ອົງການ ທີ່ບໍ່ຂື້ນກັບ ຣັຖບານ NGO ຮຽກຮ້ອງ ໃຫ້ປະຊາຊົນ ມີສິດມີສຽງ ຫລາຍຂື້ນກ່ຽວກັບ ການສ້າງເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ.
ເມື່ອ ວັນທີ່ 1 ເມສາ ນີ້ ປະຊາຊົນ ແລະເຈົ້າໜ້າທີ່ ອົງການທີ່ບໍ່ຂື້ນ ກັບຣັຖບານ ໄດ້ປະຊຸມກັນຢູ່ ມະຫາວິທຍາໄລ ຈຸລາລົງກອນ ທີ່ບາງກອກ ເພື່ອຫາລືກ່ຽວກັບ ບັນຫາ ການໃຊ້ນ້ຳ ໃນແມ່ນ້ຳຂອງ ຢ່າງເປັນທັມ. ຜູ້ເຂົ້າຮ່ວມກອງປະຊຸມ ສ່ວນຫລາຍ ຢາກໃຫ້ ປະຊາຊົນ ມີສິດອອກສຽງ ຫລາຍຂື້ນ ໃນການສ້າງເຂື່ອນ ດັ່ງ ທ່ານ ວິທູນ ເພິ້ມພົງ ສາຈະເຣີນ ສະມາຊິກເຄືອຂ່າຍ ພະລັງງານ ແລະ ນິເວດວິທຍາ ແມ່ນ້ຳຂອງ ກ່າວວ່າ:
"ພວກທ່ານ ຢາກໃຫ້ປະຊາຊົນ ມີສ່ວນຮ່ວມຫລື ວ່າມີສຽງແດ່ ໃນການຫາລືກັນ ກ່ຽວກັບການສ້າງເຂື່ອນ ຖ້າຈະອາໃສແຕ່ ຣັຖບານ ຣັຖບານເອງ ກໍຖືວ່າການ ສ້າງເຂື່ອນ ເປັນວິທີທີ່ດີ ສຳລັບແກ້ໄຂບັນຫາ ຂາດເຂີນໄຟຟ້າ.”
ທ່ານ ວິທູນ ກ່າວອີກວ່າ ຣັຖບານ ແລະຄະນະກັມມາທິການ ແມ່ນ້ຳຂອງ ຄວນເປີດ ໃຫ້ປະຊາຊົນ ມີໂອກາດໄດ້ ປະກອບສ່ວນອອກ ຄວາມຄິດຄວາມເຫັນ ໃນໂຄງ ການສ້າງເຂື່ອນຕ່າງໆ ດີແທ້ບໍ່ຄວນ ໃຫ້ແຕ່ປະຊາຊົນ ທ້ອງຖິ່ນ ເທົ່ານັ້ນມີສ່ວນຮ່ວມ ແຕ່ຄວນຟັງ ຄວາມຄິດເຫັນ ຂອງປະຊາຊົນ ໃນທຸກປະເທດ ຂອງພູມມີພາກ ນີ້ນຳ ຊຶ່ງມີ ຈີນ ພະມ້າ ໄທ ລາວ ວຽດນາມ ແລະກຳພູຊາ. ເຖິງຢ່າງໃດກໍຕາມ ທ່ານ ວິທູນ ກໍຍອມຮັບວ່າ ໃນບາງປະເທດ ໃນພາກພື້ນ ປະຊາຊົນ ບໍ່ຄ່ອຍມີສິດ ມີສຽງໃນ ການປາກເວົ້າ:
"ໃນປະເທດອື່ນໆ ຣະບົບມັນຕ່າງກັນ ເຣື່ອງນີ້ ກໍເປັນບັນຫາ ປະຊາຊົນ ໃນປະເທດເຫລົ່ານັ້ນ ບໍ່ຄ່ອຍມີໂອກາດ ອອກຄວາມຄິດ ຄວາມເຫັນ ໄດ້ໂດຍຕຣົງ".
ແລະວ່າ ຍັງມີທາງເລືອກອຶ່ນ ທີ່ສາມາດຕອບສນອງ ໃນເລື່ອງຂອງໄຟຟ້າ ຫລືຊົລປະທານ ຫລາຍກວ່າ ການສ້າງເຂື່ອນ. ແລະການຊຸກຍູ້ ໃຫ້ພາກເອກກະຊົນ ມີສ່ວນຮ່ວມ ຈະຊ່ວຍໃຫ້ຊອກຫາ ທາງອອກໄດ້ ໃນໂຄງການພັທນາ ຕ່າງໆຢ່າງ ຍັ້ງຍືນ.