ການດູດຊາຍ ຫລາຍເກີນໄປ ສົ່ງຜົນກະທົບ ຕາຝັ່ງເຈື່ອນ

ບັນຫາການ ດູດດິນຊາຍ ຕາມລໍາແມ່ນໍ້າຂອງ ຂອງຝ່າຍໄທ ສ້າງຜົນກະທົບ ຕໍ່ສະພາບແວດລ້ອມ ພາຍໃນແຂວງ ບໍລິຄໍາໄຊ ພໍສົມຄວນ.
ໂພໄຊສວັດ ຣາຍງາຍ
2008.10.24

ທີ່​ຜ່ານ​ມາ ບັນຫາ​ການ ດູດ​ດິນຊາຍ ຕາມ​ລໍາ​ ແມ່​ນໍ້າຂອງ ​ໃນ​ເຂດ​ແຂວງ ບໍລິ​ຄໍາ​ໄຊ - ໜອງ​ຄາຍ ​ໂດຍ​ເອກ​ກະ​ຊົນ​ໄທ ຊຶ່ງ​ບໍ່​ໄດ້ ​ປະຕິບັດ​ຕາມ ກົດ​ລະບຽບ ​ທີ່​ໄດ້​ລະບຸ​ໄວ້ ລະຫວ່າງ ລາວ ​ແລະ ​ໄທ ​ເຮັດ​ໃຫ້​ເກີດ ​ຜົນ​ກະທົບ ຕໍ່​ສະພາບ​ແວດ​ລ້ອມ ພາຍ​ໃນ​ແຂວງ ບໍລິ​ຄໍາ​ໄຊ​ ຫລາຍພໍ​ສົມຄວນ ດັ່ງ​ເຈົ້າໜ້າ​ທີ່ ​ກ່ຽວຂ້ອງ ທ່ານ​ນຶ່ງ​ ເປີດ​ເຜີຍ​ວ່າ:

“ເວົ້າ​ເຣື້ອງ ການ​ດູດ​ແຫ່ ຕາມ​ລໍາ ​ແມ່​ນໍ້າຂອງ ປັດຈຸບັນ ​ກໍ​ມີ ຫລາຍ​ບໍລິສັດ ທີ່​ຂະ​ເຈົ້າ ​ເຂົ້າ​ມາ​ດູດ ​ແບບ​ວ່າ ​ມັນ​ກາຍ​ຂອບ​ເຂດ ຂອງ​ເສັ້ນ ​ຊາຍ​ແດນ ກາຍ​ແລ່ງ​ຫ້າມ ​ຂອງ ຂະ​ເຈົ້າ ​ເພາະວ່າ ​ດູດ​ເອົາ​ໄປ​ພຸ້ນ​ເບິດ ​ແລ້ວ​ບາດ​ນີ້ ​ເຣື້ອງ​ແລວ​ນໍ້າ ມັນ​ມີ​ການ​ປ່ຽນ​ແປງ ກໍ​ຊັດໆ ​ເຂົ້າ​ມາ​ເບື້ອງ​ນີ້ ​ເຮັດ​ໃຫ້ ​ຕາ​ຝັ່ງ ​ມີ​ການ ພັງ​ຫລາຍ ​ແຕ່ລະ​ປີ ບໍ່​ແມ່ນ​ໜ້ອຍ.”

ທ່ານ​ເວົ້າ ຕື່ມ​ວ່າ ​ເຖິງ​ແມ່ນ​ຈະ​ມີ​ ລະບຽບ ຮ່ວມ​ກັນ​ ບົ່ງ​ໄວ້​ ຄັກ​ແນ່ ​ແຕ່​ຜູ້​ປະກອບ​ການ ທາງ​ຝ່າຍ​ໄທ ສ່ວນ​ຫລາຍ ມັກ​ຈະ​ສວຍ​ໂອກາດ ​ເຂົ້າ​ມາ​ດູດ​ຊາຍ​ ຫີນ ​ໃນ​ເບື້ອງ ​ແມ່​ນໍ້າຂອງ ຝັ່ງ​ແຂວງ ບໍລິ​ຄໍາ​ໄຊ ຫລາຍ​ເກີນ​ໄປ ຈຶ່ງ​ເຮັດ​ໃຫ້ ​ແລວ​ນໍ້າຂອງ​ ມີ​ການ​ປ່ຽນ​ແປງ ​ແລະ ​ເຮັດ​ໃຫ້ ຕາ​ຝັ່ງ ພື້ນ​ທີ່ ​ເມືອງ ທ່າ​ພະ​ບາດ ​ແລະ ​ເມືອງ​ປາກ​ຊັນ ​ເຈື່ອນ​ລົງ ທຸກໆປີ ຊຶ່ງ​ບັນຫາ​ນີ້ ​ທາງ​ຝ່າຍ​ລາວ ​ເຄີຍ​ສ​ເນີ ​ຮ້ອງ​ຂໍ​ໃຫ້ ທາງ​ການ​ໄທ ​ເຂົ້າ​ມາ​ຊ່ອຍ ​ເບິ່ງ​ແຍງ​ແກ້​ໄຂ ​ແຕ່​ກໍ​ຍັງ​ບໍ່​ມີ​ຜົນ ​ຄືບ​ໜ້າ​ ເທົ່າ​ທີ່​ຄວນ.

​ໃນ​ຂະນະ​ດຽວ​ກັນ ທ່ານ​ກໍ​ໄດ້ ​ເວົ້າ​ວ່າ ການ​ດູດ ຊາຍ ຫລື ຫີນ ຂອງ​ທາງ​ຝ່າຍ​ລາວ ​ໄດ້​ປະຕິບັດ​ ຕາມ​ກົດ​ລະບຽບ​ ທີ່​ວາງ​ໄວ້ ​ເປັນ​ຢ່າງ​ດີ ​ແຕ່​ກໍ​ໄດ້ ກວດກາ​ ຢ່າງ​ເຂັ້ມ​ງວດ ຢ່າງ​ສມໍ່າສ​ເມີ ​ເພື່ອ​ບໍ່​ໃຫ້​ ສົ່ງ​ຜົນ​ກະທົບ ​ຕໍ່​ຝ່າຍ​ໃດ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ແຂວງ​ບໍລິ​ຄໍາ​ໄຊ ​ກໍ​ພະຍາຍາມ ທີ່​ຈະ​ຊອກ​ຫາ ​ງົບປະມານ ​ເພື່ອ​ມາ​ປັບປຸງ ​ຮັກສາ ຕາ​ຝັ່ງ​ທີ່​ເຈື່ອນ ​ເຖິງ​ວ່າ​ ຈະ​ເປັນ​ພຽງ​ການ​ແກ້​ໄຂ ສະ​ເພາະ​ໜ້າ​ ກໍ​ຕາມ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.