ຊາວບ້ານຄວນມີສ່ວນ ໃນການຈັດຕັ້ງພາຄີ

ຊາວບ້ານ ວຽງແກ່ນ ວ່າ ການຈັດຕັ້ງພາຄີ ປະຊາຊົນ ແມ່ນໍ້າຂອງ ຕ້ອງມີສ່ວນ ຮ່ວມຈາກ ປະຊາຊົນ ທຸກປະເທດ.
ມະນີຈັນ
2010.04.13

ຊາວບ້ານ ເມືອງວຽງແກ່ນ ແຂວງຊຽງຮາຍ ຂອງໄທ ທີ່ຢູ່ກົງກັນຂ້າມກັບ ແຂວງບໍ່ແກ້ວຂອງລາວ ເຫັນວ່າ ການຈັດການກ່ຽວກັບ ບັນຫາແມ່ນໍ້າຂອງ ຈະຕ້ອງໃຫ້ ປະຊາຊົນ ເຂົ້າມີສ່ວນຮ່ວມ  ແລະທີ່ສໍາຄັນ ຕ້ອງມີປະຊາຊົນ ຈາກ ທຸກປະເທດ ເພາະທີ່ຜ່ານມາ ປະຊາຊົນ ບໍ່ຄ່ອຍໄດ້ຮັບ ຂໍ້ມູນຈາກໜ່ວຍ ງານຂອງຣັຖ ແລະ ປະຊາຊົນ ໃນບາງປະເທດ ເຊັ່ນປະເທດ ລາວ ກໍບໍ່ຄ່ອຍ ໄດ້ມີສ່ວນຮ່ວມ ໃນການ ຮ້ອງຮຽນ ເລື່ອງຜົລກະທົບ ທີ່ເກີດຂຶ້ນ ພໍເທົ່າໃດ:

"ຣັຖບານວຽດນາມ ຣັຖບານໄທ ຣັຖບານພະມ່າ ຣັຖບານກັມພູຊາ ທີ່ລຸ່ມນໍ້າຂອງ 6 ປະເທດຕ້ອງຮ່ວມກັນ ຈັດຕັ້ງພາຄີຂອງ ປະຊາຊົນ ທຸກປະເທດ ແລະ ມີການຈັດປະຊຸມ ເວລາຈະມີ ການສ້າງເຂື່ອນ ເພື່ອໃຫ້ຊາວບ້ານ ໄດ້ຮັບຊາບວ່າ ການສ້າງເຂື່ອນ ຈະກະທົບຈັ່ງໃດ".

ບັນຫາ ທີ່ເກີດຂຶ້ນ ໃນເຂດ ລຸ່ມແມ່ນໍ້າຂອງ ທຸກວັນນີ້ ກໍຄື ຕະລິ່ງເພພັງ ເກາະແກ່ງກາງນໍ້າ ຂອງຖືກຣະເບີດ ເຮັດໃຫ້ນໍ້າໄຫລແຮງ ເກີດການປ່ຽນແປງ ທິດທາງຂອງ ນໍ້າໄຫລ. ຕັ້ງແຕ່ປີ 2003 ມາ ຊາວບ້ານທີ່ອາສັຍ ຢູ່ຕາມແມ່ນໍ້າຂອງ ໃນເຂດເມືອງວຽງແກ່ນ ຢ່າງໜ້ອຍ 50 ຫລັງຄາເຮືອນ ຕ້ອງໄດ້ອົພຍົບ ອອກໄປ ແລະເຂດບ້ານຄວ້ານ ແຂວງບໍ່ແກ້ວ ກໍປະເຊີນກັບ ຜົລກະທົບ ຕະລິ່ງເພພັງ ເມື່ອເຖິງເວລາ ນໍ້າຂຶ້ນ  ຊຶ່ງການຮວມກຸ່ມ ຂອງປະຊາຊົນ ຈາກທຸກປະເທດ ຈະເປັນພະລັງ ຮຽກຮ້ອງຕໍ່ຣັຖບານ ໃນທຸກປະເທດ ໃຫ້ແກ້ໄຂບັນຫາ ຮ່ວມກັນໄດ້. ແຕ່ໃນບາງປະເທດ ຣະບອບ ການປົກຄອງ ກໍເປັນອຸປະສັກ:

"ການປົກຄອງ ແຕ່ລະປະເທດ ບໍ່ຄືກັນ ຕົວຢ່າງ ປະເທດລາວ ຢູ່ໃກ້ກັນ ຊຶ່ງເຂົາກໍວ່າ ມີຄວາມເດືອດ ຮ້ອນແທ້ ແຕ່ຈະໄປຮຽກຮ້ອງ ຄືກັບໄທ ກໍເຮັດບໍ່ໄດ້ເທື່ອ ເພາະຣັຖບານ ຍັງບໍເປີດໃຫ້ ເຮັດໄດ້.  ເມື່ອມີການປະຊຸມ ຕ່າງໆ ກໍຢາກໃຫ້ ເຊີນຊວນ ທຸກປະເທດ ເຂົ້າຮ່ວມ ໃຫ້ປະຊາຊົນ ໄດ້ຮັບຮູ້".

ພ້ອມດຽວກັນນີ້ ທ່ານຍັງຄາດ ຫວັງວ່າ ນອກຈາກ 4 ເຂື່ອນ ໃນແມ່ນໍ້າຂອງ ຕອນເທິງແລ້ວ ຈະບໍ່ມີການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຕື່ມອີກ ເພື່ອແມ່ນໍ້າຂອງ ຈະໄຫລ ແລະຂຶ້ນ-ລົງ ຢ່າງປົກກະຕິ ແລະ ຄວາມອຸດົມສົມບູນ ພືດພັນທັນຢາຫານ ຈະກັບມາ ມີຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.