ແຄມຕາຝັ່ງເຈື່ອນທີ່ ແຂວງຈໍາປາສັກ

ຫ້ອງການ ສິ່ງແວດລ້ອມ ແຂວງຈໍາປາສັກ ກັງວົນ ກ່ຽວກັບບັນຫາ ຕາຝັ່ງເຈື່ອນ ຍ້ອນການປ່ຽນແປງ ຂອງແມ່ນໍ້າຂອງ ທີ່ເກີດຈາກ ສະພາບ ດິນຟ້າອາກາດ ຮວມທັງການ ສ້າງເຂື່ອນ ແລະການຣະເບີດ ແກ້ງຫີນ ໃນແມ່ນໍ້າຂອງ.
ມະນີຈັນ
2010.05.03
F-bank-erosion ສະພາບຂອງແຄມຕາຝັ່ງ ທີ່ຖືກນໍ້າຂອງເຊາະ ແລະເພພັງລົງມື້ລະໜ້ອຍ ຊຶ່ງຈະເກີດເປັນບັນຫາໃຫຍ່ ໃນອະນາຄົດອັນໃກ້ໆນີ້
RFA

ບັນຫາ ແມ່ນໍ້າຂອງ ເຊາະຕາຝັ່ງ ເປັນອີກບັນຫານຶ່ງ ທີ່ຕ້ອງໄດ້ ເອົາໃຈໃສ່ ເຖິງແມ່ນວ່າ ຍັງເປັນບັນຫາ ທີ່ບໍ່ຮຸນແຮງ ເຫັນໄດ້ຈະແຈ້ງເທື່ອ ແຕ່ກໍພົບວ່າ ເກີດການ ເຊາະເລື້ອຍມາ ຊຶ່ງອາຈຮ້າຍແຮງ ຂຶ້ນໃນ ອະນາຄົດ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຫ້ອງ ການສິ່ງແວດລ້ອມ ແຂວງຈໍາປາສັກ:

"ຕາມເກາະຕາມດອນ ຫັ້ນລະ ຕາມເກາະຕ່າງໆ ໃນແມ່ນໍ້າຂອງ ໃນສີພັນດອນ ນີ້ແຫລະ ມັນເຈື່ອນ ໃນສີພັນດອນ ໃນຈໍາປາສັກ ເຮົາກໍຢ້ານ ມັນຮຸນແຮງຂຶ້ນ ໃນຕໍ່ໜ້າ ຫັ້ນນ່າ ເຮົາຢ້ານມັນ ເພຫລາຍ ໄປ໊ໃນຕໍ່ໜ້າ".

ນັກສິ່ງແວດລ້ອມ ຫລາຍຄົນເຊື່ອວ່າ ບັນຫາການ ກັດເຊາະ ພື້ນທີ່ແຄມຝັ່ງ ແມ່ນໍ້າຂອງ ເປັນຜົລສືບເນື່ອງ ມາຈາກ ການປ່ຽນແປງ ຂອງແມ່ນໍ້າຂອງ ຍ້ອນດິນຟ້າ ອາກາດ ທີ່ມີການປ່ຽນແປງ. ນອກຈາກນັ້ນ ກໍເຊື່ອກັນວ່າ ການສ້າງເຂື່ອນ ໃນແມ່ນໍ້າຂອງ ຮວມເຖິງ ການຣະເບີດ ເກາະແກ່ງໃນ ແມ່ນໍ້າຂອງ ຕອນເໜືອ ກໍເປັນ ສາເຫດນຶ່ງທີ່ ເຮັດໃຫ້ແມ່ ນໍ້າຂອງໄຫລ ຂຶ້ນລົງຢ່າງບໍ່ ເປັນທັມມະຊາດ ເກີດການປ່ຽນແປງ ຂອງ ກະແສນໍ້າໄຫລ ຈົນເຮັດໃຫ້ເກີດ ການເຊາະແຄມຝັ່ງ ດັ່ງກ່າວ ໃນຫລາຍພື້ນທີ່ ແລ້ວ ຕລອດແຄມຝັ່ງ ແມ່ນໍ້າຂອງ ທັງໃນ ລາວແລະໄທ. ເຈົ້າໜ້າທີ່ຫ້ອງ ການສິ່ງແວດລ້ອມ ແຂວງຈໍາປາສັກ ກ່າວຕໍ່ໄປວ່າ ຣັຖບານລາວ ມີແຜນການ ທີ່ຈະແກ້ໄຂ ບັນຫານັ້ນ ດ້ວຍການກໍ່ສ້າງ ປ້ອງກັນ ຕາຝັ່ງເຈື່ອນ ແຕ່ກໍຍັງເປັນແຜນ ໃນລະຍະຍາວ:

"ເພິ່ນກໍສິເຮັດ ມີແຜນສິເຮັດ ຢູ່ດອກ ໂດຍສະເພາະຢູ່ ຕົວເມືອງປາກເຊ ນີ້ ເພິ່ນສິເຮັດ ໃນຕໍ່ໜ້າໄປ ເພິ່ນສິເຮັດ ກັນຕາຝັ່ງເຈື່ອນ ຫັ້ນແຫລະ ຢາກເຮັດຫລາຍ ບ່ອນຢູ່ ແຕ່ເງິນບໍ່ພໍນີ້ ແຫລະ ງົບປະມານ ນີ້ສໍາຄັນ".

ນອກຈາກການ ກໍ່ສ້າງຕາຝັ່ງ ເຈື່ອນແລ້ວ ສໍາຄັນອີກຢ່າງນຶ່ງ ກໍຄື ໂຄງການລົງທຶນ ຕ່າງໆ ທີ່ຈະເກີດຂຶ້ນ ໃນເຂດແມ່ນໍ້າຂອງ ຕ້ອງມີການ ສ້າງບົດປະເມີນ ຜົລກະທົບ ຢ່າງຮອບດ້ານ ທີ່ອາຈຈະເກີດ ຕໍ່ສິ່ງແວດລ້ອມນັ້ນ ເພື່ອປ້ອງກັນບັນຫາ ດ້ານສິ່ງແວດລ້ອມ ແລະ ເພື່ອຊີວິດການ ເປັນຢູ່ຂອງ ປະຊາຊົນ ແຄມຝັ່ງ ແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.