ຊາວປະໂມງຫ່ວງ ນໍາບ່ອນຫາກິນ

ຊາວປະໂມງ ທີ່ອາສັຍ ລໍານໍ້າຂອງ ເປັນບ່ອນຫາກິນ ຮູ້ສຶກທໍ້ແທ້ໃຈ ເມື່ອນໍ້າຂອງ ບົກແຫ້ງ ຫາປາບໍ່ໄດ້. ຕາມຣາຍງານຂ່າວ AFP.
ມະນີຈັນ
2010.04.15
F-M-drought ສະພາບຂອງນໍ້າຂອງທີ່ບົກລົງຢ່າງໜ້າວິຕົກ
RFA/Phromphan

ພິມມາລາງ ແສງເພັດ ຊາວປະໂມງ ອາຍຸ 38 ປີ ທີ່ຢູ່ນອກເຂດ ເມືອງວຽງຈັນ ເວົ້າແບບທໍ້ແທ້ໃຈ ວ່າຫາປາບໍ່ໄດ້ ຮອດພໍກຸ້ມກິນ. ເມື່ອປີກາຍ ລາວຫາປາໄດ້ 10 ກິໂລ ປາຍຕໍ່ມື້  ໃນຊ່ວງດຽວກັນ ແຕ່ດຽວນີ້ໄດ້ ເຄິ່ງນຶ່ງ ກໍຖືວ່າໂຊກ. ສາເຫດທີ່ເຮັດ ໃຫ້ຫາປາໄດ້ ໜ້ອຍລົງນັ້ນ ລາວບອກວ່າ ເປັນຍ້ອນນໍ້າ ໃນແມ່ນໍ້າຂອງ ບົກແຫ້ງລົງ ແບບທີ່ລາວ ບໍ່ເຄີຍເຫັນມາກ່ອນ. ນໍ້າໃນແມ່ນໍ້າຂອງ ໃນບາງເຂດ ບາງພື້ນທີ່ ໃນລາວ ບົກແຫ້ງລົງ ຢ່າງເປັນປະຫວັດການ ໃນຮອບ 50 ປີຜ່ານມາ.

ນາງ ສົມ ສິຣິວັດ ຊາວບ້ານລາວ ອີກຜູ້ນຶ່ງ ວັຍ 63 ປີ ທີ່ຫາປາ ໄປເປັນອາຫານ ນັ້ນເວົ້າວ່າ ຢູ່ລາວ ບໍ່ມີທະເລ ຫາກມີ ແຕ່ແມ່ນໍ້າຂອງ ເພື່ອເປັນແຫລ່ງ ອາຫານ ແລະ ນໍ້າ ດັ່ງນັ້ນ ແມ່ນໍ້າຂອງ ຈຶ່ງເປັນສິ່ງທີ່ ສໍາຄັນຫລາຍ ສໍາລັບເຂົາເຈົ້າ. ຂະນະດຽວກັນ ຢູ່ເຂດແມ່ນໍ້າຂອງ ຕອນເທິງ ໃນພາກຕາເວັນຕົກ ສ່ຽງໃຕ້ຂອງຈີນ ປະຊາຊົນ ຫລາຍກວ່າ 24 ລ້ານຄົນ ຂາດແຄນນໍ້າດື່ມ ຍ້ອນພັຍແຫ້ງແລ້ງ ທີ່ຮ້າຍແຮງ ທີ່ສຸດ ໃນຮອບ 1 ສັຕຕະວັດ.

ສ່ວນເຂດພາກເໜືອ ຂອງໄທ ກໍໄດ້ຮັບຄວາມ ເດືອດຮ້ອນ ຈາກສະພາບນໍ້າ ບົກແຫ້ງຄືກັນ. ທ່ານ ນິວັດ ຮ້ອຍແກ້ວ ຈາກກຸ່ມພິທັກ ສິ່ງແວດລ້ອມ ໃນແຂວງຊຽງຮາຍ ເວົ້າວ່າ ຫລາຍຄົນ ໄດ້ປ່ຽນອາຊີບໄປ ເຮັດວຽກການ ກະເສດເພາະ ບໍ່ສາມາດມີຣາຍ ໄດ້ພຽງພໍ ຈາກການຫາປາ. ສາເຫດຂອງການ ບົກແຫ້ງລົງ ຂອງນໍ້າຂອງ ເປັນບັນຫາທີ່ ຖົກຖຽງກັນ. ກຸ່ມເຄື່ອນໄຫວ ເປັນຕົວຕັ້ງຕົວຕີ ເຊື່ອວ່າ ເປັນຍ້ອນ ເຂື່ອນໄຟຟ້າ ທີ່ຈີນສ້າງໃສ່ ແມ່ນໍ້າຂອງ ຕອນເທີງ.

ຈີນ ຊຶ່ງມີແຜນການ ສ້າງເຄື່ອນ ໃສ່ແມ່ນໍ້າຂອງ ທັງໝົດ 8 ແຫ່ງນັ້ນ ຢືນຢັນວ່າ ສະພາບດິນຟ້າ ອາກາດ ທີ່ແຫ້ງແລ້ງ ເປັນສາເຫດຂອງ ການຂາດແຄນ ນໍ້າໃນ ປັຈຈຸບັນ ນີ້ກໍເປັນ ເຫດຜົນ ທີ່ກົງກັນກັບ ຣາຍງານຂອງ ຄະນະກັມມາທິການ ແມ່ນໍ້າຂອງ MRC.

ເຖິງແມ່ນວ່າຈະເປັນ ຍ້ອນເຫດຜົນໃດ ກໍຕາມ ແຕ່ບັນຫານັ້ນ ກ່ຽວຂ້ອງກັບ ຫລາຍກວ່າ 60 ລ້ານຄົນ ໃນເຂດ ແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.