ຣະດັບນໍ້າຂອງ ລົດລົງ ຢ່າງໜ້າເປັນຫ່ວງ
2010.02.22
ຣະດັບນ້ຳຂອງ ລົດລົງ ຢ່າງຜິດປົກກະຕິ ຊຶ່ງໃນ ເວລານີ້ ເຮືອໂດຍສານ ຂນາດໃຫຍ່ ທີ່ແລ່ນຣະຫວ່າງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຫາ ເມືອງຫລວງພຣະບາງ ບໍ່ສາມາດ ແລ່ນໄດ້ ໃນຫລາຍພາກ ສ່ວນ ເຊື່ອກັນວ່າ ເປັນເຫດ ມາຈາກເຂື່ອນໃຫຍ່ ໃນປະເທດຈີນ. ຕາມລາຍງານ ຂອງຫ້ອງການ ຊັພຍາກອນນ້ຳ ແລະ ສິ່ງແວດລ້ອມ ແຂວງ ຫລວງພຣະບາງ. ເຈົ້າໜ້າທີ່ ຫ້ອງການ ຊັພຍາກອນນ້ຳ ແລະ ສິ່ງແວດລ້ອມ ແຂວງຫລວງພຣະບາງ ກ່າວກ່ຽວກັບ ເລື່ອງນີ້ວ່າ:
"ທາງກົມ ອຸຕຸທົກສາດ ເພີ່ນກໍມີການ ເຕືອນໄພ ເຮືອໃຫຍ່ແລ່ນ ບໍ່ໄດ້ເນາະ ຊ່ວງນີ້ ກໍມີແຕ່ເຮືອນ້ອຍ ມາໄດ້ເນາະ ເຮືອໃຫຍ່ຂີ່ ຣະຫວ່າງ ສອງສາມຮ້ອຍ ແລ່ນບໍ່ໄດ້ແລ້ວ".
ບໍຣິສັດ ຂົນສົ່ງທາງເຮືອ ທີ່ເມືອງຫ້ວຍຊາຍ ກໍເວົ້າວ່າ ຣະດັບນ້ຳ ໃນແມ່ນ້ຳຂອງ ປີນີ້ ເລີ່ມລົດລົງ ຕັ້ງແຕ່ຊ່ວງ ຕົ້ນເດືອນ ກຸມພາ ມາ ແລະກໍໄດ້ລົດລົງ ເລື້ອຍໆ ຖືວ່າ ນ້ຳຂອງລົດລົງ ຫລາຍທີ່ສຸດ ໃນຮອບ 20 ປີຜ່ານມາ ຈົນເຮັດໃຫ້ມີ ແຕ່ເຮືອໄວ ຂນາດນັ່ງໄດ້ 4 ບ່ອນເທົ່ານັ້ນ ຮັບໃຊ້ ນັກທ່ອງທ່ຽວ ຈາກຫ້ວຍຊາຍ ຫາ ຫລວງພຣະບາງ.
ຫລາຍພາກສ່ວນ ເຊື່ອກັນວ່າ ຈີນ ກັກນ້ຳເອົາໄວ້ ຍ້ອນປີນີ້ ມີປະຣິມານ ນ້ຳຝົນນ້ອຍ ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ:
"ຈີນບໍ່ປ່ອຍນ້ຳມາ ເຮົາກໍມີ ບັນຫາເລີຍ ນ້ຳສາຂາ ເຮົາກໍມັນບໍ່ມີ ນ້ຳອູຊ່ວຍ ມັນກໍແຫ້ງ ເພາະວ່ານ້ຳເຊືອງ ມັນກໍຢູ່ ຂ້າງໃຕ້ນໍ ນ້ຳເຊືອງ ນ້ຳອູ ນ້ຳຄານ ຈີນອັດເຂື່ອນ ເຮົາກໍບໍ່ສາມາດ ເດີນເຮືອໄດ້ ເຮົາກໍຕ້ອງຮູ້ວ່າ ຈີນມີຈັກເຂື່ອນ 2ເຂື່ອນ 3ເຂື່ອນ ເຂື່ອນໃຫຍ່ ຂອງເຂົາເນາະ".
ພ້ອມກັນນັ້ນ ຜູ້ປະສານງານ ເຄືອຂ່າຍ ອະນຸຮັກ ຊັພຍາກອນນ້ຳ ທັມມະຊາດ ແລະວັທນະທັມ ລຸ່ມແມ່ນ້ຳຂອງ ກໍໄດ້ກ່າວວ່າ ຂະນະນີ້ ຊາວບ້ານ ທີ່ອາສັຍ ຢູ່ຕາມແຄມຝັ່ງ ແມ່ນ້ຳຂອງ ຕ່າງກໍເດືອດຮ້ອນ ເພາະ ຣະບົບນິເວດ ປ່ຽນແປງ, ເຮັດໃຫ້ເກີດ ຜົນກະທົບ ເປັນຕົ້ນຕໍ່ ການປະໂມງ.