ຣະດັບນໍ້າຂອງເພີ້ມຂື້ນ
2010.03.19

ເຈົ້າໜ້າທີ່ ກົມອຸຕຸນິຍົມວິທຍາ ຂອງລາວ ເປີດເຜີຍວ່າ ປັດຈຸບັນນີ້ ຣະດັບນໍ້າ ໃນແມ່ນໍ້າຂອງ ໃນທຸກພາກໄດ້ ເພີ້ມຂື້ນແດ່ແລ້ວ ຊື່ງເຮັດໃຫ້ການ ຂົນສົ່ງທາງເຮືອ ເລີ້ມຄືນໃໝ່ ຫລັງຈາກນໍ້າຂອງ ໄດ້ແຫ້ງລົງຕັ້ງແຕ່ ເດືອນກຸມພາ ມານີ້ ແລະແຫ້ງລົງສຸດ ໃນຕົ້ນສັປດາ ຂອງເດືອນມິນາ. ບໍ່ມີລາຍງານວ່າ ເປັນຫຍັງນໍ້າຂອງ ຈື່ງຂື້ນຄືນ. ເຈົ້າໜ້າທີ່ກົມ ອຸຕຸນິຍົມລາວ ພຽງແຕ່ເວົ້າວ່າ:
"ມື້ນນີ້ແຫລະ 18 ເນາະ ຢ່າງທີ່ເຊັ່ນ ຫລວງພຣະບາງນີ້ ຂື້ນແລ້ວຈາກ 2 ແມັດ ເມື່ອວັນທີ ຕົ້ນເດືອນເນາະ ດຽວນີ້ມັນຂື້ນ 3 ແມັດແລ້ວ ຂື້ນໄປເກືອບປະມານ 20 ເຊັນ ນີ້ແຫລະ ບ່ອນອື່ນໆກໍຂື້ນຄືກັນ ວຽງຈັນກໍຂື້ນເນາະ ແຖວງໆໃຕ້ ກໍຂື້ນເນາະ ກໍຄ່ອຍທະຍອຍກັນ".
ທ່ານເວົ້າວ່າ ນໍ້າຂອງເລີ້ມຂື້ນ ປະມານ ວັນທີ 7-8 ມິນາ ເປັນຕົ້ນມາ. ຢູ່ເຂດປາກແບ່ງ ຣະດັບນໍ້າຂອງ ເພີ້ມຂື້ນ 10 ເຊັນ. ໃນຂະນະດຽວກັນ ລາຍງານຈາກສູນ ອຸທົກວິທຍາ ເມືອງຊຽງແສນ ຊື່ງຕັ້ງຢູ່ກົງກັນຂ້າມ ກັບແຂວງບໍ່ແກ້ວ ຂອງລາວ ກໍຢືນຢັນວ່າ ໃນວັນທີ 16 ມິນາ ຣະດັບນໍ້າຂອງ ໃນເຂດຫ້ອງນໍ້າເລິກ ໄດ້ເພີ້ມຂື້ນເປັນ 3 ແມັດ ເຮັດໃຫ້ເຮືອບັນທຸກ ສິນຄ້າ ແລະເຮືອທ່ອງທ່ຽວ ສາມາດແລ່ນໄດ້ຄືນ.
ສາເຫດທີ່ພາໃຫ້ ນໍ້າຂອງບົກແຫ້ງລົງ ຢ່າງເປັນປະຫວັດການນີ້ ຫລາຍຄົນກໍເຊື່ອວ່າ ສ່ວນນື່ງ ແມ່ນຍ້ອນເຂື່ອນ ຂອງຈີນກັກນໍ້າໄວ້, ແຕ່ນັກວິຊາການ ໃນປະເທດໄທ ໃຫ້ຄວາມເຫັນວ່າ ຄົງບໍ່ແມ່ນມາຈາກ ເຂື່ອນຂອງຈີນ ແຕ່ຢ່າງດຽວ, ຄົງເປັນຍ້ອນ ການປ່ຽນແປງສະພາບ ດິນຟ້າອາກາດ ໂດຍສະເພາະ ໃນພື້ນທີ່ຕົ້ນນໍ້າ ຊື່ງເປັນ ແຫ່ລງກໍາເນີດຂອງ ແມ່ນໍ້າຂອງ ເພາະວ່າ ມັນກ່ຽວພັນໄປເຖິງ ການປົກຄຸມຂອງຫີມະ ໃນແຕ່ລະປີ. ໃນແຫລ່ງຕົ້ນນໍ້າ ສາຂາ ກໍເຊັ່ນດຽວກັນ ມີການຕັດໄມ້ ທໍາລາຍປ່າ ປະກອບກັບ ປະຣິມານນໍ້າຝົນ ໃນປີນີ້ ມີນ້ອຍກ່ວາ ປົກກະຕິ.