ນ້ຳຂອງກຳລັງແຫ້ງ
2009.03.16

ຍາມນີ້ແມ່ນຍາມ ແລ້ງ ແມ່ນ້ຳຂອງ ກຳລັງ ບົກແຫ້ງລົງ ຕ່ຳສຸດ ບາງຈຸດບາງບ່ອນ ເຮືອອ່າວໃຫຍ່ແຕ່ ບໍ່ສາມາດແລ່ນຜ່ານ ໄດ້ເລີຍ; ຕົວຢ່າງ ແມ່ນ້ຳຂອງຕອນ ຣະ ຫວ່າງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະເມືອງ ປາກແບງ ແຂວງອຸດົມໄຊ ບົກແຫ້ງລົງຫລາຍ ເຫັນແຕ່ ເດິ່ນດິນຊາຍ ມີນ້ຳໄຫລເ ປັນຮ່ອງນ້ອຍໆ ຜ່ານເທົ່ານັ້ນ; ເຮືອຂົນສົ່ງສິນ ຄ້າໃຫຍ່ໆແດ່ ບໍ່ສາມາດແລ່ນ ຜ່ານໄດ້ເລີຍ; ສ່ວນເຮືອຈັກ ອ່າວນ້ອຍ ສາມາດ ແລ່ນຜ່ານໄດ້ ແຕ່ຜ່ານໄດ້ ເທື່ອລະລຳດຽວ ບໍ່ສາມາດແລ່ນ ຜ່ານພາບ ສອງໄດ້.
ປັດຈຸບັນ ເຈົ້າໜ້າທີ່ ທາງການລາວ ຈຳເປັນຕ້ອງໄປ ປະຈຳການ ຢູ່ທີ່ນັ້ນ ເພື່ອຖືທຸງໃຫ້ ສັນຍານ ຄວບຄຸມການ ເດີນເຮືອ; ຖ້າເຈົ້າໜ້າທີ່ ຍົກທຸງແດງຕັນ ເຮືອທີ່ມາ ຈາກພາກເໜືອ ເຮືອລຳນັ້ນກໍ ຕ້ອງຢຸດລໍຖ້າ ປະໃຫ້ເຮືອ ມາຈາກພາກ ລຸ່ມຂື້ນກ່ອນ ແລະຕໍ່ໄປແມ່ນ ເຮືອຈາກພາກລຸມ ຢຸດລໍຖ້າ ແລະໃຫ້ເຮືອຈາກ ພາກເໜືອລ່ອງລົງ ບໍ່ຕ່າງຫຍັງ ກັບຖນົນ ທີ່ມີການກໍ່ ສ້າງຂີດຂວາງຢູ່. ບໍ່ເທົ່ານັ້ນ ໃນເວລາເຮືອ ແລ່ນຜ່ານໄປ ບາງບ່ອນເຮືອ ກໍຄາຢູ່ກາງຂອງ ເພາະນ້ຳຕື້ນ ເກີນໄປຈຳເປັນ ຕ້ອງໃຊ້ໄມ້ຖໍ່ ຖໍ່ຊຸກໄປນຳ ຫລືໃນເວລາ ນ້ຳບົກແຫ້ງ ອີຫລີ ຄົນໂດຍສານ ຈຳເປັນຕ້ອງລົງ ພາກັນຊຸກ ຫລືແກ່ໄປເອົາ.
ເຂດທີ່ບົກແຫ້ງ ກວ່າໝູ່ ແມ່ນເຂດບ້ານໂຕ່ງ ຣະຫວ່າງ ເມືອງຫ້ວຍຊາຍ ແລະເມືອງປາກແບງ. ການທີ່ນ້ຳຂອງ ບົກແຫ້ງເກີນໄປ ເຮັດໃຫ້ການເດີນ ທາງທາງເຮືອຊັກ ຊ້າ ໃຊ້ເວລາ ຫລາຍຊົ່ວໂມງ ຈຶ່ງເຖິງຈຸດ ໝາຍປາຍທາງ ແລະອີກຢ່າງນຶ່ງ ນັກຄ້າຂາຍ ຂອງເຖື່ອນ ເຊັ່ນພວກຄ້າ ຢາເສບຕິດ ກໍສວຍໂອກາດ ຂ້າມໄປມາ ຢ່າງສະດວກ ສະບາຍ ໂດຍສະເພາະ ໃນຍາມນອກ ໂມງຣາຊການ. ເຊັ່ນດຽວກັນ ຊາວລາວທີ່ມັກ ລັກລອບ ໄປຊອກຫາ ວຽກງານຢູ່ໄທ ກໍຂ້າມໄປ ມາງ່າຍຂື້ນ.