ກັມມະການແມ່ນໍ້າຂອງລາວ ຂໍຄວາມຮ່ວມມື

ກັມມະການ ແມ່ນໍ້າຂອງລາວ ຮຽກຮ້ອງໃຫ້ຫລາຍໜ່ວຍງານ ຮ່ວມມື ໃນການບໍຣິຫານ ຈັດການນໍ້າ ພາຍໃນປະເທດ ໃຫ້ຫລາຍຂື້ນ.
ໂພໄຊສວັດ
2010.03.19

ການບໍຣິຫານ ຈັດການ ຊັພຍາກອນນ້ຳ ເປັນສິ່ງສຳຄັນ ຕໍ່ປະຊາຄົມ ຍ້ອນວ່າການປ່ຽນແປງ ຂອງສະພາບແວດລ້ອມ ເຮັດໃຫ້ ຊັພຍາກອນນ້ຳ ທີ່ເປັນປັດໃຈ ສຳຄັນ ໃນການຢູ່ລອດ ຂອງປະຊາຊົນ ເກີດການປ່ຽນແປງ ຢ່າງວ່ອງໄວ. ຍ້ອນເຫດຜົນນີ້ ທຸກພາກສ່ວນກ່ຽວຂ້ອງ ຕ້ອງໄດ້ ເພີ້ມການຮ່ວມມື ເພື່ອເຮັດໃຫ້ການ ປະຕິບັດງານ ມີປະສິດທິພາບ ແລະ ທັນກັບສະພາບ ການປ່ຽນແປງ ທີ່ອາດຈະ ກະທົບກະເທືອນ ຕໍ່ສັງຄົມ. ດັ່ງທ່ານ ສີສະຫວັດ ວິທະໄຊ ຮອງປະທານ ຄນະກັມມະການ ແມ່ນ້ຳຂອງ ແຫ່ງຊາດລາວ ເວົ້າວ່າ:

"ພວກເຣົາຖອດຖອນ ບົດຮຽນໄດ້ວ່າ ເພື່ອຢາກເຮັດໃຫ້ ວຽກງານເຫລົ່ານີ້ ປະສົບຜົນສຳເຣັດ ໄປດ້ວຍດີ ຄນະກັມມະການ ແມ່ນ້ຳຂອງ ແຫ່ງຊາດລາວ ຕ້ອງໄດ້ເພີ້ມ ທະວີການປຶກສາຫາລື ປະກອບຄວາມຄິດເຫັນ ປະສານສົມທົບ ໃຫ້ໜັກແໜ້ນຂື້ນ ກວ່າເກົ່າກັບບັນດາ ກະຊວງ ແລະແຂວງທີ່ກ່ຽວຂ້ອງ ໃນທົ່ວປະເທດ".

ທ່ານເວົ້າຕໍ່ໄປວ່າ ປັດຈຸບັນນີ້ ປະຊາຄົມລາວ ກໍາລັງ ປະສົບກັບບັນຫາ ທ້າທາຍທີ່ເກີດມາຈາກ ການປ່ຽນແປງຂອງ ຊັພຍາກອນນ້ຳ ທີ່ເລັ່ງໃຫ້ເກີດ ພັຍທັມມະຊາດ ບໍ່ວ່າ ຈະເປັນພັຍນ້ຳຖ້ວມ ຫລື ສະພາບແຫ້ງແລ້ງ ຊຶ່ງທັງສອງຢ່າງ ສົ່ງຜົນກະທົບຕໍ່ການ ຄອງຊີບ ຂອງປະຊາຊົນ ພາຍໃນປະເທດ ທີ່ສ່ວນຫລາຍຍັງ ເພິ່ງພາອາສັຍ ທັມມະຊາດ ຢູ່ຢ່າງກວ້າງຂວາງ.

ຍ້ອນວ່າທີ່ຜ່ານມາ ຫລາຍໜ່ວຍງານ ບໍ່ມີການປະສານງານ ກັນຢ່າງຈິງຈັງ ໄດ້ເຮັດໃຫ້ການ ປະຕິບັດວຽກງານ ໃນການ ບໍຣິຫານຈັດການ ດ້ານຊັພຍາກອນນ້ຳ ຂອງປະເທດ ບໍ່ມີຄວາມແຈ່ມແຈ້ງ ແລະມີຄວາມສັບສົນ ຈົນບາງເທື່ອ ເຮັດໃຫ້ການປ້ອງກັນ ແລະ ແກ້ໄຂບັນຫາ ບໍ່ສາມາດ ເຮັດໄປໄດ້ດີ ເທົ່າທີ່ຄວນ.

ດັ່ງນັ້ນຈຶ່ງຈຳເປັນ ຢ່າງຍິ່ງທີ່ຈະຕ້ອງ ໄດ້ໂຮມແຮງກັນ ບໍ່ວ່າຈະເປັນ ຄນະກັມມະການ ແມ່ນ້ຳຂອງແຫ່ງຊາດ, ອົງການຊັພຍາກອນນໍ້າ ແລະສິ່ງແວດລ້ອມ, ກະຊວງ ກະສິກັມແລະປ່າໄມ້ ຕລອດທຸກພາກສ່ວນ ໃນປະຊາຄົມ ເພື່ອຊອກຫາ ສາເຫດແລະທາງອອກ ຂອງບັນຫາການ ປ່ຽນແປງ ຂອງຊັພຍາກອນນ້ຳ ທີ່ກຳລັງສົ່ງຜົນ ກະທົບຕໍ່ສັງຄົມ ໃຫ້ໄດ້ຮັບການແກ້ໄຂ ທັນເວລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.