ຈີນ ກັກນໍ້າ ໃນເຂື່ອນ

ຣະດັບນໍ້າຂອງ ແຫ້ງລົງ ເນື່ອງຈາກວ່າ ຈີນ ກັກນໍ້າ ໃນເຂື່ອນ ເອົາໄວ້ ປະກອບກັບ ອາກາດ ຮ້ອນ ຜິດປົກກະຕິ
ຈະເຣີນສຸກ
2009.04.01
F-Mekong2 ແຜນທີ່ເຂື່ອນທີ່ໄດ້ສ້າງແລະຈະສ້າງຂື້ນໃນແມ່ນ້ຳຂອງ
Photo: AFP

ຣະດັບ ນໍ້າຂອງ ໃນຣະຫວ່າງ ເດືອນ ກຸມພາ ຫາ ເດືອນມີນາ ໃນບໍຣິເວດນ ແຂວງບໍໍ່ແກ້ວ ເຣີ້ມແຫ້ງລົງ ຢ່າງໜັກ ແລະ ໜ້າເປັນຫ່ວງ ເນື່ອງຈາກວ່າ ເຂື່ອນຈິງຫົງ ໃນແຂວງຍຸນນານ ຂອງຈີນ ຍັງບໍ່ປ່ອຍນໍ້າ ລົງມາ ໃສ່ລໍານໍ້າຂອງ ໃຫ້ປະເທດ ທ້າຍນໍ້າ ແລະ ສະພາບອາກາດາ ຮ້ອນ, ປະກອບກັບ ຫາດຊາຍ ທີ່ເກີດຈາກ ການຣະເບີດ ແກ້ງ ບໍຣິເວນ ຕອນເໜືອ ຂອງສາມລ່ຽມຄໍາ ໄປອຸດຕັນ ຮ່ອງນໍ້າເລິກ ຈົນເຮັດໃຫ້ ເຮືອບໍ່ສາມາດ ແລ່ນໄດ້.

ກ່ຽວກັບ ເຣື້ອງນີ້, ທ່ານ ສາຍັນ ຂ້າມນຶ່ງ, ເຈົ້າໜ້າທີ່ ພາກສນາມ ຂອງໄທ ຈາກໂຄງການ ແມ່ນໍ້າ ເພື່ອຊີວິດ ປະຈໍາແຂວງ ຊຽງຮາຍ ແລະ ບໍ່ແກ້ວ ເວົ້າວ່າ:

ທ່ານ ກ່າວວ່າ: ເຂື່ອນຈິງຫົງ ໜ້າຈະເປັນ ໂຕກັ້ນ ທີ່ຄວບຄຸມ ນໍ້າໃນເຂດ ທີ່ບົກແຫ້ງ ທັງໝົດ, ລະຍະນີ້ ຄົງເປັນລະຍະ ທີ່ແລ້ງສຸດ, ຈີນ ຄົງບໍ່ກ້າ ທີ່ຈະປ່ອຍນໍ້າ ເພາະຂະເຈົ້າ ຕ້ອງຮັກສາ ຣະດັບນໍ້າ ໃນເຂື່ອນ. ເຂື່ອນ ຈໍາເປັນຕ້ອງ ຮັກສາຣະດັບນໍ້າ ທີ່ມັນຕ້ອງຊົງໂຕ ເພື່ອຈະບໍ່ໃຫ້ນໍ້າ ບົກເກີນໄປ.

ທ່ານ ກ່າວຕື່ມ ວ່າ ເຂື່ອນ ຈິງຫົງ ໃນແຂວງຢຸນນານ ເປັນເຂື່ອນສຸດທ້າຍ ໃນລໍາແມ່ນໍ້າຂອງ ໃນປະເທດຈີນ ທີ່ກັກນໍ້າ ເອົາໄວ້ ແລະ ບໍ່ໄດ້ປ່ອຍນໍ້າລົງ ຍັງປະເທດ ເຂດແມ່ນໍ້າຂອງ ຕອນລ່າງ ເພື່ອຮັກສາ ຣະດັບນໍ້າ ໃນເຂື່ອນຂອງຕົນ. ການກັກນໍ້າ ດັ່ງກ່າວ ສົ່ງຜົນກະທົບ ໃຫ້ລໍານໍ້າຂອງ ຕັ້ງແຕ່ ພະມ້າ ລົງຮອດ ແຂວງບໍ່ແກ້ວ ແຫ້ງຂອດ, ໂດຍຍັງບໍ່ທັນ ນັບແຂວງອື່ນໆ ໃນປະເທດລາວ ແລະ ໄທ ທີ່ຍິ່ງແຫ້ງ ລົງໄປ ຢ່າງໜັກ, ແລະ ສົ່ງຜົນກະທົບ ຕໍ່ການດໍາຣົງ ຊີວິດ ຂອງປະຊາຊົນ ແຄມນໍ້າ ບໍ່ສາມາດ ຫາປາ ແລະ ປູກຝັງ ຕາມແຄມນໍ້າໄດ້. ພ້ອມກັນນັ້ນ, ການແລ່ນເຮືອ ກໍຍຸດສະງັກ. ທ່ານ ສາຍັນ ກ່າວຕື່ມວ່າ:

ທ່ານ ກ່າວວ່າ ຂໍ້ສເນີ ກໍຄືວ່າ ອາດຕ້ອງ ປະສານ ໄປທາງເຂື່ອນ ເພື່ອໃຫ້ປ່ອຍນໍ້າ ເພື່ອຍົກຣະດັບ ໃຫ້ຣະດັບນໍ້າ ໃນແມ່ນໍ້າຂອງ ສູງຂຶ້ນອີກ.

ເຖິງຢ່າງໃດ ກໍດີ, ສໍານັກງານ ຂົນສົ່ງ ທາງນໍ້າ ຂອງໄທ ໄດ້ພະຍາຍາມ ຕິດຕໍ່ ໄປຍັງ ພາກສ່ວນ ກ່ຽວຂ້ອງ ກັບ ການເປີດ-ປິດ ປະຕູນໍ້າ ທີ່ເຂື່ອນ ຈິງຫົງ ເພື່ອໃຫ້ປ່ອຍນໍ້າຂອງ ລົງມາ ຕອນລ່າງ ເພື່ອຫລຸດຜ່ອນ ຜົນກະທົບ ໃນປະເທດ ແມ່ນໍ້າຂອງ ຕອນລ່າງ, ຊຶ່ງທາງເຂື່ອນ ດັ່ງກ່າວ ກໍຍອມປ່ອຍນໍ້າ 1 ມື້ ແລະ ປິດ 3 ມື້, ຊຶ່ງຈະເຣີ້ມ ໃນຕົ້ນເດືອນເມສາ ເປັນຕົ້ນໄປ.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.