ການສ້າງຣະບົບປ້ອງກັນ ຕາຝັ່ງເຈື່ອນ ຢຸດສງັກ

ການສ້າງ ຣະບົບປ້ອງກັນ ຕາຝັ່ງເຈື່ອນ ຢູ່ຕໍ່ໜ້າ ນະຄອນຫລວງ ວຽງຈັນ ຢຸດສງັກລົງ ເພາະສອງ ບໍຣິສັດ ໄດ້ຮັບສັມປະທານ ການກໍ່ສ້າງ ໂຄງການດຽວກັນ ແລະ ປັດຈຸບັນ ກຳລັງ ຂັດແຍ້ງກັນແຮງ ເຖິງຂັ້ນຟ້ອງກັນ ຂື້ນສານ.

ການ​ກໍ່ສ້າງ ​ຣະບົບປ້ອງ​ກັນ ​ຕາ​ຝັ່ງ​ເຈື່ອນ ​ແລະ ​ພັທນາ​ແຄມ​ຂອງ​ ນັບ​ແຕ່ ​ທ່າ​ປາກ​ປ່າ​ສັກ ​ລົງ​ໄປ​ຫາ​ໂຮງໝໍ​ມະ​ໂຫສົດ ​ໄດ້​ຢຸດ​ຕິລົງ​ ຢ່າງ​ບໍ່​ມີ​ກຳນົດ ​ເມື່ອ​ສັບປະດາ​ທີ່​​ແລ້ວ ​ເພາະ​ມີ​ສອງ ​ບໍຣິສັດ ​ຕ່າງ​ກໍ​ມີ​ສັນຍາ​ສັມ ປະທານ​ໃນ​ໂຄງການ​ການ ​ກໍ່ສ້າງດັ່ງກ່າວ ​ແລະ​​ ເມື່ອ​ບໍ່​ດົນ​ຜ່ານ​ມາ ​ໃນ​ຂະນະ​ທີ່ ​ບໍຣິສັດ​ນຶ່ງ​ກຳລັງ​ກໍ່ສ້າງ​ຢູ່ ອີກ​ບໍຣິສັດ​ນຶ່ງ ​ພັດ​ມາ​ຂັດຂວາງ ​ແລະ ​ພະນັກງານ​ ຂອງ​ທັງ​ສອງ ​ບໍຣິສັດ​ ໄດ້​ປະ​ທະ​ຄາລົມ​ຢ່າງ​​ແຮງ ​ເຖິງ​ຂື້ນ​ຝ່າຍ​ນຶ່ງ ​ໄດ້​ຈົກ​ປືນ​ອອກ​ມາ​ຂູ່ ​ແຕ່​ໃນ​ທີ່​ສຸດ ກໍ​ບໍ່​ມີ​ເຫດຮ້າຍ​ແນວ​ໃດ​ເກີດ​ຂື້ນ ທັງ​ບໍຣິສັດ​ ໄດ້​ຟ້ອງ​ກັນ ​ຂື້ນ​ສານ.

​ບໍຣິສັດ​​ທັງ​ສອງ ຂັດແຍ້ງກັນ ຍ້ອນ​ທາງ​ການ​ລາວ ​ໃຫ້​ສັມປະທານ​ ​ແກ່​ສອງ​ບໍຣິສັດ​ນີ້ ສຳຣັບກໍ່ສ້າງ​ໂຄງການ​ດຽວ​ກັນ. ​ເຣື່ອງ​ມີ​ຢູ່​ວ່າ ຣັຖບານ​ລາວ​ ໃຫ້​ສັມປະທານ ​ແກ່​ບໍຣິສັດ Modern Home ຂອງ​ໄທ​ແຕ່​ປີ 1999 ​ເພື່ອ​ກໍ່ສ້າງ ຣະບົບປ້ອງ​ກັນ​ຕາ​ຝັ່ງ​ເຈື່ອນ ​ຢູ່​ຕໍ່​ໜ້າ ​ນະຄອນ​ຫລວງ​ວຽງ​ຈັນ​ ​ແຕ່​​ນັບ​ແຕ່​ປີນັ້ນ ມາ​ເຖິງ​ປີ​ກາຍ ບໍຣິສັດນີ້ ບໍ່​ໄດ້​ເລິ້ມການ​ກໍ່ສ້າງ​ ແນວ​ໃດ​ເລີຍ ຫາ​ກໍ​ເລິ້ມ​ ເມື່ອ​ບໍ່​ດົນ​ຜ່ານ​ມາ; ​ໃນ​ຂະນະ​ດຽວ​ກັນ ​ເມື່ອ​ຕົ້ນປີ​ນີ້ ຣັຖບານ​ລາວ ໄດ້​ຮັບ​ເງິນ​ກູ້​ຢືມ ​ດ້ວຍ​ດອກ​ເບັ້ຍຕ່ຳ​ ຈາກ​ເກົາຫລີ​ໃຕ້​ 37 ລ້ານ​ດອນ​ລ່າ​ສະຫະຣັຖ ​ເພື່ອ​ສ້າງຣະບົບ ປ້ອງ​ກັນ​ຕາ​ຝັ່ງ​ເຈື່ອນ​ນັ້ນ ​ແລະ ​ໃນ​ເມື່ອ​ຢືມ​ເງິນ​ ຈາກ​ເກົາຫລີ​ໃຕ້ ທາງຣັຖບາ​ນລາວ ກໍຕ້ອງ​ໃຫ້ ​ສັມປະທານ ​ແກ່​ບໍຣິສັດ ​ເກົາຫລີ​ໃຕ້ ​ເປັນ​ຜູ້​ຮັບ​ເໝົາ ​ກໍ່ສ້າງ.

ກ່ອນ​ນີ້​ບໍ່​ດົນ ທາງ​ບໍຣິສັດ​ເກົາຫລີ​ໃຕ້ ​ໄດ້​ພະຍາ​ຍາມ ​ຕົກລົງ ​ກັບ​ບໍຣິສັດຂອງ​ໄທ ຄື ​ໄດ້​ສ​ເນີ ​ຈະ​ຈ່າຍ​ຄ່າ​ກໍ່ສ້າງ ​ທີ່​ບໍຣິສັດຂອງ​ໄທ​ ໄດ້​ເລິ້ມ​ໄປ​ແລ້ວນັ້ນຄືນ ​ແຕ່​ປະກົດ​ວ່າ ບໍ່​ສາມາດ​ຕົກລົງ​ກັນ​ໄດ້. ສິ່ງ​ທີ່​ເຮັດ​ໃຫ້ ​ເຣື່ອງນີ້ ​ຍຸ້ງ​ຍາກ​ຕື່ມ ກໍ​ແມ່ນ ບໍຣິສັດ Modern Home ຂອງ​ໄທ ມີ​ຫຸ້ນ​ສ່ວນ ​ກັບ​ບໍຣິສັດ ​ຍັກ​ໃຫຍ່​ຂອງ​ລາວ ​ແລະ ມີ​ຜູ້ທີ່ມີ​ອິດ​ທິພົນ​ ດ້ານ​ການ​ເມືອງ ​ແລະ ​ການ​ເງິນ ​ຂອງ​ລາວໜູນ​ຫລັງຢູ່.