະແຫລ່ງນ້ຳ ຄວາມແຫ້ງແລ້ງ ທີ່ມີຫລາຍ ເພີ່ມຂຶ້ນ ກໍລ້ວນແຕ່ເປັນ ການສ້າງຜົລສະທ້ອນ ຕໍ່ຊີວີຕກາຣ ເປັນຢູ່ຂອງ ປະຊາຊົນ ທີ່ຄວນຈະໃຫ້ ມີກາຣແກ້ໄຂ:

“ຄິດວ່າມັນເຖິງ ເວລາແລ້ວທີ່ ພວກເຮົາຈະຕ້ອງ ເອົາໃຈໃສ່ໃນ ດ້ານນີ້ ເພາະວ່າບົທຮຽນ ຂອງຫລາຍໆປະເທສ ໃນກາຣເສັຽຫາຍ ຂອງສິ່ງແວດລ້ອມ ໃຊ້ເວລາບຳບັດ ຄືນຫລາຍຮ້ອຍປີ ສຳຫລັບໃນ ປະເທສລາວ ຂອງເຮົານີ້ ເຮົາຄວນຣິເຣີ່ມ ຕັ້ງແຕ່ດຽວນີ້ ໃນກາຣປ້ອງກັນ”.

ຢ່າງໃດກໍຕາມ ໃນປັຈຈຸບັນນີ້ ໂຄງກາຣຄຸ້ມຄອງ ສະພາບແວດລ້ອມ ສ່ວນຫລາຍ ໄດ້ຮັບກາຣ ສນັບສນູນຈາກ ອົງກາຣຈັດຕັ້ງ ສາກົລ ແຕ່ໃນງົບປະມານ ສ່ວນນ້ອຍ ເທົ່ານັ້ນ ຈຶ່ງບໍ່ສາມາດ ທີ່ຈະແກ້ໄຂບັນຫາ ໃຫ້ໄດ້ເທົ່າທີ່ຄວນ ສະນັ້ນທາງພັກ-ຣັຖ ຄວນທີ່ຈະຫັນມາ ໃຫ້ຄວາມ ສນັບສນູນ ທາງດ້ານ ງົບປະມານ ໃນດ້ານປົກປັກຮັກ ສາສະພາບ ແວດລ້ອມດັ່ງກ່າວ ໃຫ້ຫລາຍຂຶ້ນ ໃນຂັ້ນຕໍ່ໆໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.