ຣະເບີດແກ້ງຕາມ ແມ່ນໍ້າຂອງ ບໍ່ເປັນການດີ

ກຸ່ມຮັກຊຽງແສນ ເວົ້າວ່າ ກາຣຣະເບີດ ເກາະແກ້ງ ຕາມລໍາ ແມ່ນໍ້າຂອງ ເປັນຕົວຢ່າງ ຂອງໂຄງກາຣ ທີ່ຫລົ້ມເຫລວ.
ຫວາດ ສີມູນ
2010.05.20

ກາຣຣະເບີດ ໂງ່ນຫີນ ຫລື ເກາະແກ້ງຕ່າງໆ ເປັນຕົວຢ່າງຂອງ ໂຄງກາຣພັທນາ ໃນແມ່ນ້ຳຂອງ ທີ່ຫລົ້ມເຫລວ ໂດຽທີ່ບໍ່ສາມາດ ເຮັດໃຫ້ເກີດ ປະໂຫຍຊນ໌ໄດ້ຕາມ ວັຕຖຸປະສົງ ທີ່ວາງໄວ້ແຕ່ ຢ່າງໃດ ພ້ອມຍັງກໍ່ໃຫ້ ເກີດຜົລກະທົບ ຢ່າງຫລວງຫລາຍ ດັ່ງທີ່ຈະເຫັນໄດ້ ໃນປັຈຈຸບັນນີ້ ຊຶ່ງທ່ານນິວັຕ ຮ້ອຍແກ້ວ ປະທານກຸ່ມຮັກ ຊຽງແສນ ໄດ້ກ່າວວ່າ:

“ມັນເຫັນໄດ້ຢ່າງ ແຈ່ມແຈ້ງກໍຄື ກາຣຣະເບີດແກ້ງ ທີ່ບໍ່ໄດ້ສ້າງ ຜົລປະໂຫຍຊນ໌ ແຕ່ຢ່າງໃດເລີຽ ແມ່ນຢູ່ທີ່ວ່າ ຕ້ອງກາຣຢາກ ຈະເປີດເສັ້ນທາງ ກາຣແລ່ນເຮືອໃຫ້ ກວ້າງແຕ່ກໍບໍ່ໄດ້ ຄຳນຶງເຖິງສະພາບ ຂອງແມ່ນ້ຳຂອງນັ້ນ ຈະເປັນແນວໃດ ມັນເລີຽມີແຕ່ ດິນຊາຍເທົ່ານັ້ນ ທີ່ເຫລືອຢູ່ ຍ້ອນໂງ່ນຫີນ ຖືກທຳລາຍ ແລະເວລາຣະດັບນ້ຳ ຫລາຍຂຶ້ນ ແລະໄຫລແຮງ ກໍພັດຊາຍລົງໄປ ເລີຽເກີດເປັນດອນຊາຍ ເຮັດໃຫ້ນ້ຳຕື້ນ ຈົນບໍ່ສາມາດ ແລ່ນເຮືອໄດ້”.

ພ້ອມດຽວກັນນີ້ ທ່ານກໍວ່າ: ບັນຫາດັ່ງກ່າວ ສ່ວນໜຶ່ງເກີດຈາກ ທາງເຈົ້າໜ້າທີ່ ຂອງຣັຖບາລ ແລະ ຄະນະກັມມາທິກາຣ ແມ່ນ້ຳຂອງບໍ່ຮູ້ ແລະບໍ່ເຂົ້າໃຈ ກ່ຽວກັບ ແມ່ນ້ຳຂອງຢ່າງແທ້ຈິງ ຈົນວ່າບໍ່ສາມາດ ທີ່ຈະຈັດກາຣ ດ້ານຊັພຍາກອນ ແມ່ນ້ຳຂອງ ໃຫ້ເກີດເປັນ ປະໂຫຍຊນ໌ໄດ້ ແລະໃນທີ່ສຸດ ກໍເປັນກາຣສ້າງ ຜົລກະທົບຕໍ່ ປະຊາຊົນ ໃນເຂຕລຸ່ມແມ່ນ້ຳຂອງ ດັ່ງກ່າວນີ້:

“ນີ້ມັນສະແດງ ໃຫ້ເຫັນວ່າສິ່ງ ທີ່ພີ່ນ້ອງປະຊາຊົນ ໄດ້ກ່າວ ເລື້ອຽແລ້ວວ່າ ຖ້າທຳລາຍໂງ່ນຫີນ ຕາມແກ້ງຕ່າງໆ ແລ້ວນັ້ນ ກໍຍິ່ງຈະເຮັດ ໃຫ້ມີຣະບົບ ນ້ຳທີ່ໄຫລແຮງ ແລະຈະເຮັດໃຫ້ ຕລິ່ງເຈື່ອນເພພັງ ພ້ອມກັບເວລາ ໜ້າແລ້ງ ນ້ຳຂອງກໍຈະແຫ້ງ ຊຶ່ງທຸກຢ່າງທີ່ ປະຊາຊົນໄດ້ ເຕືອນໄວ້ກ່ອນ ແລ້ວນັ້ນ ກໍປາກົດເຫັນ ເປັນຈິງ”.

ຢ່າງໃດກໍຕາມ ກາຣຣະເບີດຕາມ ເກາະແກ້ງໂງ່ນຫີນ ຕາມລຳແມ່ນ້ຳຂອງ ດັ່ງກ່າວ ເກີດຈາກກາຣລົງນາມ ໃນຂໍ້ສັນຍາ ວ່າດ້ວຍກາຣແລ່ນ ເຮືອສິນຄ້າໃນ ແມ່ນ້ຳ ລ້ານຊ້າງ -ແມ່ນ້ຳຂອງ ຂອງຣັຖບາລໃນ 4 ປະເທສໃນປີ 2000 ເປັນກາຣ ອະນຸຍາຕໃຫ້ ຈີນ ດຳເນີນກາຣຣະເບີດ ແຕ່ຊາຍແດນຈີນ ລົງມາເຖິງ ຫລວງພຣະບາງ ທີ່ສຳເຣັຈໄປ ແລ້ວບໍ່ຕໍ່າກວ່າ 21 ແຫ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.