ກັມມາທິການແມ່ນໍ້າຂອງ ຕົກລົງຮ່ວມມືກັນ

ກອງປະຊຸມສຸດຍອດ ກ່ຽວກັບແມ່ນໍ້າຂອງ ເຫັນດີໃຫ້ມີ ການຮ່ວມໄມ້ຮ່ວມມື ກັນຫລາຍຂື້ນ.
ໂພໄຊສວັດ
2010.04.06
F-First-MRC ທີ່ຫົວຫີນປະເທດໄທ:(ຊ້າຍຫາຂວາ) ບັນດານາຍົກຣັຖມົນຕຣີ ກໍາພູຊາ ທ່ານຮຸນເຊນ, ສປປລາວ ທ່ານບົວສອນ ບຸບຜາວັນ, ປະເທດໄທ ທ່ານ ອະພິສິດ ເວຊຊີວະ, ສສວຽດນາມ ທ່ານຫງຽນຖັນຢົງ, ພາກັນຈັບມື ຜູກສັມພັນໄມຕຣີ ຮ່ວມມືຊ່ວຍກັນ ແກ້ໄຂບັນຫາ ແມ່ນໍ້າຂອງ
AFP PHOTO

ບັນດາສີ່ປະເທດ ໃນລຸ່ມແມ່ນ້ຳຂອງ ໄດ້ຕົກລົງກັນ ໃນມື້ວັນຈັນ ທີ 5 ເມສາ 2010 ວ່າຈະເພີ້ມການ ຮ່ວມມືໃນການ ປົກປັກຮັກສາ ແລະ ສົ່ງເສີມ ສາຍແມ່ນ້ຳຂອງນີ້.
ຜູ້ນຳຈາກ ສີ່ປະເທດຊຶ່ງ ເປັນສະມາຊິກ ຂອງຄະນະກັມມາທິການ ແມ່ນ້ຳຂອງ ຫລື MRC ໄດ້ແກ່ ກໍາ ພູຊາ, ລາວ, ໄທ ແລະວຽດນາມ ໄດ້ຈັດກອງປະຊຸມ ທີ່ໃຊ້ເວລາ ນຶ່ງວັນ ເພື່ອປຶກສາຫາລື ກ່ຽວກັບ ສະພາບການປ່ຽນແປງ ຂອງດິນຟ້າອາກາດ ແລະ ການທ້າທາຍອື່ນໆ ຕໍ່ສະພາບຂອງ ແມ່ນ້ຳຂອງ ທີ່ເປັນແຫລ່ງໃຫ້ ວຽກງານ ແລະ ລ້ຽງປະຊາກອນ ປະມານ 65 ລ້ານຄົນໃນ 6 ປະເທດ. ນາຍົກຣັຖມົນຕຣີ ໄທ ທ່ານ ອະພິສິດ ເວຊາຊີວະ ກ່າວໃນກອງປະຊຸມ ໃນຕອນນຶ່ງວ່າ:

"ທ່ານຮູ້ສຶກເປັນກຽດ ທີ່ໄດ້ສເນີ ຖະແຫລງການຮ່ວມ ໂດຍຫຍໍ້ຂອງກອງ ປະຊຸມສຸດຍອດ ຄັ້ງທຳອິດ ຂອງຄະນະກັມມາທິການ ແມ່ນ້ຳຂອງ MRC ຊຶ່ງຈະມີຊື່ວ່າ ຖະແຫລງການ MRC ຫົວຫີນ".

ກອງປະຊຸມຄັ້ງນີ້ ໄດ້ມີປະເທດ ສະມາຊິກ ຄະນະກັມມາທິການ ແມ່ນ້ຳຂອງ MRC ແລະ ປະເທດຄູ່ ເຈຣະຈາ ຮວມທັງຈີນ ແລະ ພະມ້າເຂົ້າຮ່ວມ. ບັນຫາທີ່ສຳຄັນ ໃນກອງປະຊຸມ ກໍແມ່ນ ລະດັບນ້ຳ ໃນແມ່ນ້ຳຂອງ ທີ່ບົກແຫ້ງຫລາຍ ທີ່ສຸດ ພາຍໃນຮອບ 20 ປີ.

ນັກເຄື່ອນໄຫວ ດ້ານສິ່ງແວດລ້ອມ ອອກຄວາມເຫັນວ່າ ຍ້ອນເຂື່ອນໃນ ຈີນ ທີ່ກັກຕັນນ້ຳ ຊື່ງກຳລັງນຳ ຄວາມຫາຍຍະນະ ມາສູ່ ຊາວກະສິກອນ, ຊາວປະໂມງ ແລະ ລະບົບນິເວດວິທຍາ ໂດຍທົ່ວໆໄປ.

ນັກວິທຍາສາດ ຂອງ MRC ຊ້ຳພັດກ່າວວ່າ ລະດັບນ້ຳໃນ ແມ່ນໍ້າຂອງປີນີ້ ຕໍ່າທີ່ສຸດກໍ ເພາະວ່າ ລະດູຝົນ ໃນປີ 2009 ນັ້ນສັ້ນ ຝົນກໍຕົກໜ້ອຍ ປະຣິມານນໍ້າຝົນ ຈື່ງບໍ່ພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.