ເຂື່ອນຈະກະທົບ ຕໍ່ຊາວປະໂມງ
2010.04.09
ອົງການເອກກະຊົນ ນາໆຊາດ ດ້ານສິ່ງແວດລ້ອມ ສະແດງຄວາມ ວິຕົກກັງວົນ ຕໍ່ບັນຫາຈາກ ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ວ່າຈະສົ່ງຜົນ ກະທົບໂດຍກົງ ຕໍ່ ອຸດສາຫະກັມ ການປະໂມງ ເພາະການສ້າງເຂື່ອນ ໃນແມ່ນ້ຳຂອງ ຈະເຮັດໃຫ້ການ ຫາປາ ແລະສັດອື່ນໆ ທີ່ອາສັຍຢູ່ ໃນແມ່ນ້ຳຂອງ ບໍ່ໄດ້ຄືແຕ່ກ່ອນ.
ນອກຈາກນີ້ເຂື່ອນ ຍັງຈະທຳລາຍ ຊັພຍາກອນ ທັມມະຊາດ ທີ່ອຸດົມສົມບູນ ແລະປະຊາຊົນ ທີ່ອາສັຍຢູ່ຕາມ ຝັ່ງແມ່ນ້ຳຂອງ ຈະປະເຊີນກັບ ບັນຫາແນ່ນອນ. ທ່ານ ວິທູນ ເພີ້ມພົງຈະເຣີນ ເຈົ້າໜ້າທີ່ຈາກ ອົງການເອກກະຊົນ ເຄືອຂ່າຍພລັງງານ ແລະນິເວດວິທຍາ ແມ່ນ້ຳຂອງ ເວົ້າວ່າ:
"ການພັທນາໃນ 20 ປີ ຂ້າງໜ້າ ໂດຍສະເພາະ ເຂື່ອນໄຟຟ້າ ພລັງນ້ຳ ໃນລຸ່ມນ້ຳຂອງ ສາຍຕ່າງໆ ຄື 11 ເຂື່ອນຕອນລ່າງ ຈະມີຜົນກະທົບ ໂດຍກົງຕໍ່ສັດ ທີ່ໃກ້ຈະ ສູນພັນ ເຊັ່ນປາບຶກປາໂລມາ ອີຣາວະດີ ຜົນກະທົບອັນນີ້ ເຣື້ອງປາ ຈະກະທົບທາງ ດ້ານປະໂມງ ຂອງລາວ ທີ່ຈະຫລຸດລົງ 25 ສ່ວນຮ້ອຍ".
ປັດຈຸບັນນີ້ ປະຊາຊົນທີ່ ອາສັຍຢູ່ຕາມຝັ່ງ ແມ່ນ້ຳຂອງ ກຳລັງວິຕົກ ກັງວົນວ່າການ ຫາຢູ່ຫາກິນການ ດຳຣົງຊີວິດ ຈະປ່ຽນແປງໄປ ໃນທາງທີ່ລຳບາກ ຂື້ນກວ່າເກົ່າ ເພາະທັມມະຊາດ ໄດ້ປ່ຽນແປງໄປ ຢ່າງຫລວງຫລາຍ ເຮັດໃຫ້ປາແລະສັດ ໃນນ້ຳບໍ່ສາມາດ ມີຊີວິດ ທີ່ປົກກະຕິ ຄືດັ່ງແຕ່ກ່ອນ.
ຊາວບ້ານ ຢູ່ໃນເຂດ ນະຄອນຫລວງ ວຽງຈັນ ທີ່ອາສັຍຢູ່ ໃກ້ແມ່ນ້ຳຂອງ ຈົ່ມເປັນສຽງດຽວ ກັນວ່າ ການທີ່ນ້ຳໃນ ແມ່ນ້ຳຂອງແຫ້ງ ໄວນັ້ນ ອາດຈະເກີດມາຈາກ ການສ້າງເຂື່ອນ ຂອງຈີນທີ່ກັກ ຂັງນ້ຳ ໃນປະເທດຈີນ ແລະວ່າ ທາງພາກຣັຖບານ ຈາກ 4 ປະເທດ ລຸ່ມແມ່ນ້ຳຂອງ ຄວນໂອ້ລົມກັບຈີນ ກ່ຽວກັບບັນຫາ ນີ້ຢ່າງຈິງຈັງ. ສິ່ງທີ່ປະຊາຊົນ ເຫັນແລະເຂົ້າໃຈ ແມ່ນ ລະດັບນ້ຳຂອງ ບໍ່ໄດ້ຖືກຄວບຄຸມ ໂດຍທັມມະຊາດ ແຕ່ດ້ວຍເຂື່ອນ ກັ້ນນ້ຳຂອງຈີນ ແລະກຳລັງສົ່ງ ຜົນກະທົບ ຕໍ່ຊີວິດການ ເປັນຢູ່ຂອງພວກ ຂະເຈົ້າຢ່າງໜັກ.