ເຂດລຸ່ມນໍ້າເຊນໍ້ານ້ອຍ ແລະສິ່ງແວດລ້ອມ

ເຂຕພື້ນທີ່ ລຸ່ມນໍ້າເຊ ນໍ້ານ້ອຍ ມີຄວາມສ່ຽງ ທີ່ຈະມີ ຜົລກະທົບ ດ້ານສິ່ງແວດລ້ອມ ຈາກກາຣພັທນາ.
ຫວາດ ສີມູນ
2010.05.11

ໃນປັຈຈຸບັນນີ້ ມີພາຄສ່ວນ ເອກກະຊົນ ໄດ້ຍື່ນຄຳຮ້ອງ ໃນໂຄງກາຣພັທນາ ຂນາດໃຫຍ່ຫລາຍແຫ່ງ ໃນເຂຕພື້ນທີ່ ທາງໃຕ້ ຂອງນ້ຳເຊ ແລະນ້ຳນ້ອຍ ທີ່ຈະໄດ້ຮັບ ຜົລກະທົບຕໍ່ ສະພາວະສິ່ງແວດລ້ອມ ຢ່າງຫລວງຫລາຍ ເຮັດໃຫ້ທາງໜ່ວຍງານ ກ່ຽວຂ້ອງຕ້ອງໄດ້ ເອົາໃຈໃສ່ໃນ ດ້ານກວດກາ ແລະປະເມີນ ດ້ານຜົລກະທົບ ຈາກ ໂຄງກາຣພັທນາ ຕ່າງໆ ດັ່ງເຈົ້າໜ້າທີ່ ຜແຜກສິ່ງແວດລ້ອມ ແຂວງເຊກອງ ໄດ້ກ່າວວ່າ:

“ກາຣພິຈາຣະນາ ຕົກລົງເຣື່ອງບັນຫາ ທີ່ຍົກຂຶ້ນ ຖືວ່າມີ 4 ໂຄງກາຣໃຫຍ່ ຫາກໄດ້ຮັບກາຣ ອະນຸມັຕໝົດ ພ້ອມດຽວກັນ ເຂຕຍ່ອຍເຊ ນ້ຳນ້ອຍ ຖືວ່າມີຄວາມ ເປັນໄປໄດ້ ທີ່ຈະເປັນເຂຕ ຫລໍ່ແຫລມເນາະ”.

ພ້ອມດຽວກັນນີ້ ທ່ານກໍວ່າ ໂຄງກາຣພັທນາ ດັ່ງກ່າວກໍຮວມທັງ ເຂື່ອນເຊກະດາມ, ເຂື່ອນໄຟຟ້າເຊປ່ຽນ, ເຂື່ອນຊົລປະທານ ເຊປ່ຽນ ແລະໂຄງການຂຸດ ຄົ້ນແຮ່ ບ໊ອກຊິຄ ຂອງບໍຣິສັທ ເຊເນມ໊າ ຊຶ່ງກຳລັງລໍຖ້າ ກາຣອະນຸມັຕ ຂັ້ນສຸດທ້າຍ ຈາກທາງກາຣລາວ ແຕ່ໂຄງກາຣພັທນາ ຕ່າງໆເຫລົ່ານີ້ ກໍຍິ່ງຈະເປັນກາຣ ເພີ່ມຄວາມສ່ຽງ ຕໍ່ກາຣທີ່ຈະໄດ້ ຮັບຜົລກະທົບ ທາງສະພາບແວດລ້ອມ ຢ່າງຫລວງຫລາຍ ນຳດ້ວຍ ດັ່ງທີເກີດຂຶ້ນຢູ່ ຫລາຍແຫ່ງ ໃນຣະຍະທີ່ ຜ່ານມາ:

“ເບີ່ງບັນຫາທີ່ ເກີດຂຶ້ນຈາກ ໂຄງກາຣພັທນາ ໂຄງກາຣດຽວທີ່ ສເນີຂຶ້ນຄຶກ ນ້ອຍເນາະ ຍ້ອນວ່າມັນນ້ອຍ ໂຄງກາຣນີ້ກໍ ຜ່ານມາ ໂຄງກາຣໜ້າກໍສເນີ ຜົລກະທົບ ແຕ່ໂຄງກາຣ ໂຕຜູ້ດຽວກໍຜ່ານອີກ ກໍເລີຽຜ່ານໄປ ແລະສຸດທ້າຍ 4 ໂຄງກາຣອະນຸມັຕ ບັນຫາມັນລະ ສະສົມເປັນບັກໃຫຍ່”.

ດ້ວຍສາເຫຕດັ່ງກ່າວ ເຈົ້າໜ້າທີ່ລາວ ທ່ານນີ້ ຈຶ່ງຢາກຮຽກຮ້ອງ ຕໍ່ທາງພາຄສ່ວນ ກ່ຽວຂ້ອງຂອງລາວ ໄດ້ໃຫ້ຄວາມສຳຄັນ ໃນກາຣສຶກສາ ຜົລກະທົບສະສົມ ທີ່ຈະເກີດຈາກ ໂຄງກາຣພັທນາ ຫລາຍໆໂຄງກາຣ ດ້ວຍກັນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.