ແຜນພັທນານໍ້າຂອງ ຄວນມີປະຊາຊົນ ຮ່ວມນໍາ

ຄະນະກັມມາທິການ ແມ່ນໍ້າຂອງ MRC ຄວນໃຫ້ປະຊາຊົນ ຮ່ວມພິຈາຣະນາ ແຜນການພັທນາ ໃນພູມີພາກ.
ມະນີຈັນ
2010.04.16

ຄະນະ ກັມມາທິການ ແມ່ນໍ້າຂອງ ຫລື MRC ຄວນສະແດງ ບົດບາດ ໃນການສົ່ງເສີມ ໃຫ້ພາກ ປະຊາຊົນ ຈາກປະເທດ ສະມາຊິກ ທີ່ມີຣະບອບ ການປົກຄອງ ແຕກຕ່າງກັນນັ້ນ ເຂົ້າມາມີສ່ວນຮ່ວມ ໃນການຕັດສິນ ບັນຫາ ກ່ຽວກັບການພັທນາ ໃນເຂດ ລຸ່ມແມ່ນໍ້າຂອງ ໃຫ້ຫລາຍຂຶ້ນ ເພື່ອທີ່ຈະຊ່ວຍ ໃຫ້ເກີດ ການກວດສອບ ແຜນພັທນາຕ່າງໆ ຢ່າງໂປ່ງໃສໄດ້. ທ່ານ ວິທູນ ເພີ່ມພົງຈະເຣີນ ນັກວິຊາການ ມູນນິທິ ຟື້ນຟູຊີວິດ ແລະ ວັທນະທັມແຫ່ງຊາດ ອິນດູຈີນ ກ່າວວ່າ:

"ອັນນີ້ ເປັນຂໍ້ສລຸບ ທົ່ວໂລກວ່າ ແຜນການໃດກໍຕາມ ບໍ່ມີການເຂົ້າຮ່ວມ ຂອງປະຊາຊົນ ບໍ່ມີ ປະຊາທິປະຕັຍ ແຜນການນັ້ນ ກໍຈະນໍາໄປສູ່ງ ຄວາມບໍ່ໂປ່ງໃສ. ການມີ MRC ກໍເພື່ອອັນນີ້ ຖ້າໄປເຮັດວຽກ ໃນປະເທດ ທີ່ມີບັນຫານີ້ ກໍຍິ່ງຕ້ອງຈັບ ຫລັກການນີ້ ໃຫ້ແໜ້ນ ບໍ່ແມ່ນຈະໄປ ຍອມອ່ອນຂໍ້ໃຫ້".

ທ່ານເວົ້າຕໍ່ໄປວ່າ ກະທັງຫລັງຈາກ ກອງປະຊຸມ ສຸດຍອດຜູ້ນໍາ ລຸ່ມນໍ້າຂອງຕອນໃຕ້ ຄັ້ງທີ 1 ຢູ່ປະເທດໄທ ເມື່ອເດືອນ ເມສາ 2010 ບັນດາຜູ້ນໍາ ຈາກປະເທດ ສະມາຊິກ ຄະນະກັມມາທິການ ແມ່ນໍ້າຂອງ ຈະໄດ້ລົງນາມ ໃນປະຕິນຍາ ຫົວຫີນຮ່ວມກັນ ເພື່ອຮັກສາຄວາມ ສົມດູນ ເລື່ອງການພັທນາ ລຸ່ມນໍ້າຂອງ ໃຫ້ເປັນໄປຢ່າງ ຍັ້ງຍືນ  ພ້ອມທັງເນັ້ນການ ມີສ່ວນຮ່ວມ ຂອງຜູ້ມີ ສ່ວນໄດ້ສ່ວນເສັຽ ທັງພາກປະຊາຊົນ ແລະເອກກະຊົນ ໃຫ້ຫລາຍຂຶ້ນ.

ແຕ່ຢ່າງໃດກໍຕາມ ຄວາມແຕກຕ່າງ ຂອງຣະບອບ ການເມືອງ ບັນດາປະເທດ ສະມາຊິກ ກໍຍັງເປັນອຸປສັກ ສໍາຄັນ ທີ່ກີດຂວາງ ຂະບວນ ການມີສ່ວນຮ່ວມ ຂອງ ປະຊາຊົນ ໃນແຕ່ລະປະເທດ ໃຫ້ມີຄວາມບໍ່ ເທົ່າທຽມກັນ. ດັ່ງນັ້ນ ຄະນະກັມມາທິການ ແມ່ນໍ້າຂອງ ໃນຖານະ ໜ່ວຍງານກາງ ຣະດັບພູມີພາກ ຈຶ່ງຄວນເລັ່ງ ສົ່ງເສີມ ຂະບວນການມີ ສ່ວນຮ່ວມ ຂອງປະຊາຊົນ ໃຫ້ສາມາດສະແດງ ຄວາມຄິດຄວາມເຫັນ ກ່ຽວກັບແຜນພັທນາ ຕ່າງໆ ທີ່ຈະເກີດ ຂຶ້ນໃນພື້ນທີ່ ຢ່າງເປີດກວ້າງ  ຊຶ່ງຈະເປັນ ກົລໄກ ໃນການກວດສອບ ຄວາມໂປ່ງໃສວ່າ ການພັທນາ ຈະເປັນໄປຢ່າງ ຍັ້ງຍືນ ແລະ ບໍ່ສ້າງຜົລກະທົບ ຕໍ່ຄວາມເປັນຢູ່ ທາງສັງຄົມ ແລະເສຖກິດ ຂອງປະຊາກອນ ແຄມຝັ່ງແມ່ນໍ້າຂອງ ໃນທຸກປະເທດ ຢ່າງແທ້ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.