ຣະດັບນ້ຳຂອງຕໍ່າລົງ
2009.03.23

ຍ້ອນສພາບອາກາດ ໃນເຂດ ປະເທດລຸ່ມລຳ ແມ່ນ້ຳຂອງ ຮ້ອນອົບເອົ້າ ຂາດຝົນຕົກ ສົ່ງຜລົເຮັດໃຫ້ ເກີດບັນຫາ ພັຍແຫ້ງແລ້ງຂື້ນ ຕາມຈຸດຕ່າງໆ ໂດຍທົ່ວໄປ ເຮັດໃຫ້ ຣະດັບນ້ຳ ໃນນ້ຳຂອງລົດລົງ ຢ່າງວ່ອງໃວ ຈົນເກີດມີຫາດ ຊາຍແລະດອນຊາຍ ຂື້ນໃນກາງ ແມ່ນ້ຳຂອງ ສົ່ງຜົລກະທົບ ຕໍ່ການເດີນເຮືອ ສີນຄ້າຢ່າງໃຫຍ່.
ເຫດການດັ່ງກ່າວ ເກີດຂື້ນ ໂດຍທົ່ວໄປ ໃນລຳແມ່ນ້ຳຂອງ ແຕ່ເຫນືອຕລອດໃຕ້ ທີ່ແຂວງຄຳມ່ວນ ແລະແຂວງ ນະຄອນພນົມ ຂອງໄທກໍ່ໄດ້ ຮັບຜົລກະທົບ ຫລາຍ ເຫມືອນກັນ ເສັ້ນທາງເດີນເຮືອ ຣະຫວ່າງຈຸດຜ່ອນ ປົນໄທລາວ ໃນເຂດເທສບານ ທ່າອຸເທນແຂວງ ນະຄອນພນົມ ເຮັດໃຫ້ຜູ້ ປະກອບ ການເດີນເຮືອ ຕ້ອງໄດ້ປ່ຽນ ເສັ້ນທາງເດີນ ເຮືອໃຫມ່ໄປທາງ ຮ່ອງນ້ຳເລີກ ຊື່ງຕາມປົກກະຕິ ເສັ້ນທາງການເດີນ ເຮືອມີຢູ່ປະມານ 2KMs ແຕ່ດຽວນີ້ ເພີ້ມເປັນ 4 ກິໂລແມດ ເປັນການສີ້ນເປືອງ ຄ່າໃຊ້ຈ່າຍແລະ ຄ່ານ້ຳມັນກໍ່ ເພີ້ມຂື້ນ ການບັນທຸກ ສີນຄ້າກໍ່ບໍ່ ໄດ້ຫລາຍດັ່ງ ທີ່ເຄີຍເປັນມາ ເພາະສພາບນ້ຳຕື້ນ ຕ້ອງໄດ້ລາກເຮືອ ໃນບາງແຫ່ງ.
ບັນຫາພັຍແຫ້ງແລ້ງ ແລະຣະດັບ ນ້ຳຕື້ນ ຕາມລຳ ແມ່ນ້ຳຂອງ ທີ່ຜີດປົກຕິ ໃນຣະຍະຫລັງໆ ມານີ້ ທາງການກ່ຽວຂ້ອງ ກໍ່ບໍ່ສາມາດ ຊີ້ແຈງໄດ້ວ່າ ເປັນຍ້ອນຫຍັງ ແຕ່ນັກວິເຄາະ ທ່ານນື່ງ ໃຫ້ການວ່າ ອາຈເປັນເພາະການ ສ້າງເຂື່ອນໃນຈີນ ຫລືການຕັດໃມ້ ທຳລາຍປ່າ ໃນຂົງເຂດ ກໍ່ເປັນໄດ້.