ຈີນວ່າເຂື່ອນບໍ່ແມ່ນ ສາເຫດນໍ້າຂອງແຫ້ງ

ຈີນ ວ່າກາຣສ້າງເຂື່ອນ ບໍ່ໄດ້ມີຜົລ ກະທົບຕໍ່ຣະດັບ ນໍ້າແຫ້ງລົງ ໃນແມ່ນໍ້າຂອງ ແຕ່ຢ່າງໃດ.
ຫວາດ ສີມູນ
2010.04.01

ທາງກາຣ ສປຈີນ ພຍາຍາມຫລີກເວັ້ນ ກາຣກ່າວຫາ ຕິຕຽນ ແລະຢືນຢັນວ່າ ກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໃນຊາຍແດນຈີນ ບໍ່ເປັນບັນຫາ ເຮັດໃຫ້ຣະດັບນ້ຳ ໃນເຂຕ ລຸ່ມແມ່ນ້ຳຂອງ ຫລຸດລົງແຕ່ຢ່າງໃດ ແຕ່ຫາກເປັນຍ້ອນ ປະຣິມານນ້ຳຝົນ ໃນຣະດູຝົນ ປີທີ່ຜ່ານມາ ມີຫນ້ອຍກວ່າ ທຸກໆປີຕ່າງຫາກ.

ທ່ານ Jia Jinsheng ຫົວໜ້າຄະນະ ກັມມາທິກາຣ ຂອງກາຣສ້າງເຂື່ອນ ສາກົລໃຫ້ກາຣ ຢືນຢັນວ່າ ກາຣສ້າງເຂື່ອນໃສ່ ແມ່ນ້ຳຂອງໃນພາຄໃຕ້ ຂອງປະເທສຈີນ ຖືວ່າ ບໍ່ເປັນກາຣກັກຕັນ ນ້ຳໄວ້ຫລາຍກວ່າ ກຳໜົດ ຊຶ່ງກໍເປັນຄຳເຫັນ ທີ່ຄ້າຍໆຄືກັນ ກັບເຈົ້າໜ້າທີ່ຈີນ ຄົນອື່ນໆ ທີ່ໄດ້ຕອບຂໍ້ຂ້ອງໃຈ ຂອງບັນດາສື່ ມວລຊົນ ແລະກຸ່ມ ອະນຸຮັກ ສິ່ງແວດລ້ອມ ທີ່ແສດງອອກເຖິງ ຄວາມເປັນຫ່ວງນຳ ຄວາມແຫ້ງແລ້ງ ຕາມເຂຕລຸ່ມແມ່ນ້ຳຂອງ ຢ່າງເປັນ ປະຫວັຕກາຣ ໃນຣະຍະກວ່າ 20 ປີທີ່ຜ່ານມາ.

ໃນຂະນະດຽວກັນ ນັກອະນຸຮັກ ສະພາບແວດລ້ອມ ຊາວໄທຽ ກໍຍັງຢືນຢັນທີ່ວ່າ ກາຣສືບຕໍ່ ໂຄງກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ອີກຕື່ມຫລາຍແຫ່ງ ໃນຂັ້ນຕໍ່ໄປນີ້ ກໍຍິ່ງຈະເຮັດ ໃຫ້ເກີດບັນຫາ ຄວາມແຫ້ງແລ້ງ ຕໍ່ໆໄປອີກ.

ຢ່າງໃດກໍຕາມ ໃນກອງປະຊຸມສຸດຍອດ ຂອງຄະນະກັມມາທິກາຣ ແມ່ນ້ຳຂອງ ຢູ່ເມືອງຫົວຫີນ ແຂວງປຣະຈວບ ຄີຣິຂັນ ແຕ່ມື້ວັນທີ່ 2-5 ເມສາ ນີ້ນັ້ນ ທາງເຈົ້າໜ້າທີ່ ຂອງຈີນ ກໍມີກຳໜົດ ໄປຮ່ວມໃນນາມ ສັງເກດກາຣ ເຊັ່ນດຽວ ກັບພະມ້າ ແຕ່ກໍເຊື່ອວ່າ ທາງຄະນະ ກັມມາທິກາຣ ແມ່ນ້ຳຂອງຫລື MRC ອັນມີ ລາວ ໄທຽ ກັມພູຊາ ແລະ ວຽຕນາມນັ້ນ ກໍຈະມີກາຣຍົກ ເອົາບັນຫານ້ຳຂອງ ບົກແຫ້ງ ດັ່ງກ່າວຂຶ້ນ ພິຈາຣະນາ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.