ໂຄງກາຣ ປ້ອງກັນ ຕາລີ່ງເຈື່ອນ

ໂຄງກາຣກໍ່ສ້າງ ປ້ອງກັນຕາລີ່ງເຈື່ອນ ໃນເຂຕນະຄອນ ຫລວງວຽງຈັນ ຈະເຣີ່ມຕົ້ນຈາກ ບໍຣິເວນຫລັກ 4 ເມືອງສິສັຕນາຄ ລົງໄປທາງໃຕ້ ເຖີງເຂຕທ່າເດື່ອ
ຫວາດ ສີມູນ
2009.03.17

ໂຄງກາຣກໍ່ສ້າງ ຣະບົບປ້ອງກັນ ບໍ່ໃຫ້ ຕະລີ່ງເຈື່ອນ ໃນເຂຕນະຄອນ ຫລວງວຽງຈັນ ທີ່ມີຄວາມ ຍາວກວ່າ 12 ຫລັກກິໂລແມຕ ນັ້ນ ໄດ້ເຣີ່ມກາຣ ກໍ່ສ້າງຕາມເຂຕ ທີ່ມີບັນຫາ ຫລາຍກວ່າໝູ່ ນັ້ນກ່ອນ ຄືຈາກບໍຣິເວນ ເຂຕຫລັກ 4 ເມືອງສິສັຕນາຄ ລົງໄປຍັງເຂຕ ເມືອງທ່າເດື່ອ ແລະປະຊາຊົນ ກໍເຣີ່ມມີກາຣ ໂຍກຍ້າຍ ເປັນບາງ ສ່ວນແລ້ວດັ່ງ ເຈົ້າໜ້າທີ່ຈາກ ກົມໂຍທາທິກາຣ ໄດ້ເປີດເຜີຽວ່າ:

“ເຂົາເຈົ້າເຣີ່ມ ລົງມືແລ້ວເດ໋ ຫາກໍເຫັນຢູ່ ເມືອງສີນາກ (ສີສັຕນາຄ) ເຂົາເຈົ້າເຮັດ ແລ້ວນ໋າ ຢູ່ທ່າເຮືອ ຢູ່ວຽງຈັນ ທ່າເຮືອຫລັກ 4 ເຫັນບໍ? ມາທາງທ່າເດື່ອ ມາທາງ ໂບໂອ ເຂົາເຈົ້າເຮັດ ລົງໄຕ້”

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ: ພາຍຫລັງມີກາຣ ສ້າງແຕ່ເຂຕຫລັກ 4 ລົງໄປຫາ ທ່າເດື່ອ ເປັນທີຮຽບຮ໊ອຍ ແລ້ວນັ້ນ ຈື່ງຈະມີກາຣ ກໍ່ສ້າງຕໍ່ໄປ ໃນເຂຕອື່ນ ທີ່ມີຄວາມຍາວ ທັງໝົດ 12.3 ກມ ແລະຄາດວ່າຈະ ໃຫ້ແລ້ວເສຣັຈ ພາຍໃນປີ 2010 ໂດຽແມ່ນທາງ ກາຣລາວໄດ້ກູ້ ຢືມເງີນຈາກ ເກົາຫລີໃຕ້ ແບບດອກເບັ້ຍຕໍ່າ 37 ລ້ານ ດອລລາຣ ແລະທາງກາຣ ລາວສົມທົບ ເຂົ້າຕື່ມອີກ 13 ລ້ານ ດອລລາຣ໌. ສຳຫລັບໂຄງກາຣ ໂຍກຍ້າຍ ປະຊາຊົນນັ້ນ ກໍມີກາຣເຣີ່ມ ຍ້າຍໄປແດ່ແລ້ວ ດັ່ງທີ່ ທ່ານໄດ້ກ່າວ ເພີ່ມອີກວ່າ:

“ເອີ!..ກໍມີບາງ ຈຳນວນ ..ຄິດວ່າມີບາງ ຈໍານວນ ກໍໄປແລ້ວ ແຕ່ບໍ່ຮູ້ ຈຳນວນວ່າ ມີເທົ່າໃດ?”

ພ້ອມດຽວກັນນີ້ ທ່ານກໍວ່າ ຈຳພວກ ປະຊາຊົນ ທີ່ຈະຕ້ອງໄດ້ ຖືກຍ້າຍແລະ ຍັງມີບັນຫາ ທີ່ບໍ່ສາມາດ ຕົກລົງກ່ຽວກັບ ຄ່າຊົດເຊີຽແລະ ຄ່າເວນຄືນທີ່ດີນ ກັນເທື່ອນັ້ນ ກໍມີທັງໝົດ ປະມານ 140 ຄອບຄົວດ້ວຍກັນ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.